ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະມາຊິກສະພາ ຂອງສະຫະລັດ ພົບກັບປະທານາທິບໍດີໄຕ້ຫວັນ ໃນການຢ້ຽມຢາມທີ່ບໍ່ໄດ້ຄາດການລ່ວງໜ້າ


ແຜນທີ່ຊ່ອງແຄບໄຕ້ຫວັນ
ແຜນທີ່ຊ່ອງແຄບໄຕ້ຫວັນ

ສະມາຊິກສະພາສະຫະລັດ 5 ຄົນ ໄດ້ພົບ​ປະກັບປະທານາທິບໍດີຂອງໄຕ້ຫວັນ ທ່ານນາງໄສ ອິ້ິ້ງເ​ຫວິນ (Tsai Ing-wen) ໃນຕອນເຊົ້າ​ຂອງວັນສຸກມື້ນີ້ ໃນການຢ້ຽມຢາມ​ທີ່​ບໍ່​ໄດ້​ຄາດ​ການ​ລ່ວງ​ໜ້າເປັນ​ເວ​ລາ​ນຶ່ງມື້ ໂດຍມີຈຸດປະສົງເພື່ອ​ໃຫ້​ການຢືນຢັນອີກຄັ້ງວ່າ ສະຫະລັດ ສະໜັບສະໜຸນເກາະ ທີ່ປົກຄອງຕົນເອງຢ່າງ “ແຂງ​ແກ່ນ” ອີງຕາມລາຍ​ງານ​ຂອງອົງການຂ່າວເອພີ.

ສະຖານທູດອາເມຣິກາຢູ່ໃນໄຕ້ຫວັນກ່າວວ່າ ກຸ່ມສອງພັກການເມືອງຂອງສະພາຕໍ່າສະຫະລັດ ໄດ້ເດີນທາງໄປເຖິງໄຕ້ຫວັນ ໃນຕອງກາງຄືນ ຂອງມື້ວັນພະຫັດວານນີ້ ແລະມີແຜນທີ່ຈະພົບ​ປະກັບຜູ້ນໍາຂັ້ນສູງຂອງໄຕ້ຫວັນ ລວມ​ທັງທ່ານນາງໄສ. ຍັງບໍ່ມີຂໍ້ມູນເພີ້ມເຕີມກ່ຽວກັບການເດີນທາງຂອງພວກເຂົາເຈົ້າ.
ການຢ້ຽມຢາມດັ່ງກ່າວ ໄດ້ເຮັດໃຫ້ຄວາມເຄັ່ງຕຶງລະຫວ່າງໄຕ້ຫວັນ ແລະຈີນເພີ້ມຂຶ້ນສູ່ລະດັບສູງສຸດ ໃນຮອບຫຼາຍທົດສະວັດ. ໄຕ້ຫວັນ ໄດ້ປົກຄອງຕົນເອງມານັບຕັ້ງແຕ່ທັງສອງຝ່າຍໄດ້ແຍກຈາກກັນ ໃນສ​ະ​ໄໝສົງຄາມກາງເມືອງປີ 1949, ແຕ່ຈີນຊໍ້າພັດຖືວ່າ ເກາະແຫ່ງນີ້ເປັນສ່ວນນຶ່ງຂອງດິນ​ແດນຕົນ.

ທ່ານເອລລິສຊາ ຊະລັອດກິນ (Elissa Slotkin), ​ສະ​ມາ​ຊິກພັກເດໂມແຄຣດ ​ຈາກລັດມິຊິແກນ ຊຶ່ງເປັນຜູ້ນຶ່ງຢູ່ໃນຄະນະຜູ້ແທນດັ່ງກ່າວໄດ້ຂຽນລົງໃນທະວິດ ເຕີ້ວ່າ “ເມື່ອຂ່າວການເດີນທາງຂອງພວກເຮົາຮົ່ວໄຫຼໃນມື້ວານນີ້, ຢູ່ທີ່ຫ້ອງການຂອງຂ້າພະເຈົ້າ ໄດ້ຮັບຂໍ້ຄວາມທີ່ເວົ້າແບບບໍ່ມ່ວນຈາກສະຖານທູດຈີນ ໂດຍບອກຂ້າພະເຈົ້າວ່າ ໃຫ້ຍຸຕິການເດີນທາງ.”

ທ່ານມາກ ຕາກາໂນ ສະ​ມາ​ຊິກພັກເດໂມແຄຣັດ​ຈາກລັດແຄລິຟໍເນຍ, ທ່ານໂຄລີນ ແອລເຣດ ​ສະ​ມາ​ຊິກພັກເດໂມແຄັຣດ ​ຈາກລັດເທັກຊັສ, ທ່ານຊາຣາ ຈາຄັອບສ໌ ​ສະ​ມາ​ຊິກພັກເດໂມແຄັຣດ ​ຈາກລັດແຄລິຟໍເນຍ ແລະທ່ານ​ນາງແນນຊີ ເ​ມັ​ສ ​ສະ​ມາ​ຊິກພັກຣີພັບບຣິກັນ ຈາກລັດຄາໂຣໄລນາໃຕ້ ແມ່ນຄະນະຜູ້ແທນ ທີ່ເດີນທາງໄປຢ້ຽມຢາມໃນຄັ້ງນີ້.

ທ່ານຕາກາໂນ ກ່າວວ່າ “ພວກເຮົາມາໄຕ້ຫວັນໃນອາທິດນີ້ ກໍເພື່ອໃຫ້​ພາຄີແລະ ພັນທະມິດຂອງພວກເຮົາຮັບຮູ້, ຫຼັງຈາກທີ່ພວກເຮົາມີຄວາມອົດທົນມາສອງປີໃນຄວາມພະຍາຍາມເພື່ອຄວາມມຸ້ງໝັ້ນ ແລະຄວາມຮັບຜິດຊອບຮ່ວມກັນຂອງພວກເຮົາ ສໍາລັບຄວາມໝັ້ນຄົງ ແລະອິດສະລະພາບຢູ່ໃນຂົງເຂດອິນໂດ-ປາຊີຟິກ ໃຫ້ມີຄວາມເຂັ້ມແຂງກວ່າທີ່ເຄີຍເປັນມາ.”

ທ່ານຕາກາໂນ ຍັງໄດ້ກ່າວເສີມອີກວ່າ ຄວາມສໍາພັນລະຫວ່າງສະຫະລັດ ແລະໄຕ້ຫວັນ ແມ່ນ “ແຂງແກ່ນແລະຍັງຄົງຢຶດໝັ້ນໃນຄວາມສໍາພັນອັນເລິກເຊິ່ງລະຫວ່າງປະເທດທັງສອງຂອງພວກເຮົາ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG