ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ມາ​ຊິກ​ສະ​ພາ ສະ​ຫະ​ລັດ ມີ​ເວ​ລາ​ເຮັດ​ວຽກ 11 ​ວັນ ເພື່ອ​ເຮັດ​ໃຫ້​ລັດ​ຖະ​ບານ​ມີ​ທຶນ​ໃຊ​້


ຍອດ​ກົມ​ຂອງ​ຕຶກ​ຫໍ​ລັດ​ຖະ​ສະ​ພາ ສະ​ຫະ​ລັດ ໃນ​ນະ​ຄອນຫຼວງ ວໍ​ຊິງ​ຕັນ, 30 ກໍ​ລະ​ກົດ 2023. (Photo by Diaa Bekheet)
ຍອດ​ກົມ​ຂອງ​ຕຶກ​ຫໍ​ລັດ​ຖະ​ສະ​ພາ ສະ​ຫະ​ລັດ ໃນ​ນະ​ຄອນຫຼວງ ວໍ​ຊິງ​ຕັນ, 30 ກໍ​ລະ​ກົດ 2023. (Photo by Diaa Bekheet)

ບັນ​ດາ​ສະ​ມາ​ຊິກ​ສະ​ພາ ສະ​ຫະ​ລັດ ຈະ​ປະ​ເຊີນ​ກັບ​ບັນ​ຫາ​ທີ່​ເປັນ​ບູ​ລິ​ມະ​ສິດຫຼາຍ​ລາຍ​ການ​ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ກັບ​ຄືນ​ມາ​ເຮັດ​ວຽກ​ໃນ​ນະ​ຄອນຫຼວງ​ຂອງ​ປະ​ເທດ​ໃນ​ເດືອນນີ້ ຫຼັງ​ຈາກ​ໄດ້​ໄປ​ພັກ​ຜ່ອນ ​ໃນ​ເດືອນ​ສິງ​ຫາ​ທີ່​ຜ່ານ​ມາ. ສະ​ມາ​ຊິກ​ສະ​ພາ​ສູງ ສະ​ຫະ​ລັດ ໄດ້​ກັບ​ຄືນ​ມາ​ເຮັດ​ວຽກ​ໃນ​ອາ​ທິດນີ້ ​ດ້ວຍ​ບັນ​ຫາ​ທີ່​ກັບ​ຄືນ​ມາ​ອີກ​ຄັ້ງ ກ່ຽວ​ກັບ ສຸ​ຂະ​ພາບ​ຂອງ​ຜູ້​ນຳ​ສຽງ​ສ່ວນ​ນ້ອຍ​ສະ​ພາ​ສູງ ທ່ານ ມິ​ດ​ຈ໌ ແມັກ​ຄອນ​ແນ​ລ, ໃນ​ຂະ​ນະ​ທີ່​ສະ​ພາ​ຕ່ຳ​ ສະ​ຫະ​ລັດ ຈະ​ກັບ​ຄືນ​ມາ​ປະ​ຊຸມ​ກັນ​ໃນ​ອາ​ທິດ​ໜ້າ ເຊິ່ງ​ປະ​ທານ​ສະ​ພາ​ຕ່ຳ ທ່ານ ເຄວິນ ແມັກ​ຄາ​ທີ ຈະພິ​ຈາ​ລະ​ນາ​ການ​ຮຽກ​ຮ້ອງ​ເພື່ອ​ຟ້ອງ​ຮ້ອງ​ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ.

ດ້ວຍ​ວັນ​ເຮັດ​ວຽກ​ເຫຼືອ​ພຽງ 11 ວັນ​ຈົນ​ກວ່າ​ທຶນ​ສຳ​ລັບ​ລັດ​ຖ​ະ​ບານ ສະ​ຫະ​ລັດ ຈະ​ໝົດ​ໃນ​ວັນ​ທີ 30 ກັນ​ຍາ​ນີ້, ບັນ​ຫາທີ່​ເປັນ​ບູ​ລິ​ມະ​ສິດ​ສູງ​ສຸດ​ຂອງ​ສະ​ມາ​ຊິກ​ສະ​ພາ ສະ​ຫະ​ລັດ ກໍ​ແມ່ນ​ເພື່ອຫຼີກ​ລ່ຽງ​ການ​ປິດ​ລັດ​ຖະ​ບານ. ມັນ​ເກືອບ​ວ່າ​ຈະ​ບໍ່​ມີ​ໂອ​ກາດ​ສຳ​ລັບສະ​ພາ​ຕ່ຳທີ່​ພັກ​ຣີ​ພັບ​ບ​ລີ​ກັນກຳ​ສຽງ​ສ່ວນຫຼາຍ ແລະ ສະ​ພາ​ສູງ​ທີ່​ພັກ​ເດ​ໂມ​ແຄ​ຣັດ​ກຳ​ສຽງ​ສ່ວນຫຼາຍ​ຈະ​ສາ​ມາດ​ຕົກ​ລົງ​ກັນ ກ່ຽວ​ກັບ ການ​ກຳ​ນົດ​ທຶນ​ໝົດ​ປີ​ໃຫ້​ທັນ​ເວ​ລາ, ເຊິ່ງ​ກໍ່​ໃຫ້​ເກີດ​ຄວາມ​ເປັນ​ໄປ​ໄດ້ ​ທີ່​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ຈະ​ຮັບ​ຜ່ານ​ຂໍ້​ແກ້​ໄຂ​ໄລ​ຍະ​ສັ້ນ ເຊິ່ງ​ຮູ້​ຈັກ​ກັນ ​ໃນ​ຂໍ້​ແກ້​ໄຂ​ຕໍ່​ເນື່ອງ.

ຜູ້​ນຳ​ສຽງ​ສ່ວນຫຼາຍ​ສະ​ພາ​ສູງ ທ່ານ ຈັກ ຊູ​ເມີ ໄດ້​ກ່າວ​ໃນ​ຈົດ​ໝາຍ ​ທີ່​ຂຽນ​ເຖິງ​ບັນ​ດາ​ເພື່ອນ​ຮ່ວມ​ງານ​ເມື່ອ​ວັນ​ສຸກ​ທີ່​ຜ່ານ​ມາ​ວ່າ ສະ​ພາ​ຂອງ​ທ່ານ​ຈະ​ເພັ່ງ​ເລັງ​ໃສ່​ການ​ຮັບ​ຜ່ານ​ຮ່າງ​ກົດ​ໝາຍ​ການ​ໃຊ້​ຈ່າຍເພື່ອ “ປ້ອງ​ກັນ​ພວກ​ຫົວ​ຮຸນ​ແຮງ​ສະ​ພາ​ຕ່ຳ​ພັກ​ຣີ​ພັ​ບບ​ລີ​ກັນ​ ຈາກ​ການ​ບັງ​ຄັບ​ໃຫ້​ປິ​ດ​ລັດ​ຖະ​ບານ.”

ປະ​ທານ​ສະ​ພາ​ຕ່ຳ​ທ່ານ ເຄວິນ ແມັກ​ຄາ​ທີ ແມ່ນ​ໄດ້​ປະ​ເຊີນ​ກັບ​ການ​ຕຳ​ໜິ​ຕິ​ຕຽນ​ຈາກ​ພວກ​ຫົວ​ອະ​ນຸ​ລັກ​ນິ​ຍົມ​ພາຍ​ໃນ​ພັກ​ຂອງ​ທ່ານ​ໃນ​ປີ​ນີ້​ ສຳ​ລັບ​ການ​ເຮັດ ​ຂໍ້​ຕົກ​ລົງ​ກັບ​ທຳ​ນຽບ​ຂາວ, ໂດຍ​ໄດ້​ເຫັນ​ດີ​ຕໍ່​ລະ​ດັບ​ງົບ​ປະ​ມານ​ໃນ​ການ​ແລກ​ປ່ຽນ​ສຳ​ລັບ​ການ​ປ້ອງ​ກັນ ສະ​ຫະ​ລັດ ບໍ່​ໃຫ້​ໃຊ້​ເງິນ​ຮອດ​ເພ​ດານ​ໜີ້​ສິນ. ທ່ານ​ໄດ້​ໂຕ້​ຖຽງ​ວ່າ​ຂໍ້​ແກ້​ໄຂ​ຕໍ່​ເນື່ອງ​ຈະ​ເຮັດ​ໃຫ້​ພັກ​ຣີ​ພັບ​ບ​ລີ​ກັນ​ມີ​ເວ​ລາຫຼາຍ​ຂຶ້ນ​ເພື່ອ​ເຈ​ລະ​ຈາ ກ່ຽວ​ກັບ​ການຫຼຸດ​ຄ່າ​ໃຊ້​ຈ່າຍ​ທີ່​ເຂົາ​ເຈົ້າ​ຫວັງ​ຈະ​ເຮັດ. ແລະ ສະ​ມາ​ຊິກ​ພັກ​ຣີ​ພັບ​ບ​ລີ​ກັນ​ບາງ​ຄົນ​ໄດ້​ເຫັນ​ພ້ອມ​ວ່າ ການ​ປິດ​ລັດ​ຖະ​ບານ​ແມ່ນ​ແຜນ​ການ​ທີ່​ຜິດ​ເພື່ອ​ທຳ​ການ​ຮຽກ​ຮ້ອງ​ຂອງ​ເຂົາ​ເຈົ້າ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG