ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ວໍຊິງຕັນ ອາທິດນີ້: ​ລັດຖະສະພາ ຈະອະພິປາຍ ບັນຫາຄົນເຂົ້າເມືອງ (ວີດີໂອ)


US Lawmakers to Weigh in on Border Enforcement, Immigration
please wait

No media source currently available

0:00 0:02:34 0:00

ເບິ່ງວີດີໂອກ່ຽວກັບການຫ​ລັ່ງ​ໄຫລ​ເຂົ້າ​ມາ​ທາງ​ຊາຍ​ແດນພາກ​ໃຕ້ຂອງ​ອາ​ເມຣິກາ ​ຂອງພວກເດັກນ້ອຍ ທີ່​ບໍ່​ມີ​ເອກະສານ ໄດ້ກໍ່​ໃຫ້​ເກີດຄວາມ​ຂັດ​ແຍ້​ງກັນ​ຢ່າງ​ໃຫຍ່ ​ໃນ​ລັດຖະສະພາສະຫະລັດ.

ບັນດາຜູ້​ແທນ​ລັດຖະສະພາ​ສະຫະລັດ ຈະ​ຊັ່ງ​ຊາ​ເບິ່ງ ຮ່າງ​
ກົດໝາຍ ​ກ່ຽວ​ກັບ​ການ​ບັງຄັບ​ໃຊ້​ກົດ​ໝາຍ​ຢູ່ຊາຍ​ແດນ ​ແລະ
ການ​ປະຕິ​ຮູບ​ລະບົບ​ຄົນ​ເຂົ້າ​ເມືອງ ​ໃນ​ເວລາ​ທີ່ເຂົາ​ເຈົ້າກັບ​ຄືນ
​ມາ​ເຮັດ​ວຽກ​ ໃນ​ອາທິດ​ນີ້ ຫຼັງຈາກ​ໄດ້ຢຸດພັກ ​ເນື່ອງ​ໃນ​ວັນ
ເອກະລາດ ຫຼື Independence Day. ການຫ​ລັ່ງ​ໄຫລ​ເຂົ້າ​ມາ
​ທາງ​ຊາຍ​ແດນພາກ​ໃຕ້ຂອງ​ອາ​ເມຣິກາ ​ຂອງ ພວກເດັກນ້ອຍ
ທີ່​ບໍ່​ມີ​ເອກະສານ ພ້ອມ​ກັບຄຳ​ໝັ້ນ​ສັນຍາ​ ຂອງປະທານາທິບໍດີ
ບາຣັກ ​ໂອ​ບາ​ມາ ທີ່ຈະ​ດັດແກ້​ກົດ​ໝາຍ​ກ່ຽວກັບ​ຄົນ​ເຂົ້າ​ເ​ມື​ອງ ​
ໂດຍ​ການ​ອອກດຳລັດ ຂອງ​ປະທາ​ນາ​ທິບໍ​ດີນັ້ນ ​ໄດ້ກໍ່​ໃຫ້​ເກີດ
ຄວາມ​ຂັດ​ແຍ້​ງກັນ​ຢ່າງ​ໃຫຍ່ ​ໃນ​ລັດຖະສະພາ.

ພ້ອມ​ກັບ​ການ​ຄາດ​ຄະ​ເນກັນ​ວ່າ ມີຊາວ​ຕ່າງ​ຊາດອາໄສຢູ່​ໃນ​ສະຫະລັດ​ ຢ່າງ​ຜິດ​ກົດໝາຍ ປະມານ 11 ຫາ 12 ລ້ານຄົນ ​ແລະພວກເດັກ ນ້ອຍ ​ທີ່​ຍັງ​ບໍ່​ບັນລຸ​ນິຕິພາວະ ພາກັນ​ລຸ​ຫລັ່ງ​ເຂົ້າມາ​ຕື່ມ​ອີກ​ທຸກໆ​ມື້ນັ້ນ ບັນດາ​ຜູ້​ແທນ​ພັກ Republican ​ຕ່າງ​ກໍ​ພາກັນ​ຖິ້ມໂທດໃສ່
ລັດຖະບານ​ໂອ​ບາ​ມາ ​ເຊັ່ນ ສະມາຊິກ​ສະພາ​ສູງ Jeff Sessions ທີ່​ກ່າວ​ວ່າ:

“​ຄວາມ​ເປັນ​ຈິງທີ່​ໜ້າ​ເສຍ​ໃຈ​ ກ່ຽວ​ກັບການ​ບັງຄັບ​ໃຊ້ກົດໝາ​ຍທີ່​ບໍ່​ເຄ່ງ​ຄັດ ມີ​ຊ່ອງ​
ຫວ່າງ ບວກ​ກັບ ການ​ບໍ່ຖະ​ແຫລ​ງອອກ​ມາ​ຢ່າງ​ຈະ​ແຈ້ງ ​ແມ່ນ​ເປັນ​ສິ່ງ​ທີ່​ຊຸກຍູ້ໃຫ້​
ມີ​ເດັກນ້ອຍ​ຫລັ່ງ​ໄຫລ​ເຂົ້າ​ມາ​ຫລາຍ​ຂຶ້ນ. ຄວາມ​ເປັນ​ຈິງ ກໍແມ່ນວ່າ ຄັນ​ເຂົາເຈົ້າ​
ເຂົ້າມາ​ໃນ​ປະ​ເທດນີ້​ມື້​ນີ້ ​ເຈົ້າຈະ​ບໍ່​ຖືກ​ເນລະ​ເທດ​. ນັ້ນ​ແມ່ນ​ຄວາມ​ຈິງ!”

​ແຕ່​ສິ່ງ​ທີ່​ທ້າ​ທາຍ​ຕ່າງ​ໆ ຂອງລະບົບຄົນ​ເຂົ້າ​ເມືອງ​ຂອງອາ​ເມຣິກາ ​ແມ່ນ​ຈະບໍ່​ສາມາດແກ້​ໄຂ​ໄດ້​ ​ໂດຍ​ຝ່າຍບັງຄັບ​ໃຊ້​ກົດໝາຍ ​ແຕ່ພຽງ​ຝ່າຍ​ດຽວ ​ ອີງ​ຕາມ​ສະມາຊິກ​ສະພາ​ສູງ​ພັກ Democrat ທ່ານ Harry Reid ທີ່ກ່າວ​ວ່າ:

“11 ລ້ານ​ຄົນ! ພວກ​ເຮົາ​ບໍ່​ມີ​ງົບປະມານ​ທີ່​ຈະເນລະ​ເທດ​ 11 ລ້ານຄົນ​ ເຫຼົ່ານັ້ນ
ດອກ. ມັນ​ມີ​ລາຍ​ຈ່າ​ຍສູງເກີນ​ໄປ​. ພວກ​ເຮົາ​ບໍ່​ສາມາດເຮັດ​ໄດ້. ມັນເຮັດບໍ່​ໄດ້.”

ON THE LINE: Children at the Door
please wait

No media source currently available

0:00 0:29:59 0:00

XS
SM
MD
LG