ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະມາຊິກ ສະພາ ສຫລ ຈະລົງຄະແນນສຽງ ກ່ຽວກັບ ຂໍ້ຕົກລົງ ງົບປະມານ ທີ່ໄດ້ບັນລຸກັນ ຢູ່ສະພາສູງ

Congress Government Funding
please wait

No media source currently available

0:00 0:02:00 0:00

ບັນດາສະມາຊິກສະພາ ກຳລັງກຽມຈະລົງຄະແນນສຽງ ໃນວັນພະຫັດມື້ນີ້ ກ່ຽວກັບ
ແຜນງົບປະມານ ທີ່ຈະມີທຶນເພື່ອໃຫ້ ລັດຖະບານກາງ ດຳເນີນງານໄດ້ ເຖິງສອງປີ
ແລະ ຈະຫລີກເວັ້ນການປິດລັດຖະບານລົງອີກຄັ້ງນຶ່ງ.

ສະພາສູງ ຈະລົງຄະແນນສຽງຄັ້ງທຳອິດ ຫຼັງຈາກທີ່ບັນດາ ຜູ້ນຳຂອງສະພາສູງ ໄດ້
ຕົກລົງກັນ ກ່ຽວກັບ ຂໍ້ຕົກລົງຂອງທັງສອງພັກການເມືອງ ທີ່ບໍ່ລວມທັງ ການແກ້ໄຂ
ເລື່ອງຄົນເຂົ້າເມືອງຕ່າງໆ ທີ່ອາດຈະກາຍເປັນເລື່ອງຖົກຖຽງກັນນັ້ນ.

ພວກທະຫານອາເມຣິກັນ ແນມອອກໄປທາງຊາຍຕິດກັບປະເທດເທີກີ ຈາກປ້ອມຍາມນ້ອຍແຫ່ງນຶ່ງ ຢູ່ໃກ້ເມືອງ ແມນບິຈ໌ (Manbij) ທາງພາກເໜືອຂອງຊີເຣຍ, ວັນທີ 7 ກຸມພາ 2018.
ພວກທະຫານອາເມຣິກັນ ແນມອອກໄປທາງຊາຍຕິດກັບປະເທດເທີກີ ຈາກປ້ອມຍາມນ້ອຍແຫ່ງນຶ່ງ ຢູ່ໃກ້ເມືອງ ແມນບິຈ໌ (Manbij) ທາງພາກເໜືອຂອງຊີເຣຍ, ວັນທີ 7 ກຸມພາ 2018.

“ຂ້າພະເຈົ້າ ຍິນດີທີ່ຈະປະກາດວ່າ ການຮ່ວມມືຂອງທັງສອງພັກການເມືອງ ໃນ
ການເຈລະຈາ ທີ່ມີສອງສະພາ ຂອງພວກເຮົາ ເລື່ອງຂອງການໃຊ້ຈ່າຍ ດ້ານການ
ປ້ອງກັນປະເທດ ແລະ ບູລິມະສິດອື່ນໆ ນັ້ນ ໄດ້ເກີດຜົນການຕົກລົງກັນ ທີ່ສຳຄັນ”

ນັ້ນແມ່ນຄຳເວົ້າຂອງຜູ້ນຳສຽງສ່ວນຫຼາຍ ທ່ານມິດຈ໌ ເມັກຄອນໂນລ ສັງກັດພັກ
ຣີພັບບລີກັນ ຈາກລັດເຄນທັກກີ້ ທີ່ໄດ້ກ່າວຢູ່ທີ່ສະພາສູງ.

ສ່ວນຜູ້ນຳສຽງສ່ວນນ້ອຍ ສັງກັດພັກເດໂມແຄຣັດ ທ່ານສຈັກ ຊູມເມີ ຈາກລັດນິວ ຢອກ
ໄດ້ກ່າວວ່າ “ພວກເຮົາໄດ້ປຸ້ມລຸມກັນ ດ້ວຍຂໍ້ຕົກລົງ ທີ່ດີທີ່ສຸດສຳລັບ ປະຊາຊົນຊາວ
ອາເມຣິກັນ ຫຼັງຈາກຫຼາຍເດືອນຜ່ານມາ ຂອງການຄ້າງຄາ ໃນດ້ານນິຕິບັນຍັດ
ຂໍ້ຕົກລົງດ້ານງົບປະມານນີ້ ແມ່ນເປັນຄວາມກ້າວໜ້າ ທີ່ຈິງໃຈ.”

ຜູ້ນຳສຽງສ່ວນນ້ອຍຂອງສະພາຕ່ຳ ທ່ານນາງ ແນນຊີ ເພໂລຊີ (Nancy Pelosi) ຈາກລັດຄາລີຟໍເນຍ, ກ່າວຕໍ່ບັນດານັກຂ່າວ ຫຼັງຈາກໄດ້ດຳເນີນການໃຫ້ຄຳເຫັນຕໍ່ກອງປະຊຸມສະພາ ເປັນເວລາ 8 ຊົ່ວໂມງ, ຢູ່ລັດຖະສະພາ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 7 ກຸມພາ 2018. ໃນການພະຍາຍາມທີ່ຈະກົດດັນໃຫ້ສະພາຕ່ຳ ລົງຄະແນນສຽງ ກ່ຽວກັບ ການປົກປ້ອງ ໃຫ້ແກ່ ພວກຄົນເຂົ້າເມືອງ ທີ່ເອີ້ນວ່າ "Dreamer".

​ຂໍ້ຕົກລົງດັ່ງກ່າວ ຈະເສີມຂະຫຍາຍ ການໃຊ້ຈ່າຍຂອງລັດຖະບານສະຫະລັດ ໃນດ້ານ
ການປ້ອງກັນຊາດ ແລະໂຄງການຕ່າງໆ ພາຍໃນປະເທດ ດ້ວຍທຶນຈຳນວນ 300 ຕື້
ໂດລາ ຕະຫຼອດໄລຍະສອງປີຂ້າງໜ້າ ເຊິ່ງເປັນການຍຸຕິຂອງຂໍ້ບັງຄັບໃຫ້ຕັ້ງຂີດຈຳກັດ
ຂອງງົບປະມານ ທີ່ມີມາໄດ້ຫຼາຍປີແລ້ວນັ້ນ ທີ່ພັກຣີພັບບລີກັນ ໂຕ້ຖຽງວ່າ ເປັນການເຮັດ
ໃຫ້ກອງທັບຂອງອາເມຣິກາ ເກີດຊ່ອງຫວ່າງ ແລະ ພັກເດໂມແຄຣັດ ໄດ້ກ່າວວ່າ ເປັນ
ການເສຍຫາຍ ຕໍ່ພວກຄົນທຸກຍາກ.

ນາງ ມາເຣຍ ແອນເຈີລິກາ ຣາມີເຣສ໌ (Maria Angelica Ramirez) ຖືປ້າຍໃຫຍ່ ທີ່ອ່ານວ່າ "My Dream ຫຼືຄວາມຝັນຂອງຂ້ອຍ" ໃນລະຫວ່າງການປະທ້ວງ ຢູ່ດ້ານນອກຫ້ອງການຂອງສະມາຊິກສະພາສູງ ທ່ານມາຣໂກ ຣູບີໂອ (Marco Rubio) ສັງກັດພັກຣີພັບບລີກັນ ຈາກລັດ ຟລໍຣີດາ, ໃນການສະໜັບສະໜູນ ພວກຊາວໜຸ່ມທີ່ຖືກນຳເຂົ້າມາໃນສະຫະລັດ ໃນຍາມເປັນເດັກນ້ອຍ ໂດຍພໍ່ແມ່ຂອງພວກເຂົາເຈົ້າ ຫຼື DACA, ແລະ ສະພາກໍໄດ້ຮັບຜ່ານກົດໝາຍໃໝ່ທີ່ເອີ້ນວ່າ Dream Act.

ທ່ານເມັກຄອນໂນລ ໄດ້ກ່າວວ່າ “ການປະນີປະນອມ ທີ່ພວກເຮົາໄດ້ບັນລຸກັນນັ້ນ
ຈະຮັບປະກັນວ່າ ເປັນຄັ້ງທຳອິດໃນຫຼາຍໆປີ ທີ່ກອງທັບຂອງພວກເຮົາ ຈະມີທຶນຮອນ
ຫຼາຍຂຶ້ນ ທີ່ພວກເຂົາເຈົ້າຕ້ອງການ ເພື່ອຈະເຮັດໃຫ້ອາເມຣິກາປອດໄພ. ມັນຈະຊ່ອຍ ພວກເຮົາ ໃຫ້ບໍລິການພວກທະຫານຜ່ານເສິກ ຜູ້ທີ່ຮັບໃຊ້ຊາດຢ່າງພິລະອາດຫານ
ແລະ ມັນຈະຮັບປະກັນວ່າ ຈະມີທຶນສຳລັບ ຄວາມພະຍາຍາມທີ່ສຳຄັນ ເຊັ່ນວ່າ
ການບັນເທົາທຸກໃນເຫດການຫາຍະນະ ພື້ນຖານໂຄງລ່າງ ແລະ ການສ້າງສາ
ໃນວຽກງານເພື່ອຕໍ່ສູ້ ຕ້ານການໃຊ້ຢາແກ້ປວດ ໂອປີອອຍເກີນກຳນົດ.”

ໂດຍທີ່ທຶນໃຊ້ຈ່າຍສຳລັບລັດຖະບານກາງ ມີກຳນົດຈະມົດອາຍຸລົງ ໃນຕອນທ່ຽງຄືນ
ວັນພະຫັດມື້ນີ້ ຖ້າຫາກບັນດາສະມາຊິກສະພາ ບໍ່ຂະຫຍາຍອຳນາດ ໃຊ້ຈາຍທຶນ
ອອກໄປ ດັ່ງນັ້ນ ລັດຖະບານສະຫະລັດ ໃນບາງສ່ວນ ຈະຕ້ອງໄດ້ປິດລົງ ເປັນຄັ້ງທີສອງ
ໃນຫຼາຍເດືອນຜ່ານມາ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG