ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ມາ​ຊິກ ​ລັດ​ຖະ​ສະ​ພາ ​ສະ​ຫະ​ລັດ ແນ​ໃສ່​ເພື່ອ​ຄວບ​ຄຸມ ການ​ຂະ​ຫຍາຍ​ກຳ​ລັງ​ລູກ​ສອນ​ໄຟ​ຂອງ​ຈີນ


ແຟ້ມ - ລົດ​ທະ​ຫານ​ທີ່​ລຳ​ລຽງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ຂ້າມ​ທະ​ວີບ ແລ່ນ​ຜ່ານ​ຈະ​ຕຸ​ລັດ​ທຽນ​ອັນ​ເໝິນ ໃນ​ລະ​ຫວ່າງ​ການ​ສວນ​ສະ​ໜາມ​ຂອງ​ພວກ​ທະ​ຫານ ສະ​ຫຼອງວັນ​ຄົບ​ຮອບ 70 ປີ ໃນ​ການ​ສ້າງ​ຕັ້ງ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ ທີ່​ປັກ​ກິ່ງ ເມື່ອ​ວັນ​ທີ 1 ຕຸ​ລາ 2019.
ແຟ້ມ - ລົດ​ທະ​ຫານ​ທີ່​ລຳ​ລຽງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ຂ້າມ​ທະ​ວີບ ແລ່ນ​ຜ່ານ​ຈະ​ຕຸ​ລັດ​ທຽນ​ອັນ​ເໝິນ ໃນ​ລະ​ຫວ່າງ​ການ​ສວນ​ສະ​ໜາມ​ຂອງ​ພວກ​ທະ​ຫານ ສະ​ຫຼອງວັນ​ຄົບ​ຮອບ 70 ປີ ໃນ​ການ​ສ້າງ​ຕັ້ງ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ ທີ່​ປັກ​ກິ່ງ ເມື່ອ​ວັນ​ທີ 1 ຕຸ​ລາ 2019.

ບັນ​ດາ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ສະ​ຫະ​ລັດ ໄດ້​ນຳ​ສະ​ເໜີ​ຮ່າງ​ກົດ​ໝາຍ​ສະ​ບັບ​ໃໝ່ທີ່​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ ຕ້ອງ​ໄດ້​ພັດ​ທະ​ນາ​ຍຸດ​ທະ​ສາດ​ເພື່ອ​ສ້າງ "ວົງ​ແຫວນ​ໄຟ"​ ສຳ​ລັບ​ເຂດ​ອິນ​ໂດ​ປາ​ຊີ​ຟິກ​ເພື່ອ​ອັດ​ຊ່ອງ​ຫວ່າງ​ດ້ານ​ລູກ​ສອນ​ໄຟ​ກັບ​ຈີນ ​ໃນ​ຄວາມ​ພ​າ​ຍາ​ຍາມ​ຮ່ວມ​ກັນ​ກັບ​ປະ​ເທດ​ພັນ​ທະ​ມິດ.

ສະ​ມາ​ຊິກ​ສະ​ພາ​ຕ່ຳ ໄມ ກາ​ລັກເກີ (Mike Gallagher)​ ແລະ​ສະ​ມາ​ຊິກ​ສະ​ພາ​ສູງ ໂຈ​ນີ ເອີນ​ສ​ທ໌ (Johi Ernst) ຈາກ​ລັດ​ໄອ​ໂອ​ວາ ໄດ້​ນຳ​ສະ​ເໜີ ​ຮ່າງ​ກົດ​ໝາຍ​ວົງ​ແຫວນ​ໄຟ ສະ​ບັບ​ປີ 2023 ໃນ​ມື້​ວັນ​ສຸກ​ແລ້ວ.

ສະ​ມາ​ຊິກ​ສະ​ພາ​ສູງເອີນ​ສ​ທ໌ ກ່າວ​ວ່າ “ການ​ເອົາ​ທ່າ​ທີ​ແບບ​ຮຸກ​ຮານ​ຂອງ​ຈີນ​ໄດ້​ເພີ້ມ​ທະ​ວີ​ຂຶ້ນ ແລະ​ຍຸດ​ທະ​ສາດ​ໃນ​ການ​ຢັບ​ຢັ້ງ​ຢ່​າງ​ແຂງ​ຂັນ ແມ່ນ​ມີ​ຄວາມ​ຈຳ​ເປັນ ​ເພື່ອປະ​ເຊີນ​ໜ້າ ​ກັບ​ພັກ​ຄອມ​ມູ​ນິ​ສ​ຈີນ. ໃນ​ຂະ​ນະ​ທີ່ກອງ​ກຳ​ລັງ​ຈະ​ຫຼວດ​ຂອງ​ຈີນແມ່ນ​ເປັນ​ຜູ້​ນຳ​ໜ້າ​ໃນ​ເຂດ​ອິນ​ໂດ​ປາ​ຊີ​ຟິກ ຊ່ອງ​ຫວ່າງທີ່​ໜ້າ​ຕື່ນ​ຕົກ​ໃຈ ​ກ່ຽວ​ກັບ​ຄວາມ​ສາ​ມາດ​ທາງ​ດ້ານ​ລູກ​ສອນ​ໄຟ ເອີ້ນ​ການ​ສະ​ກັດ​ກັ້ນ ​ຍັງ​ເປັນ​ຄຳ​ຖາມ.”

ທ່ານ​ກາ​ລັກ​ເກີ ກ່າວ​ໃນ​ການ​ອອກ​ຖະ​ແຫຼງ​ຂ່າວ​ວ່າ “ພັກ​ຄອມ​ມູ​ນິ​ສ​ຈີນ​ໄດ້​ໃຊ້​ເວ​ລາ​ຫຼາຍໆ​ປີ ເພື່ອ​ສ້າງກອງ​ກຳ​ລັງ​ຈະ​ຫຼວດ​ທີ່​ສາ​ມາດ​ຍິງ​ທຳ​ລາຍ​ກຳ​ປັ່ນ​ອາ​ເມ​ຣິ​ກັນ ແລະ​ແນ​ເປົ້າ​ໝາຍ​ໃສ່​ກຳ​ລັງ​ອາ​ເມ​ຣິ​ກັນ ທີ່​ຢູ່​ໄກ​ອອກ​ໄປ​ໃນ​ທົ່ວ​ຂົງ​ເຂດ​ອິນ​ໂດ​ປາ​ຊີ​ຟິກ ທີ່​ສາ​ມາດ​ມາ​ເຖິງ​ຊາຍ​ແດນ​ຂອງ​ພວກ​ເຮົາ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG