ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະມາຊິກສະພາ ອາດໄດ້ສໍາພັດ ກັບໄວຣັສ ໂຄໂຣນາ ໃນໄລຍະທີ່ຖືກນຳໂຕ ໄປໄວ້ນໍາກັນ ຂະນະທີ່ມີການຈາລະຈົນຢູ່ຫໍລັດຖະສະພາ


ສະມາຊິກສະພາກໍາລັງກະກຽມຍ້າຍອອກໄປຈາກຫ້ອງປະຊຸມຂະນະທີ່ພວກປະທ້ວງພະຍາຍາມບຸກເຂົ້າໄປໃນຫ້ອງດັ່ງກ່າວຢູ່ຫໍລັດຖະສະພາສະຫະລັດໃນວັນທີ 6 ມັງກອນ 2021
ສະມາຊິກສະພາກໍາລັງກະກຽມຍ້າຍອອກໄປຈາກຫ້ອງປະຊຸມຂະນະທີ່ພວກປະທ້ວງພະຍາຍາມບຸກເຂົ້າໄປໃນຫ້ອງດັ່ງກ່າວຢູ່ຫໍລັດຖະສະພາສະຫະລັດໃນວັນທີ 6 ມັງກອນ 2021

ສະມາຊິກຖະສະພາສະຫະລັດ ທີ່ຖືກນຳໂຕໄປໄວ້ນໍາກັນໃນເວລາທີ່ກຸ່ມຫົວຮຸນແຮງ ບຸກຜ່ານໜ່ວຍປ້ອງກັນຄວາມປອດໄພ ເຂົ້າໄປໃນຫໍສະພາ ໃນອາທິດແລ້ວນີ້ ອາດຈະຖືກສໍາພັດກັບໄວຣັສໂຄໂຣນາ.

ດຣ, ໄບຣເອິນ ໂມນາແຮນ (Brian Monahan) ຂຽນໃນອີເມລທີ່ສົ່ງຫາບັນ ດາສະມາຊິກສະພາວ່າ "ໃນວັນພຸດທີ 6 ມັງກອນ, ສະມາຊິກສະພາຕໍ່າຫຼາຍຄົນໄດ້ເຂົ້າໄປຢູ່ໃນຫ້ອງດຽວກັນທີ່ມີການປ້ອງກັນຄວາມປອດໄພທີ່ປິດໄວ້ ຕັ້ງ ຢູ່ໃນບ່ອນທີ່ກວ້າງໃຫຍ່ສໍາລັບຮັບຟັງການໃຫ້ການຂອງຄະນະກຳມະການ.”

“ເວລາທີ່ຢູ່ໃນຫ້ອງນີ້ ບາງຄົນແມ່ນຢູ່ເປັນເວລາຫລາຍຊົ່ວໂມງ ແລະບາງຄົນກໍຢູ່ເປັນເວລາສັ້ນກວ່າ. ໃນຊ່ວງເວລານີ້, ແຕ່ລະຄົນອາດຈະໄດ້ສຳພັດກັບຄົນທີ່ຢູ່ໃນນັ້ນ ທີ່ມີເຊື້ອໄວຣັສໂຄໂຣນາ ຢູ່ແລ້ວກໍເປັນໄດ້.”

ທ່ານໂມນາແຮນບໍ່ໄດ້ລະບຸວ່າມີສະມາຊິກສະພາຈໍານວນຫລາຍປານໃດ ຫຼືໃຜຢູ່ໃນຫ້ອງນັ້ນ, ບໍ່ໄດ້ບອກວ່າ ມີໃຜບໍ່ຢູ່ຫ້ອງນັ້ນທີ່ຮູ້ວ່າມີຜົນກວດໄວຣັສເປັນບວກ.

ບັນດາສະມາຊິກສະພາ ແລະພະນັກງານຫຼາຍຄົນໄດ້ສະແດງຄວາມໂກດແຄ້ນເມື່ອເຫັນຮູບພາບຕ່າງໆ ຂອງສະມາຊິກສະພາຈາກພັກຣີພັບບລີກັນທີ່ປາກົດຂຶ້ນມາໃຫ້ເຫັນວ່າ ບໍ່ໄດ້ໃສ່ໜ້າກາກ ໃນເວລາທີ່ຖືກນຳໂຕໄປໄວ້ໃນຫ້ອງນໍາກັນນັ້ນ.

ໃນຕອນບ່າຍວັນພຸດຜ່ານມາ, ຜູ້ສະໜັບສະໜູນທ່ານປະທານາທິບໍດີດໍໂນລທຣໍາ ຫຼາຍຮ້ອຍຄົນ ທີ່ໂກດແຄ້ນນໍາການເສຍໄຊຂອງທ່ານໃຫ້ທ່ານໂຈ ໄບເດັນ ໃນການເລືອກຕັ້ງໃນວັນທີ 3 ພະຈິກ, ບຸກເຂົ້າໄປໃນຕຶກຂອງສະພາຕໍ່າແລະສະພາ ສູງ ໃນຂະນະທີ່ບັນດາສະມາຊິກສະພາກຳລັງປະຊຸມກັນຢູ່ ໃນກອງປະຊຸມຮ່ວມ ເພື່ອຢັ້ງຢືນໄຊຊະນະຂອງທ່ານໄບເດັນ.

ຮູບຖ່າຍຫຼາຍອັນສະແດງໃຫ້ເຫັນວ່າ ຜູ້ກໍ່ການຈະລະຈົນ ບໍ່ໄດ້ໃສ່ໜ້າກາກ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG