ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​​ລັດ​ຖະ​ສະ​ພາ ສ​ຫລ​ ເວົ້າ​ວ່າ ການ​ຍົ​ກ​ເວັ້ນ ການ​ຄ້າ​ສິດ​ທິຊັບ​ສິນທາງ​ປັນ​ຍາ ອາດ​ເຮັດ​ໃຫ້​ຄວາມ​ສາ​ມາດ​ແຂ່ງ​ຂັນຂອງ ສ​ຫລ ​ກັບ​ຈີນຫຼຸດ​ລົງໄດ້


(ພາບ​ໃນ​ແຟມ) ພາບຈອມ​ຫໍ​ລັດ​ຖະ​ສະ​ພາທີ່​ຖ່າຍ​ໃນ​ວັນ​ທີ 23 ມີ​ນາ, 2017
(ພາບ​ໃນ​ແຟມ) ພາບຈອມ​ຫໍ​ລັດ​ຖະ​ສະ​ພາທີ່​ຖ່າຍ​ໃນ​ວັນ​ທີ 23 ມີ​ນາ, 2017

ບັນດາສະມາຊິກສະພາສະຫະລັດໄດ້ເຕືອນໃນວັນອັງຄານນີ້ວ່າ ການ​ຂະ​ຫຍາຍການຍົກເວັ້ນສິດທິບັດ ໃນຍຸກໂຄວິດ​ສາ​ມາດເປັນອັນຕະລາຍຕໍ່ນະວັດຕະກໍາຂອງສະຫະລັດ ແລະສະຫນັບສະຫນູນຈີນ ໃນການແຂ່ງຂັນດ້ານຍຸດທະສາດຂອງໂລກໄດ້.

ອົງການການຄ້າໂລກ ຫລື WTO ໄດ້ຍົກເວັ້ນການປົກປ້ອງສິດທິບັດທົ່ວໂລກ ທີ່ສ້າງ ຂຶ້ນພາຍໃຕ້ກົດໝາຍວ່າ​ດ້ວຍການ​ຄ້າສິ່ງທີ່​ກ່ຽວ​ຂ້ອງ​ກັບ​ສິດ​ທິຊັບ​ສິນທາງ​ປັນ​ຍາ ຫລື TRIPS ປີ1995 ສໍາລັບວັກຊີນກັນ​ໂຄວິດ-19 ເມື່ອເດືອນມິຖຸນາແລ້ວນີ້ ແລະປັດຈຸບັນ ກຳລັງພິຈາລະນາທີ່​ຈະ​ຂະ​ຫຍາຍການຍົກເວັ້ນນັ້ນ ເຊິ່ງລວມມີເຄື່ອງມືວິນິດໄສ ແລະ ປ້ອງກັນ​ພະ​ຍາດ. ລັດ​ຖະ​ບານຂອງ​ທ່ານ​ໄບ​ເດັນໄດ້ຂໍໃຫ້ຄະນະກໍາມະການດ້ານ ການຄ້າສາກົນຂອງສະຫະລັດ ຫຼື USITC ສືບສວນວ່າ ການຂະຫຍາຍການ​ຍົກ​ເວັ້ນທີ່​ວ່າ​ນີ້ ສາມາດສົ່ງຜົນກະທົບຫຍັງແດ່ຕໍ່ການປະດິດສ້າງທາງດ້ານ​ການຢາຂອງສະຫະລັດ.

ທ່ານ Darrell Issa, ປະທານອະນຸກຳມະການດ້ານຕຸລາການຂອງສະພາຕ່ຳກ່ຽວກັບສານ, ຊັບສິນທາງປັນຍາ ແລະອິນເຕີແນັດ ສັງ​ກັດ​ພັກ​ຣີ​ພັບ​ບ​ລິ​ກັນ​ທີ່​ມາ​ຈາກ​ລັດ​ຄາ​ລິ​ຟໍ​ເນຍ
ທ່ານ Darrell Issa, ປະທານອະນຸກຳມະການດ້ານຕຸລາການຂອງສະພາຕ່ຳກ່ຽວກັບສານ, ຊັບສິນທາງປັນຍາ ແລະອິນເຕີແນັດ ສັງ​ກັດ​ພັກ​ຣີ​ພັບ​ບ​ລິ​ກັນ​ທີ່​ມາ​ຈາກ​ລັດ​ຄາ​ລິ​ຟໍ​ເນຍ

ທ່ານ​ດາ​ແຣລ ອິ​ສ​ຊາ (Darrell Issa) ປະທານ​ອະນຸ​ກຳມະການດ້ານຕຸລາການ​ຂອງ​ສະພາ​ຕ່ຳ​ກ່ຽວ​ກັບ​ສານ, ຊັບ​ສິນ​ທາງ​ປັນຍາ ​ແລະ​ອິນ​ເຕີ​ແນັດ​ ໄດ້​ນຳ​ສະ​ເໜີ​ມາດ​ຕະ ການ​ທີ່​ເອີ້ນ​ວ່າ ກົດ​ໝາຍບໍ່​ໃຫ້​ມີການ​ຄ້າສິ່ງທີ່​ກ່ຽວ​ຂ້ອງ​ກັບ​ສິດ​ທິຊັບ​ສິນທາງ​ປັນ​ຍາທີ່​ບໍ່​ເສຍ​ຄ່າ ຫລື No Free TRIPS Act ​ໃນ​ວັນ​ອັງຄານ​ວານ​ນີ້. ກົດໝາຍ​ທີ່​ເປັນ​ຄູ່​ກັນ​ນີ້ ​ໄດ້​ຖືກ​ນຳ​ສະ​ເໜີ​ຢູ່​ໃນ​ສະພາ​ສູງ​ສະຫະລັດ ​ໂດຍ​ສະມາຊິກ​ສະພາຈາກ​ພັກຣີພັບ​ບລິ​ກັນມາ​ຊາ ແບ​ລັກ​ເບີນ.

ທ່ານ​ອິ​ສ​ຊາກ່າວວ່າ, "ການຂະຫຍາຍໃດໆ ຂອງຂໍ້ຕົກລົງການຍົກເວັ້ນ TRIPS ຈະທໍາລາຍນະວັດຕະກໍາ ແລະການພັດທະນາຢ່າງວ່ອງໄວແບບທໍາລາຍສະຖິຕິທີ່ ພວກເຮົາໄດ້ເຫັນສໍາລັບພະ​ຍາດ​ໂຄວິດ-19. ແລະດ້ວຍເຫດຜົນນັ້ນ ພວກເຮົາຢູ່ທີ່ນີ້ ໃນມື້ນີ້ ເພື່ອສົນທະນາບໍ່ແມ່ນພຽງແຕ່ກ່ຽວກັບຄວາມສ່ຽງຂອງການຊ່ວຍເຫຼືອຈີນ ເທົ່ານັ້ນ ແຕ່ຍັງ​ສົນ​ທະ​ນາ​ກ່ຽວ​ກັບຄວາມສ່ຽງສູງຕໍ່ການປະດິດສ້າງທີ່ພວກເຮົາທຸກຄົນ ມີຢູ່ທີ່ນີ້ໃນສະຫະລັດໜີ້.”

ຖ້າ​ຫາກມັນຖື​ກຮັບ​ຮອງ​ເອົາກົດໝາຍ​ວ່າ​ດ້ວຍ​ບໍ່​ມີ TRIPS ບໍ່​ເສຍ​ຄ່າ​ຈະ​ກີດຂວາງ​ບໍ່​ໃຫ້​ລັດ​ຖະ​ບານຂອງ​ທ່ານ​ໄບ​ເດັນ​ເຂົ້າ​ຮ່ວມ ຫຼື​ສະຫລຸບ​ການ​ເຈລະຈາ​ໃດໆສຳ​ລັບ​ສັນຍາ ການ​ຄ້າ​ໂລກ ​ໂດຍ​ບໍ່​ໄດ້​ຮັບ​ອະນຸຍາດ​ຈາກ​ລັດຖະສະພາກ່ອນ. ນັບຕັ້ງແຕ່ປີ 1995 ເປັນ​ຕົ້ນ​ມາ TRIPS ຮຽກຮ້ອງໃຫ້ສະມາຊິກຂອງ WTO ປະຕິບັດຕາມກົດລະບຽບ ຂັ້ນຕ່ໍາສຸດ​ສຳ​ລັບ​ການປົກປ້ອງຊັບສິນທາງປັນຍາ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG