ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະມາຊິກລັດຖະ​ສະພາ ສຫລ ຂຸ້ນຂ້ຽວເຮັດວຽກ ເພື່ອແກ້ໄຂວິກິດການ ເລື່ອງງົບປະມານ (ວີດີໂອ)


Lawmakers will Try again to End the Government Shutdown
please wait

No media source currently available

0:00 0:02:54 0:00
ລິງໂດຍກົງ

ເບິ່ງວີດີໂອ ກ່ຽວກັບຂ່າວນີ້.

ສະມາຊິກລັດຖະ​ສະພາສະຫະລັດພົບ​ປະກັນ ​ໃນ​ວັນຈັນມື້ນີ້
ເຖິງແມ່ນວ່າຈະເປັນວັນພັກລັດຖະ ການກໍຕາມ ໃນຂະນະ​ທີ່​
ພວ​ກເພິ່ນ​ກໍາລັງຫາ​ທາງ​ແກ້ໄຂວິ​ກິດ​ການງົບປະມາ​ນສອງ
ດ້ານ ກ່ຽວກັບເລື້ອງ​ການ​ອັດ​ໂຮງການຂອງ​ລັດຖະບານ​ລົງ
ເປັນ​ບາງສ່ວນ ​ແລະ​ກໍເລື້ອງກໍາໜົດ​ເສ້ນ​ຕາຍ​ທີ່ໃກ້​ເຂົ້າ​ມາ
ສໍາລັບເພີ້​ມລະດັບ​ໜີ້​ສິນໃຫ້ລັດຖະບານ​ເພື່ອ​ໃຫ້​ສາມາດ​
ຊໍາລະໜີ້​ສິນ​ ຂອງຊາ​ດໄດ້ນັ້ນ.

​ຫຼາຍໆ​ພາກສ່ວນ​ຂອງ​ລັດຖະບາ​ນ​ໄດ້​ຖືກ​ປິດ​ລົງ ມາ​ໄດ້​ 2
ອາທິດແລ້ວແລະຍັງຈະຖືກປິດຢູ່ ຈົນກວ່າທາງລັດຖະສະພາ
ແລະປະທານາທິບໍດີ ຈະສາມາດຕົກລົງກັນ​ໄດ້​ກ່ຽວ​ກັບງົບປະ
ມານຂອງປະເທດ ສໍາລັບ​ສົກ​ປີ 2014 ທີ່​ໄດ້​ເລີ້ມ​ຂຶ້ນ​ເມື່ອ​ວັນ​ທີ 1 ​ເດືອນ​ຕຸລານີ້ ຊຶ່ງສະຖາ
ນະການບໍ່​ໄປ​ບໍ່​ມາ​ດັ່ງກ່າວ​ນີ້ ຈະ​ບັນຈົບ​ຄົບ​ກັນ​ກັບ​ການ​ໝົດ​ອາຍຸ​ລົງ​ຂອງ​ກໍາໜົດການເພີ້​ມ
​ເພດານ​ໜີ້​ສິນຂອງ​ລັດຖະບານ ​ໃນ​ວັນ​ພະຫັດນີ້ ຊຶ່ງຈະ​ເຮັດໃຫ້​ສະຫະລັດບໍ່ສາມາດກູ້​ຢືມ
​ເງິນ​ມາຊໍາລະ​ໜີ້​ສິນຂອງ​ຕົນ​ໄດ້​ນັ້ນ.

ຜູ້​ນໍາສຽງ​ສ່ວນ​ຫຼາຍ ກໍ​ຄື​ພັກເດ​ໂມ​ແຄຣັດ ​ໃນສະພາ​ສູງ ທ່ານ Harry Reid ໄດ້ກ່າວ​ໃນ
​ວັນ​ອາທິດ​ວານ​ນີ້ ​ຫຼັງຈາກ​ທີ່​ໄດ້ມີ​ການ​ໂອ້​ລົມ​ສົນທະນາ​ກັນ​ໃນ​ທາງສ້າງສັນກັບ​ຫົວໜ້າ
ພັກຣິພັບບລິ​ກັນ ທ່ານ Mitch McConnell ແລ້ວ​ນັ້ນວ່າ ທ່ານ​ມີ​ຄວາມຫວັງ​ກ່ຽວກັບ
ຊ່ອງທາງ​ໃນ​ການ​ ​ແກ້​ໄຂ​ທັງ​ສອງ​ວິ​ກິດ​ການ​ທີ່​ກ່າວ​ມາ​ນັ້ນ.

ພັກ​ເດ​ໂມ​ແຄຣັດນັ້ນ​ແມ່ນ​ຕ້ອງການ​ທີ່​ຈະ​ຍົກ​ເພດານ​ໜີ້​ສິນ​ໃຫ້​ສູງ​ຂຶ້ນ ​ເພື່ອ​ເລື່ອນ​ໄລຍະ​
ເວລາ​ອອກ​ໄປກ່ອນ​ທີ່​ຈະ​ມີ​ການ​ຕໍ່​ລອງ​ກັນກ່ຽວ​ກັບ​ເລື່ອງ​ໜີ້​ສິນ​ກັນອີກ. ນອກ​ນັ້ນ​ ພັກ​ເດ​
ໂມ​ແຄຣັດ ຍັງ​ຢາກ​ໃຫ້​ມີ​ການ​ຮັບ​ຜ່ານ​ຮ່າງ​ງົບປະມານ​ໄລຍະ​ສັ້ນ ເພື່ອ​ໃຫ້​ລັດຖະບານ​ກັບ​
ມາ​ເປີດ​ຄືນ​ ແລະ​ໃຫ້​ບໍລິການ​ອີກ ​ແລະ​ປ່ອຍ​ໃຫ້ການ​ຕັດ​ງົບປະມານ​ຢ່າງ​ໃຫຍ່​ທີ່​ໄດ້ເລີ້ມ
ຈັດ​ຕັ້ງ​ປະຕິບັດໃນປີ​ນີ້​ ​ມີ​ຜົນ​ບັງຄັບ​ໃຊ້ຕໍ່​ໄປ ​ຈົນ​ຮອດ​ເດືອນໜ້າ.

​ແຕ່​ທາງພັກຣິພັບບລິ​ກັນນັ້ນ​ ​ຕ້ອງການໃຫ້​ເພີ່ມ​ເພດານ​ໜີ້​ສິນຂຶ້ນໜ້ອຍດຽວ ​ແລະໃຫ້​ມີ​
ການຕັດ​ການ​ໃຊ້​ຈ່າຍ​ລົງ ຫລາຍ​ຂຶ້ນ​ອີກ.

Washington Week: Time Running Out to End US Fiscal Impasse
please wait

No media source currently available

0:00 0:02:06 0:00
ລິງໂດຍກົງ
XS
SM
MD
LG