ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນ​ດາ​ສະ​ມາ​ຊິກ​ລັດ​ຖະສະ​ພາ​ ຂອງ​ ສ​ຫລ ອອກ​ຄຳ​ເຕືອນ​ຢ່າງ​ແຮງ ກ່ຽວ​ກັບ​ການ​ແຂ່ງ​ຂັນ ​ຂອງ​ຈີນ


VOA Asia Weekly: Lawmakers, Top Officials Discuss US Competition with China
please wait

No media source currently available

0:00 0:05:06 0:00

ບັນ​ດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງຂອງ​ສະຫະ​ລັດ ສົນ​ທະ​ນາ​ຫາ​ລື​ກັນ​ກ່ຽວ​ກັບ​ການ​ແຂ່ງ​ຂັນ​ຂອງ​ສະ​ຫະ​ລັດ​ກັບ​ຈີນ

​ໃນ​ຊ່ວງ​ເວ​ລາ 24 ຊົ່ວ​ໂມງ ຂອງ​ອາທິດ​ນີ້ ຄະນະ​ກຳມະການ​ສະພາ​ຕ່ຳ​ສະຫະລັດ​ສອງຄະ​ນະ​ໄດ້​ດຳ​ເນີນ​ການ​ຮັບ​ຟັງ​ຄຳ​ໃຫ້​ການກ່ຽວ​ກັບການ​ສຳ​ຫລວດ​ເບິ່ງ​ຜົນ​ກະທົບ​ຂອງ​ການ​ໃຊ້​ອຳນາດ​ທາງ​ເສດຖະກິດ​ແບບ​ຮຸນ​ແຮງ​ຂອງ​ຈີນ​ຕໍ່​ສະ​ຫະ​ລັດ ແລະ​ບັນດາປະ​ເທດ​ພັນທະ​ມິດ ທີ່​ອາດ​ເປັນ​ໄປ​ໄດ້ ​ແລະ ​ພິຈາລະນາເບິ່ງ​ມາດ​ຕະການ​ທີ່ສະ​ຫະ​ລັດ ອາດ​ຈະ​ໃຊ້ ​ເພື່ອ​ຕອບ​ໂຕ້​ຄືນ​ໃນ​ຄວາມ​ພະຍາຍາມ​ຂອງ​ປັກ​ກິ່ງ.

ມີຜູ້​ໃຫ້​ຄຳ​ໃຫ້​ການ ເກືອບ​ຮອດສິບຄົນ​ລາຍ​ງານໃຫ້ບັນດາສະມາຊິກສະພາຊາບກ່ຽວ ກັບວິທີທີ່ຈີນໃຊ້ອຳ​ນາດທາງດ້ານເສດຖະກິດຂອງຕົນ ເພື່ອບີບບັງຄັບໃຫ້ປະເທດທີ່ນ້ອຍ ໃຫ້​ເອົາການຈັດການ ທາງການຄ້າ ທີ່ເອື້ອອໍານວຍຜົນ​ປະ​ໂຫຍດ​ແກ່​ຕົນ ແລະ ບັງຄັບໃຫ້ພວກທຸລະກິດ ທີ່ຢາກຈະດໍາເນີນກິດຈະ​ການ​ຢູ່ໃນຈີນຍິນຍອມ ເອົາຊັບສິນ ທາງປັນຍາຂອງ​ຕົນ​ໃຫ້ ເຊິ່ງຫລັງ​ຈາກນັ້ນ ກໍສະຫນອງຊັບ​ສິນ​ທີ່​ວ່ານັ້ນ ໃຫ້ຄູ່ແຂ່ງທີ່​ເປັນ​ບໍ​ລິ​ສັດຈີນ.

ບັນດາ​ຜູ້​ໃຫ້​ຄຳ​ໃຫ້ການ​ຄົນ​ອື່ນໆ​ໄດ້​ໃຫ້​ການ​ວ່າ ນະ​ໂຍບາຍ​ເສດຖະກິດ​ຂອງ​ຈີນ​ແມ່ນ​ສ່ວນ​ນຶ່ງ​ຂອງ​ຄວາມ​ມຸ້ງ​ມາດ​ປາດ​ຖະໜາ​ອັນ​ກວ້າງ​ໆ​ ຂອງ​ປະທານ​ປະ​ເທດສີ ຈິ້ນ​ຜິງ ທີ່​ຈະ​ຫັນ​ຈີນ​ ໃຫ້​ກາຍ​ເປັນ​ຜູ້​ມີ​ບົດ​ບາດ​ທາງ​ເສດຖະກິດ​ກວມ​ໂລກ ເພື່ອ​ວ່າ​ໃນ​ທີ່​ສຸດ​ຈະລ້ຳ​ໜ້າ​ສະຫະລັດ​ໄດ້ໃນ​ເວທີ​ໂລກ.

ຜູ້ໃຫ້​ຄຳ​ໃຫ້​ການ​ຄົນ​ນຶ່ງກໍ​ຄື ທ່ານໂຣ​ເບີດ ໄລ​ທິ​ເຊີ (Robert Lighthizer) ຊຶ່ງດຳລົງ ຕຳແໜ່ງເປັນຜູ້ຕາງຫນ້າດ້ານ ການຄ້າຂອງສະຫະລັດ ພາຍໃຕ້ການບໍ​ລິ​ຫານຂອງອະ ດີດປະທານາທິບໍດີດໍ​ໂນ​ລ ທ​ຣຳ ໄດ້ເວົ້າອອກ​ມາ ​ແບບເຮັດ​ໃຫ້ໜ້າສົນ​ໃຈ​ທີ່​ສຸດ ຢູ່​ໃນ​ການຮັບ​ຟັງ​ຄຳ​ໃຫ້​ການ​ ຢູ່ທັງສອງຄັ້ງ ເມື່ອທ່ານກ່າວວ່າ, “ມັນບໍ່ແມ່ນການເວົ້າເກີນ ຄວາມເປັນຈິງ ທີ່ຈະເວົ້າວ່າ ພັກຄອມມີວນິສຈີນ ໄດ້ທຳສົງຄາມເສດຖະກິດກັບ ສະ ຫະລັດ ເປັນເວລາຫຼາຍສິບປີມາ​ແລ້ວ.”

ວີ​ໂອ​ເອ​ໄດ້ຂໍ​ໃຫ້​ສະຖານທູດ​ຈີນ​ຕອບ​ຕໍ່​ການ​ກ່າວ​ຫາ​ທີ່​ມີ​ລາຍ​ລະອຽດຢູ່​ໃນ​ການ​ຮັບ​ຟັງ​ຄຳ​ໃຫ້​ການ​ທີ່​ວ່ານີ້ ​ແຕ່​ບໍ່​ໄດ້​ຮັບ​ຄຳ​ຕອບ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG