ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະມາຊິກ ສະພາ ທວງໃຫ້ ລູກຊາຍ ທ່ານທຣຳ ແລະ ທ່ານ Kushner ໄປໃຫ້ການ ຕໍ່ສະພາ


ຜູ້ສະໝັກເປັນປະທານາທິບໍດີ ສຫລ ທ່ານດໍໂນລ ທຣໍາ ແລະລູກຊາຍຂອງທ່ານ ຄືທ່ານ Donald Trump Jr.
ຜູ້ສະໝັກເປັນປະທານາທິບໍດີ ສຫລ ທ່ານດໍໂນລ ທຣໍາ ແລະລູກຊາຍຂອງທ່ານ ຄືທ່ານ Donald Trump Jr.

ບັນດາ​ສະມາຊິກ​ສະພາ​ຄົນສຳຄັນຂອງສະຫະລັດທີ່ກຳລັງ​ສືບສວນກ່ຽວ​ກັບ​ການ ​ກ່າວ
​ຫາວ່າ ຣັດ​ເຊຍ​ພົວພັນ​ໃນ​ການ​ເລືອກ​ຕັ້ງ​ ປີ 2016 ນັ້ນ ຕ້ອງການໃຫ້ລູກ​ຊາຍ ປະທາ
ນາທິບໍດີ ​ດໍໂນ​ລ ທຣໍາ ທ່ານ Donald Trump Jr ໄປໃຫ້​ການ​ກ່ຽວ​ກັບ​ການ​ປະຊຸມ​ຂອງ
​ທ່ານໃນ​ເດືອນມິ​ຖຸນ​າ ປີ 2016 ຢູ່​ທີ່ Trump Tower ​ໃນ​ນະຄອນ​ New York ກັບ​ທະ
ນານ​ຄວາມຣັດ​ເຊຍ ທີ່​ຄິດ​ວ່າ​ ມີ​ຂໍ້​ມູນ ​ທີ່​ຈະ​ສາມາດ​ສ້າງ​ຄວາມ​ເສ​ຍຫາຍ ​ໃຫ້​ແກ່ການ​
ໂຄສະນາ​ຫາ​ສຽງ ຜູ້​ສະໝັກ​ປະທານາທີ​ບໍດີພັກ​ເດ​ໂມ​ແຄຣັດ ທ່ານ​ນາງ Hillary
Clinton.

ທ່ານ​ນາງ Nancy Pelosi ຜູ້ນຳ​ສຽງ​ສ່ວນ​ນ້ອຍ​ໃນ​ສະພາ​ຕໍ່າທີ່​ສັງກັດພັກ​ເດໂມ​ແຄຣັດ
​ໄດ້ຂຽນ​ຂໍ້ຄວາມລົງ​ທາງ Twitter ​ໃນ​ວັນ​ພະຫັດ​ວາ​ນນີ້​ວ່າ “ມີການ​ເປີດເຜີຍໃຫ້​ເຫັນ
ວ່າ ຄະນະ​ໂຄສະ​ນາ​ຫາ​ສຽງ​ຂອງ​ທ່ານ​ທຣໍາ ມີ​ຄວາມກະຕື​ລື​ລົ້ນຕັ້ງ​ໃຈ ​ທີ່ອາດ​ເປັນ​ໄປ
​ໄດ້ ​ໃນ​ສົມຮູ້​ຮ່ວມ​ຄິດ​ກັບຣັດ​ເຊຍ ຊຶ່ງເປັນ​ເລື່ອງ​ໜ້າ​ວິ​ຕົກ​ທີ່​ສຸດ​.”

ນອກຈາກ​ລູກ​ຊາຍກົກຂອງປະທານາທິບ​ຊດີ​ທຣໍາແລ້ວ ລູກ​ເຂີ​ຍຂອງ​ທ່ານ ທ່ານ
Jared Kushner ອາຍຸ 36 ປີ ກໍຄາດ​ວ່າ​ຈະໄປໃຫ້ການ​ແບບ​ປິດ​ລັບ​ຕໍ່​ສະພາ. ບັນດາ
ສະມາຊິກ​ພັກ​ເດ​ໂມ​ແຄຣັດ ຍັງ​ຮຽກຮ້ອງໃຫ້​ຖອນ ການ​ກວດກາ ​ໃນ​ດ້ານຄວາມ​ປອດ​
ໄພຂອງທ່ານ Kushner ຊຶ່ງທີ່​ປຶ​ກສາ​ຂັ້ນສູງໃຫ້ແກ່​ປະທານາທິບໍດີ.

ທ່ານນາງ Pelosi ​ໄດ້​ຂຽນ​ຂໍ້ຄວາ​ມລົງທາງ Twitter “ປາກົດ​ວ່າ​ບໍ່​ມີ​ພື້ນຖານດ້ານ
ຈັນ​ຍາ​ບັນ​ໃດໆ ຢູ່​ໃນ​ທຳນຽບຂາວ. ການ​ກວດກາດ້ານ​ຄວາມ​ປອດ​ໄພ​ຂອງ ທ່ານ
Jared Kushner ຕ້ອງຖືກຖອນ​ໃນ​ທັນ​ທີ.”

​ແມ່ນ​ແຕ່​ສະມາຊິກ​ພັກຣີພັບ​ບລິ​ກັນ ຂອງ​ປະ​ທາ​ນາ​ທິບໍດີ​ທຣໍາຈຳນວນ​ນຶ່ງ​ ຍັງໄດ້​ກ່າວ
​ວ່າ ຈະ​ເປັນ​ຜົນ​ປະ​ໂຫຍ​ດດີ​ທີ່​ສຸດ​ສຳລັບ ປະທານາທິບໍດີ ຖ້າ​ຫາກ​ທ່ານ​ຍ້າຍ​ພວກ​ລູກ​
ເຕົ້າ​ຂອງ​ທ່ານ ​ອອກ​ຈາກ​ທຳ​ນຽບຂາວ​ທັງ​ໝົດ ຮວມທັງ ​ທ່ານ Kushner ຜູ້​ທີ່​ໄດ້​ແຕ່ງ
ງາ​ນກັບ​ລູກ​ສາວ​ກົກ ​ປະທານາທິບໍດີ ຍານາງ Ivanka.

ຢູ່​ວໍ​ຊິງ​ຕັນ ສະມາຊິກ​ສະພາ​ສູງ ທ່ານ Charles Grassley ສະມາຊິກພັກຣີພັບ​ບລິ​
ກັນ ຈາກ​ລັດ IOWA ປະທານ​ຄະ​ນະ​ກຳມະການ​ຍຸຕິ​ທຳຂອງສະພາ​ສູງ ​ໄດ້​ສົ່ງ​ໜັງສື​
ໄປ​ຫາ​ລູກ​ຊາຍ​ທ່ານ​ທຣໍາ ຂໍໃຫ້​ທ່ານ​ ​ໄປໃຫ້ການ​ກ່ຽວ​ກັບ​ການ​ປະ ຊຸມຂອງ​ທ່ານ ​ກັບ​ທະນາຍຄວາມຣັດ​ເຊຍ ​ນາງ Natalia Veselnitskaya ​ໃນ​ເດືອນ​ມິຖຸນາ ປີ 2016.
ທ່ານ Donald Trump Jr ​ໄດ້​ກ່າວ​ວ່າ ທ່ານ​ພໍ​ໃຈ​ທີ່​ຈະ​ອາສາ​ສະໝັກໄປໃຫ້ການ ​
ແຕ່​ທ່ານ Grassley ກ່າວ​ວ່າ ທ່ານ​ຈະ​ອອກ​ຄຳ ສັ່ງ​ຮຽກ​ຕົວ ຖ້າ​ຫາກ​ມີ​ຄວາມ​ຈຳ​ເປັນ.

ທ່ານ Grassley ກ່າວ​ວ່າ ບໍ່​ມີ​ຄຳ​ຖາມ​ໃດ​ ທີ່​ຈະຖືກຈຳກັດ ໂດຍຄະນະ​ກຳມະ ການ
​ສືບສວນ ​ທີ່ປະຊາ​ຄົມ​ສືບ​ລັບ​ສະຫະລັດ ​ໄດ້​ລົງ​ຄວາມ​ເຫັນ​ວ່າ ມົສກູ​ໄດ້​ແຊກ​ແຊງ
ເຂົ້າການ​ເລືອກ​ຕັ້ງ​ ໂດຍໄດ້​ຮັບ​ຄຳ​ສັ່ງ​ຢ່າງ​ເປັນ​ການ​ສ່ວນ​ຕົວ ​ຈາກ ປະທານາທິບໍດີ
Vladinir Putin.​

ວັງ Kremlin ທີ່ເຊືອມໂຍງກັບ ທະນາຍຄວາມ ທ່ານນາງ Natalia Veselnitskaya ກຳລັງກ່າວຕໍ່ບັນດານັກຂ່າວ
ວັງ Kremlin ທີ່ເຊືອມໂຍງກັບ ທະນາຍຄວາມ ທ່ານນາງ Natalia Veselnitskaya ກຳລັງກ່າວຕໍ່ບັນດານັກຂ່າວ

ແມ່ນ​ແຕ່​ສະມາຊິກ​ພັກຣີພັບ​ບລິ​ກັນ ຂອງ​ປະ​ທາ​ນາ​ທິບໍດີ​ທຣໍາຈຳນວນ​ນຶ່ງ​ ຍັງໄດ້​ກ່າວ
​ວ່າ ຈະ​ເປັນ​ຜົນ​ປະ​ໂຫຍ​ດດີ​ທີ່​ສຸດ​ສຳລັບ ປະທານາທິບໍດີ ຖ້າ​ຫາກ​ທ່ານ​ຍ້າຍ​ພວກ​ລູກ​
ເຕົ້າ​ຂອງ​ທ່ານ ​ອອກ​ຈາກ​ທຳ​ນຽບຂາວ​ທັງ​ໝົດ ຮວມທັງ ​ທ່ານ Kushner ຜູ້​ທີ່​ໄດ້​ແຕ່ງ
ງາ​ນກັບ​ລູກ​ສາວ​ກົກ ​ປະທານາທິບໍດີ ຍານາງ Ivanka.

ຢູ່​ວໍ​ຊິງ​ຕັນ ສະມາຊິກ​ສະພາ​ສູງ ທ່ານ Charles Grassley ສະມາຊິກພັກຣີພັບ​ບລິ​
ກັນ ຈາກ​ລັດ IOWA ປະທານ​ຄະ​ນະ​ກຳມະການ​ຍຸຕິ​ທຳຂອງສະພາ​ສູງ ​ໄດ້​ສົ່ງ​ໜັງສື​
ໄປ​ຫາ​ລູກ​ຊາຍ​ທ່ານ​ທຣໍາ ຂໍໃຫ້​ທ່ານ​ ​ໄປໃຫ້ການ​ກ່ຽວ​ກັບ​ການ​ປະ ຊຸມຂອງ​ທ່ານ ​ກັບ​ທະນາຍຄວາມຣັດ​ເຊຍ ​ນາງ Natalia Veselnitskaya ​ໃນ​ເດືອນ​ມິຖຸນາ ປີ 2016.
ທ່ານ Donald Trump Jr ​ໄດ້​ກ່າວ​ວ່າ ທ່ານ​ພໍ​ໃຈ​ທີ່​ຈະ​ອາສາ​ສະໝັກໄປໃຫ້ການ ​
ແຕ່​ທ່ານ Grassley ກ່າວ​ວ່າ ທ່ານ​ຈະ​ອອກ​ຄຳ ສັ່ງ​ຮຽກ​ຕົວ ຖ້າ​ຫາກ​ມີ​ຄວາມ​ຈຳ​ເປັນ.

Trump Defends Outreach to Russia and His Son Donald Jr.
please wait

No media source currently available

0:00 0:02:32 0:00

ທ່ານ Grassley ກ່າວ​ວ່າ ບໍ່​ມີ​ຄຳ​ຖາມ​ໃດ​ ທີ່​ຈະຖືກຈຳກັດ ໂດຍຄະນະ​ກຳມະ ການ
​ສືບສວນ ​ທີ່ປະຊາ​ຄົມ​ສືບ​ລັບ​ສະຫະລັດ ​ໄດ້​ລົງ​ຄວາມ​ເຫັນ​ວ່າ ມົສກູ​ໄດ້​ແຊກ​ແຊງ
ເຂົ້າການ​ເລືອກ​ຕັ້ງ​ ໂດຍໄດ້​ຮັບ​ຄຳ​ສັ່ງ​ຢ່າງ​ເປັນ​ການ​ສ່ວນ​ຕົວ ​ຈາກ ປະທານາທິບໍດີ
Vladinir Putin.​

ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ

Trump Russia Probe
please wait
Embed

No media source currently available

0:00 0:01:15 0:00

XS
SM
MD
LG