ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາສະມາຊິກສະພາ ສະຫະລັດ ຮຽກຮ້ອງໃຫ້ທຳນຽບຂາວ ຮີບດ່ວນສົ່ງອາວຸດ ໄປໃຫ້ຢູເຄຣນ


ທະຫານກອງທັບອາກາດຂອງໄຕ້ຫວັນ ຄຳນັບຢູ່ດ້ານໜ້າ ຂອງເຮືອບິນລົບ F-16 V ທີ່ໄດ້ຮັບການຍົກລະດັບ ຜະລິດໂດຍສະຫະລັດ ໃນລະວຫວ່າງ ພິທີການຂອງກອງທັບອາກາດ ຢູ່ທີ່ຖານທັບອາກາດ Chiayi ໃນພາກໃຕ້ຂອງໄຕ້ຫວັນ ເມື່ອວັນທີ18 ພະຈິກ 2021.
ທະຫານກອງທັບອາກາດຂອງໄຕ້ຫວັນ ຄຳນັບຢູ່ດ້ານໜ້າ ຂອງເຮືອບິນລົບ F-16 V ທີ່ໄດ້ຮັບການຍົກລະດັບ ຜະລິດໂດຍສະຫະລັດ ໃນລະວຫວ່າງ ພິທີການຂອງກອງທັບອາກາດ ຢູ່ທີ່ຖານທັບອາກາດ Chiayi ໃນພາກໃຕ້ຂອງໄຕ້ຫວັນ ເມື່ອວັນທີ18 ພະຈິກ 2021.

ບັນດາສະມາຊິກສະພາ ສະຫະລັດ ທີ່ຫາກໍ່ເດີນທາງກັບຄືນມາຈາກການໄປຢ້ຽມຢາມປະເທດ ຢູເຄຣນ ເຕືອນວ່າການຂົ່ມຂູ່ຂອງ ວໍຊິງຕັນ ທີ່ຈະວາງມາດຕະການລົງໂທດ ແລະເຄື່ອນໄຫວທາງ ການທູດນັ້ນ ແມ່ນບໍ່ພຽງພໍທີ່ຈະຍັບຍັ້ງປະທານາທິບໍດີ ຣັດເຊຍ ທ່ານ ວະລາດີເມຍ ປູຕິນ ບໍ່ໃຫ້ທໍາການບຸກລຸກຊຶ່ງອາດຈະເປັນໄປໄດ້ນັ້ນ.

ກຸ່ມບັນດາສະມາຊິກສະພາຈາກທັງພັກເດໂມແຄຣັດ ແລະຣີພັບບລີກັນ ໄດ້ເດີນທາງໄປຢ້ຽມຢາມນະຄອນຫຼວງ ກີຢິບ ໃນວັນເສົາແລະວັນທິດຜ່ານມານີ້ ບ່ອນທີ່ພວກເພິ່ນໄດ້ພົບປະກັບຜູ້ບັນຊາ ການກອງກຳລັງພິເສດຂອງ ຢູເຄຣນ ພ້ອມກັບພວກປະຕິບັດການພິເສດ ແລະກຳລັງທະຫານປ້ອງ ກັນຊາດຂອງສະຫະລັດ ຜູ້ທີ່ໄດ້ຊ່ອຍເຫຼືອໃນການຝຶກຊ້ອມໃຫ້ແກ່ກອງທັບ ຢູເຄຣນ.

ພວກເຂົາເຈົ້າໄດ້ພັນລະນາເຖິງສະພາບການດັ່ງກ່າວຄືວ່າ “ໜ້າເປັນຫ່ວງຫຼາຍ” ແລະໄດ້ຮຽກຮ້ອງຕໍ່ທຳນຽບຂາວ ໃຫ້ເລັ່ງສົ່ງອາວຸດຕ່າງໆໄປໃຫ້ກອງກຳລັງຂອງ ຢູເຄຣນ ໃນຄວາມຫວັງວ່າຈະສະກັດກັ້ນການບຸກໂຈມຕີຂອງ ຣັດເຊຍ.

ທ່ານ ໄມໂກລ ວອລສ໌ (Michael Waltz) ສະມາຊິກສະພາສັງກັດພັກຣີພັບບລີກັນ ໄດ້ກ່າວຕໍ່ບັນ ດານັກຂ່າວໃນວັນອັງຄານວານນີ້ວ່າ “ຂ້າພະເຈົ້າຄຶດວ່າ ການໝັ້ນໝາຍດ້ວຍມາດຕະການທີ່ໜັກແໜ້ນ, ພຽງແຕ່ເວົ້າຢ່າງກົງໄປກົງມາ, ຫຼັງຈາກມີການຮຸກຮານ, ກໍຈະເຮັດຫຍັງບໍ່ໄດ້ຫຼາຍ ໃນແງ່ການຄິດໄລ່ຂອງທ່ານ ປູຕິນ.”

ທ່ານ ວອລທສ໌ ໄດ້ກ່າວຕື່ມວ່າ “ພວກເຮົາເຫັນວ່າ ທ່ານ ປູຕິນ, ຂ້າພະເຈົ້າຄຶດ, ເຮັດສິ່ງນີ້ໃນຫຼາຍດ້ານກໍເພາະວ່າ ລາວຮູ້ດີວ່າ ລາວສາມາດເຮັດມັນໄດ້. ພວກເຮົາຕ້ອງໄດ້ຊ່ອຍ ຢູເຄຣນ ໃຫ້ປ້ອງກັນພວກເຂົາເຈົ້າເອງໄດ້ ແລະຍົກຜົນເສຍຫາຍຂຶ້ນດຽວນີ້.”

https://twitter.com/jseldin/status/1470860156569366542?s=20

ສ່ວນສະມາຊິກຈາກພັກເດໂມແຄຣັດ ທີ່ໄດ້ເດີນທາງໄປນຳນັ້ນ ກໍເຊັ່ນດຽວກັນ ໄດ້ຮຽກຮ້ອງໃຫ້ທຳນຽບຂາວ ດຳເນີນມາດຕະການທີ່ຈະເຮັດໃຫ້ ຣັດເຊຍ ຮູ້ສຶກຖືກກະທົບສຳລັບການບຸກລຸກ ຢູເຄຣນ ເກືອບວ່າໃນທັນທີເລີຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG