ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະມາຊິກສະພາສະຫະລັດ ມີ​ຄວາມ​ຄິດ​ເຫັນ​ແຕກ​ຕ່າງ​ກັນ​ກ່ຽວ​ກັບ​ມາດ​ຕະການລົງ​ໂທດ ຄັ້ງ​ຫລ້າ​ສຸດ ​ຂອງ​ທ່ານ​ໄບ​ເດັນ​ຕໍ່ ​ຣັດ​ເຊຍ


ປະທານສະພາຕ່ຳແນນ​ຊີ ເພ​ໂລ​ຊີ ທີ່​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ​ຈັດ​ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວຢູ່​ຫໍ Capitol ຊຶ່ງ​ເປັນ​ຫ້ອງ​ການ​ຂອງ​ລັດ​ຖະ​ສະ​ພາ​ສະ​ຫະ​ລັດ, ວັນ​ທີ 23 ກຸມ​ພາ, 2022.
ປະທານສະພາຕ່ຳແນນ​ຊີ ເພ​ໂລ​ຊີ ທີ່​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ​ຈັດ​ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວຢູ່​ຫໍ Capitol ຊຶ່ງ​ເປັນ​ຫ້ອງ​ການ​ຂອງ​ລັດ​ຖະ​ສະ​ພາ​ສະ​ຫະ​ລັດ, ວັນ​ທີ 23 ກຸມ​ພາ, 2022.

ໃນຂະນະທີ່ບັນດາສະມາຊິກສະພາສະຫະລັດ ໄດ້ພ້ອມກັນປະນາມການບຸກລຸກຂອງປະທານາ ທິບໍດີຣັດເຊຍ, ທ່ານວ​ລາ​ດິ​ເມຍ ປູ​ຕິນ ເຂົ້າ​ໄປໃນຢູເຄຣນ, ປະ​ຕິ​ກິ​ລິ​ຍາຕອບໂຕ້ ຂອງພວກເພິ່ນ ຕໍ່ການລົງໂທດຄັ້ງຫຼ້າສຸດ ຂອງລັດ​ຖະ​ບານ​ທ່ານໄບເດັນ ຍັງຄົງຖືກແບ່ງ​ແຍກອອກໄປຕາມສາຍພັກ​ຢູ່.

ປະທານສະພາຕ່ຳແນນ​ຊີ ເພ​ໂລ​ຊີ ໄດ້ຊົມເຊີຍຄຳປາໄສຂອງປະທານາທິບໍດີສະຫະລັດ, ທ່ານໂຈ ໄບເດັນ ໃນວັນພະຫັດວານນີ້ ທີ່ຕອບໂຕ້ ຕໍ່ການບຸກໂຈມຕີທາງທະຫານຄັ້ງໃຫຍ່ສຸດ ໃນຢູໂຣບ ໃນຮອບນານກວ່າ 70 ປີຜ່ານ​ມາ.

"ປະທານາທິບໍດີ ໄບເດັນ ໄດ້ກ່າວຢ່າງຈະແຈ້ງຕະຫຼອດໄລ​ຍະ ​ທີ່ຣັດເຊຍເພີ້ມ ຄວາມ​ເຄັ່ງ​ຕຶງ​ຂຶ້ນວ່າ ພວກເຮົາຈະສືບຕໍ່ວາງມາດ​ຕະ​ການ​ທີ່​ເຮັດ​ໃຫ້ມີ​ຄວາມເສຍ​ຫາຍຕໍ່ຣັດເຊຍ ທີ່ຈະເຮັດໃຫ້ມັນອ່ອນແອ ລົງໃນທຸກໆດ້ານ. ມາດ​ຕະ​ການເຫຼົ່ານີ້ ລວມມີບາດ​ກ້າວເພີ້ມເຕີມ ທີ່ປະກາດອອກໃນມື້ນີ້ ກ່ຽວກັບການ ລົງໂທດຄັ້ງໃຫຍ່ ແລະກໍ່​ໃຫ້​ເກີດ​ຜົນ​ເສຍ​ຫາຍ ຕໍ່ສະຖາບັນການເງິນ, ບໍລິສັດ ແລະບຸກຄົນທີ່ສໍາຄັນ ຕໍ່ເສດຖະກິດຣັດເຊຍ ແລະການ ສະຫນັບສະຫນູນ ທາງທະຫານເພີ້ມອີກ ເພື່ອ​ເພີ້ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່ເນ​ໂຕ້,” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານນາງ​ເພ​ໂລ​ຊີ ທີ່ກ່າວ ໃນຖະແຫຼງການສະ​ບັບ​ນຶ່ງ.

ໃນການກ່າວຄຳປາໄສ ໃນຕອນແລງຂອງວັນພຸດ​ຜ່ານ​ມານີ້ ທ່ານປູ​ຕິນໄດ້ໃຫ້ເຫດຜົນ ຕໍ່ການໂຈມຕີທີ່ບໍ່ໄດ້ມີ​ການ​ເກາະ​ຜິດ​ໃດໆຕໍ່ປະເທດຢູໂຣບຕາເວັນອອກທີ່ເປັນເອກະ ລາດແຫ່ງນັ້ນ ໂດຍກ່າວອ້າງແບບບໍ່ມີຫຼັກ ຖານວ່າ ມີການຂ້າລ້າງ ເຊື້ອຊາດເຜົ່າພັນໄດ້ ເກີດຂຶ້ນ ຢູ່ໃນຢູເຄຣນ ແລະຮຽກຮ້ອງໃຫ້ມີການ “​ຮື້​ຖອນລະ​ບອບຂ້າລ້າງ​ເຜົ່າ​ພັນ​ແບບ​ນາ​ຊີ” ຂອງປະເທດນັ້ນ, ເຊິ່ງນຳພາໂດຍປະທານາ ທິບໍດີທີ່ຖືກເລືອກຕັ້ງ ທີ່ເປັນ​ຊາວ​ຢີວ.

ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນກຳ​ລັງ​ຟັງ​ຄຳ​ຖາມ​ຈາກ​ນັກ​ຂ່າວ​ຂະ​ນະ​ທີ່​ກ່າວ​ຄຳ​ປາ​ໄສຢູ່​ທຳ​ນຽບ​ຂາວກ່ຽວ​ກັບການ​ບຸກ​ລຸກ​ຂອງ​ຣັດ​ເຊຍເຂົ້າ​ໄປ​ໃນ​ຢູ​ເຄ​ຣນ, ວັນ​ທີ 24 ກຸມ​ພາ, 2022.
ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນກຳ​ລັງ​ຟັງ​ຄຳ​ຖາມ​ຈາກ​ນັກ​ຂ່າວ​ຂະ​ນະ​ທີ່​ກ່າວ​ຄຳ​ປາ​ໄສຢູ່​ທຳ​ນຽບ​ຂາວກ່ຽວ​ກັບການ​ບຸກ​ລຸກ​ຂອງ​ຣັດ​ເຊຍເຂົ້າ​ໄປ​ໃນ​ຢູ​ເຄ​ຣນ, ວັນ​ທີ 24 ກຸມ​ພາ, 2022.

​ແຕ່​ທ່ານມິດ​ຈ໌ ແມັກ​ຄອນ​ແນ​ລ (Mitch McConnell) ຜູ້​ນຳ​ສະພາ​ສູງສຽງ​ສ່ວນ​ໜ້ອຍ​ໃນ​ສະພາ​ສູງ​ກ່າວ​ວ່າ ທ່ານໄບເດັນຊັກຊ້າ​ເກີນ​ໄປ​ໃນ​ການ​ປະກາດ ​ວ່າ ສະຫະລັດ​ຈະ​ຈຳກັດ​ການ​ສົ່ງ​ອອກ​ໄປ​ຍັງຣັດ​ເຊຍ ​ແລະ​ລົງ​ໂທດ​ພວກ​ຊົນ​ຊັ້ນ​ສູງ​ຂອງຣັດ​ເຊຍ​ຕື່ມ​ອີກ. ທ່ານປູ​ຕິນເອງ​ກໍບໍ່ໄດ້ຖືກລວມເຂົ້າໃນ​ການ​ຖືກ​ລົງ​ໂທດນີ້.

“ປະທານາທິບໍດີ​ຄວນ​ໃຊ້​ອຳນາດ​ຢ່າງ​ກວ້າງ​ຂວາງ​ທີ່ຕົນມີ ​ວາງ​ມາດ​ຕະການ​ລົງ​ໂທດ​ທີ່​ເຄັ່ງ​ຄັດ​ ແນ່ນອນ​ໃດ​ນຶ່ງ ​ເພື່ອ​ແນ​ໃສ່​ສະກັດ​ກັ້ນ​ການ​ຮຸກ​ຮານ ​ແລະ​ເຮັດ​ໃຫ້​ຣັດ​ເຊຍ​ອ່ອນ​ແອ​ລົງ. ພວກ​ເຮົາ​ຄວນ​ໄດ້​ຮັບ​ປະ​ກັນ​ວ່າ ​ທໍ່​ສົ່ງ​ການ​ຊ່ວຍ​ເຫຼືອຄວນໄຫຼ​ເຂົ້າ​ໄປຫາ​ຢູ​ເຄ​ຣນໄວ​ກວ່ານີ້​ຫລາຍ​. ແລະ ພວກເຮົາ ຄວນໄດ້ສົ່ງກໍາລັງໄປເພີ້ມເຕີມຫລາຍກວ່ານີ້ ເພື່ອສະຫນັບສະຫນູນ ພັນທະມິດ ທາງຕາເວັນອອກຂອງເນ​ໂຕ້ໄວ​ກວ່ານີ້," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ແມັກ​ຄອນ​ແນ​ລ ​ທີ່ກ່າວໃນຖະແຫຼງການສະ​ບັບ​ນຶ່ງ​ໃນວັນພະຫັດວານນີ້.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາອັງ​ກິດ

XS
SM
MD
LG