ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ສະມາຊິກ​ ລັດຖະ​ສະພາ ​ເຈາະຈົງໃສ່ ການພິສູດ ກ່ຽວກັບ ໂຄງການນິວເຄລຍ ອີຣ່ານ


ຜູ້ແທນສະພາສູງ ທ່ານ Bob Corker ປະທານ ຄະນະ​ກຳມະ ການຄວາມສຳພັນຕ່າງປະເທດຂອງ​ສະພາ​ສູງ ທີ່ສັງກັດ ພັກຣີພັບ​ບລິ​ກັນ.
ຜູ້ແທນສະພາສູງ ທ່ານ Bob Corker ປະທານ ຄະນະ​ກຳມະ ການຄວາມສຳພັນຕ່າງປະເທດຂອງ​ສະພາ​ສູງ ທີ່ສັງກັດ ພັກຣີພັບ​ບລິ​ກັນ.

ບັນດາ​ສະມາຊິກ​ລັດຖະ​ສະພາສະຫະລັດ ​ໄດ້​ອອກ​ມາ​ຈາກ​ກອງ
​ປະຊຸມ​ແບບປິດ​ລັບ ໂດຍທີ່ບັນດາ​ເຈົ້າ​ໜ້າທີ່​ສືບ​ລັບຂັ້ນ​ສູງ​ໄດ້
ໃຫ້​ຄວາມ​ເຫັນ​ຢ່າງກວ້າ​ຂວາງ ​ໃນ​ຄວາ​ມສາມາດ​ຂອງສະຫະລັດ
ທີ່​ຈະ​ຈັບ​ການ​ຂີ້ລັກ​ໃດ​ໆກໍຕາມຂອງອີ​ຣ່ານ ກ່ຽວ​ກັບ​ເງື່ອນໄຂ
ຕ່າງ​ໆ ຂອງ​ຂໍ້ຕົກລົງນິ​ວ​ເຄລຍສາກົນ ທີ່ບັນລຸກັນໃນເດືອນ
​ແລ້ວນີ້​.

ປະທານ ຄະນະ​ກຳມະການຄວາມສຳພັນຕ່າງປະເທດຂອງ​ສະ
ພາສູງ ທີ່ສັງກັດ ພັກຣີພັບ​ບລິ​ກັນ ທ່ານ Bob Corker ກ່າວ​ວ່າ
“ບໍ່ ຂ້າພະ​ເຈົ້າ ບໍ່​ມີ​ຄວາມ​ໝັ້ນ​ໃຈ​ກ່ຽວ​ກັບ​ເລື້ອງ​ນີ້. ຂ້າພະ​ເຈົ້າ
ຄິ​ດວ່າ ບໍ່​ມີ​ໃຜ​ສາມາດ​ບອກ​ທ່ານໄດ້ ຢ່າງເປັນ ການສະເພາະ​ວ່າ
​ເຂົາ​ເຈົ້າ ໝັ້ນ​ໃຈ​ກ່ຽວກັບ​ເລື້ອງ​ນີ້.”

ທ່ານ Corker ​ໄດ້​ກ່າວ​ຫລັງ​ຈາກລາຍ​ງານທີ່ເປັນຄວາມລັບ​ ຈາກຮອງຫົວໜ້າ​ອົງການສືບ
​ລັບ​ແຫ່ງ​ຊາດ ກ່ຽວ​ກັບ​ອີຣ່ານ. ບັນ​ດາ​ສະມາຊິກ ​ໄດ້​ອ່ານ​ເອກ​ກະ ສາ​ນລັບສຸດ​ຍອດ ​ແລະ
​ຖາມ​ຄໍາ​ຖາມ​ຕ່າງໆ​ກ່ຽວ​ກັບຄວາມ​ສາມ​າດຂອງ ປະຊາ​ຄົມ​ສືບ​ລັບ ສະຫະລັດ ທີ່​ສີ້​ງຊອມ
​ໂຄງການ​ນິວ​ເຄລຍອີຣ່ານ ​ແລະ​ຈັບ​ການ​ເຄື່ອນ​ໄຫວດ້ານປະ​ລະ​ມານູ ຮ່ວມ​ທັງ​ການ​
ລະເມີດຕໍ່ຄວາມ​ໝັ້ນ​ໝາຍ​ຂອງເຕຫະ ຣ່ານ ​ຕໍ່​ປະຊາ​ຄົມນາໆ​ຊາດ.

ທ່ານ Corker ກ່າວ​ວ່າ ວຽກ​ງານແມ່ນກວ້າງໄກ​ໄປ​ກວ່າພຽ​ງ​ແຕ່​ຕິດ​ຕາມເບິ່ງ​ ​ ບັນດາ
​ສະຖານ​ທີ່ນິວ​ເຄລຍ ຂອງ​ອີຣ່ານ ທີ່ຮູ້ກັນແລ້ວນັ້ນ.

ທ່ານ Corker ກ່າວ​ວ່າ “​ແນ່ນ​ອນ ອີຣ່ານ ຈະ​ບໍ່​ໂງ່​ຈ້າ​ ທີ່​ຈະ​ເຮັດ​ສິ່ງ​ໃດສິ່ງນຶ່ງຢູ່ສະຖານ
ທີ່ໆເຂົາ​ເຈົ້າ​ໄດ້​ປະກາດໄປນັ້ນ ນີ້ແມ່ນເລື້ອງທີ່​ເປັນ​ຫ່ວງ ​ແລະ​ບໍ່​ໄດ້​ນຳ​ມາ​ກ່າວ​ຢູ່​ໃນ​
ກອງ​ປະຊຸມ​ນີ້ທັງໝົດ ສ່ວນ​ປະກອບ​ແມ່ນ ສິ່ງ​ທີ່​ເຂົາ​ເຈົ້າ​ກຳລັງ​ລັກ​ເຮັດ ​ແລະ​ຄວາມ​ສາ
ມາດ​ຂອງ​ເຮົາ​ທີ່​ຈະ​ຈັບ​ໄດ້.”

XS
SM
MD
LG