ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ບັນດາສະມາຊິກສະພາ ສຫລ ຮຽກຮ້ອງໃຫ້ກວດເບິ່ງຢ່າງລະອຽດ ເອກະສານຕ່າງໆ ທີ່ເຈົ້າໜ້າທີ່ FBI ໄດ້ພົບ ໃນການກວດຄົ້ນ ບ້ານ​ພັກຂອງທ່ານທຣຳ


ພວກເຈົ້າໜ້າທີ່ສືບລັບຕິດອາວຸດ ຢືນຍາມຢູ່ດ້ານນອກທາງເຂົ້າບ້ານພັກ Mar-a-Lago ຂອງອະດີດປະທານາທິບໍດີ ດໍໂນລ ທຣຳ ຢູ່ໃນເມືອງພາມບິຈ ລັດຟລໍຣິດາ ເມື່ອຕອນແລງວັນຈັນ 8 ສິງຫາ 2022.
ພວກເຈົ້າໜ້າທີ່ສືບລັບຕິດອາວຸດ ຢືນຍາມຢູ່ດ້ານນອກທາງເຂົ້າບ້ານພັກ Mar-a-Lago ຂອງອະດີດປະທານາທິບໍດີ ດໍໂນລ ທຣຳ ຢູ່ໃນເມືອງພາມບິຈ ລັດຟລໍຣິດາ ເມື່ອຕອນແລງວັນຈັນ 8 ສິງຫາ 2022.

ບັນດາສະມາຊິກສະພາຄົນສຳຄັນ ຂອງສະຫະລັດ ໃນວັນອາທິດວານນີ້ ໄດ້ຮຽກຮ້ອງໃຫ້ກວດເບິ່ງຢ່າງລະອຽດ ໃນເຫດຜົນທີ່ສານອະນຸຍາດໃຫ້ກວດຄົ້ນສະຖານ​ຕາກ​ອາ​ກາດແຄມທະເລ ໃນລັດຟລໍຣິດາ ຂອງອະດີດປະທານາທິບໍດີ ດໍໂນລ ທຣຳ ເມື່ອອາທິດແລ້ວນີ້ ແລະເບິ່ງວ່າ ທ່ານໄດ້ເຮັດໃຫ້ຄວາມໝັ້ນຄົງແຫ່ງຊາດສະຫະລັດ ເສຍຫາຍຫຼືບໍ່ ດ້ວຍການນຳເອົາເອກະສານທີ່ມີຄວາມລັບສູງນັ້ນ ໄປກັບທ່ານ ເມື່ອທ່ານອອກໄປຈາກທຳນຽບຂາວ ໃນຕົ້ນປີ 2021.

“ພວກເຮົາມີຄວາມເປັນຫ່ວງສ່ວນນຶ່ງ” ສະມາຊິກສະພາຕໍ່າ ທ່ານໄມຄ໌ ເທີນເນີ ສັງກັດພັກຣີພັບບລີກັນ ຜູ້ນຳຄະນະກຳມະການດ້ານສືບລັບຂອງສະພາຕ່ຳ ໄດ້ກ່າວຕໍ່ອົງການຂ່າວ CNN ໃນລາຍການ “State of the Union”. ທ່ານກ່າວຕໍ່ໄປວ່າ “ນຶ່ງ ແມ່ນວ່າ ການເຂົ້າໄປກວດຄົ້ນ ມີເຫດຜົນພຽງພໍຫຼືບໍ່” ຊຶ່ງລັດຖະມົນຕີ ກະຊວງຍຸຕິທຳ ທ່ານແມຣິກ ກາຣແລນ ໄດ້ກ່າວວ່າ ທ່ານເອງທີ່ໄດ້ອະນຸຍາດເປັນການສ່ວນຕົວ ກ່ອນທີ່ຜູ້ພິພາກສາສານສະຫະລັດ ຈະອະນຸມັດໃຫ້.

“ພວກເຮົາໄດ້ມີບັນຊີຈາກອົງການສັນຕິບານກາງ FBI ຂອງສິ່ງທີ່ຕົນໄດ້ພົບເຫັນຢູ່ທີ່ບ້ານພັກ Mar-a-Lago ຂອງທ່ານທຣຳ” ທ່ານເທີນເນີໄດ້ກ່າວ ແລະກ່າວຕື່ມວ່າ “ແຕ່ພວກເຮົາບໍ່ມີຫຼັກຖານທີ່ສະຫລຸບໄດ້ວ່າ ອັນນີ້ ເປັນເອກະສານລັບທີ່ແທ້ຈິງ ແລະມັນເຖິງຂັ້ນທີ່ເປັນຄວາມລັບສູງ ຫຼືບໍ່.”

ຫຼັງຈາກການກວດຄົ້ນໃນວັນຈັນຜ່ານມາແລ້ວນັ້ນ ບັນດາເຈົ້າໜ້າທີ່ FBI ໄດ້ຂົນເອົາເຄື່ອງຂອງ 20 ຫີບ ທີ່ພວກເຂົາເຈົ້າໄດ້ກ່າວວ່າ ລວມມີ ແຟ້ມເອກະສານລັບ 11 ຊຸດ ໂດຍລວມທັງ ບາງຊຸດໄດ້ຖືກໝາຍດ້ວຍ ຄວາມລັບສູງສຸດຂອງສະຫະລັດ - ທີ່ໝາຍເຖິງ “ຂໍ້ມູນທີ່ຈັດໃຫ້ເປັນຄວາມລັບສູງສຸດ/ລະອຽດອ່ອນ” ທີ່ວ່າ ຕ້ອງໃຫ້ເບິ່ງໄດ້ພຽງແຕ່ຢູ່ໃນສະຖານທີ່ ຄວບຄຸມທີ່ປອດໄພຂອງລັດຖະບານເທົ່ານັ້ນ.

ບ້ານພັກໃນຍາມໜາວຂອງທ່ານທຣຳ ບໍ່ແມ່ນສະຖານທີ່ແບບນັ້ນ ເຖິງຢ່າງໃດກໍຕາມ ອະດີດຜູ້ນຳສະຫະລັດ ກ່າວອ້າງວ່າ ທ່ານໄດ້ຍົກເລີກການເປັນຄວາມລັບຂອງເອກະສານເຫຼົ່ານັ້ນແລ້ວ ກ່ອນທີ່ທ່ານລົງຈາກຕຳແໜ່ງ ຂະນະທີ່ຄວນເປັນສິດຂອງທ່ານ ທີ່ຈະເຮັດເຊັ່ນນັ້ນໄດ້. ແຕ່ບັນດາເຈົ້າໜ້າທີ່ສະຫະລັດ ໄດ້ກ່າວວ່າ ຕັ້ງແຕ່ນັ້ນມາ ບໍ່ມີຮ່ອງຮອຍຂອງເອກະສານດັ່ງກ່າວ ທີ່ສະແດງໃຫ້ເຫັນວ່າ ທ່ານໄດ້ຍົກເລີກ ການເປັນຄວາມລັບເອກະສານເຫຼົ່ານັ້ນ ທີ່ເຈົ້າໜ້າທີ່ FBI ໄດ້ພົບເຫັນ.

ໃນເດືອນມັງກອນຜ່ານມາ, ທ່ານທຣຳ, ປະມານນຶ່ງປີຫຼັງຈາກທີ່ໄດ້ລົງຈາກຕຳແໜ່ງ ໄດ້ມອບສິ່ງຂອງຕ່າງໆ 15 ຫີບ ໃຫ້ແກ່ກົມເກັບມ້ຽນເອກະສານແຫ່ງຊາດ ທີ່ລວມມີເອກະສານລັບນຳດ້ວຍ ຕາມຂໍ້ບັງຄັບໂດຍກົດໝາຍສະຫະລັດ ເມື່ອປະ ທານາທິບໍດີຄົນໃດກໍຕາມ ລົງຈາກຕຳແໜ່ງ ແລະກາຍເປັນພົນລະເມືອງອີກຄັ້ງນຶ່ງ.

Lawmakers Weigh In on FBI Search of Trump’s Residence
please wait

No media source currently available

0:00 0:02:23 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG