ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະມາຊິກສະພາສະຫະລັດ ກັບມາປະຊຸມກັນອີກຄັ້ງ ໂດຍຫາລືກ່ຽວກັບຄວາມໝັ້ນຄົງໃນເຂດຊາຍແດນ ແລະການຊ່ວຍເຫຼືອຢູເຄຣນ


ແຟ້ມຮູບ-ສະພາສູງ ກັບຄືນມາປະຊຸມກັນອີກຄັ້ງໃນອາທິດນີ້ ຢູ່ທີ່ຫໍລັດຖະສະພາ, ທີ່ປະກົດໃນພາບນີ້ ວັນທີ 18 ທັນວາ 2023, ໃນນະຄອນຫຼວງວໍຊິງຕັນ.
ແຟ້ມຮູບ-ສະພາສູງ ກັບຄືນມາປະຊຸມກັນອີກຄັ້ງໃນອາທິດນີ້ ຢູ່ທີ່ຫໍລັດຖະສະພາ, ທີ່ປະກົດໃນພາບນີ້ ວັນທີ 18 ທັນວາ 2023, ໃນນະຄອນຫຼວງວໍຊິງຕັນ.

ບັນດາສະມາຊິກສະພາສະຫະລັດ ໄດ້ກັບຄືນເຂົ້າສູ່ກອງປະຊຸມໃນອາທິດນີ້ ລຸນຫຼັງພັກຜ່ອນມາເປັນເວລາ 3 ອາທິດ, ເພື່ອສືບຕໍ່ດໍາເນີນງານ ກ່ຽວກັບຂໍ້ຕົກລົງວ່າດ້ວຍຄວາມປອດໄພຢູ່ຕາມເຂດຊາຍແດນ ເຊິ່ງຕອບແທນທີ່ພັກຣີພັບບລີກັນໄດ້ລົງຄະແນນສຽງ ໃນການສົ່ງການຊ່ວຍເຫຼືອເພີ້ມເຕີມ ໄປໃຫ້ ຢູເຄຣນ.

ທ່ານຄຣິສ ເມີຟີ (Chris Murphy), ສະມາຊິກສະພາສູງຈາກພັກເດໂມແຄຣັດ, ເຊິ່ງເປັນນຶ່ງໃນຜູ້ນໍາການເຈລະຈາກ່ຽວກັບຂໍ້ຕົກລົງນັ້ນ ກ່າວຕໍ່ບັນດານັກຂ່າວໃນວັນອັງຄານວານນີ້ວ່າ "ພວກເຮົາຫຍັບໃກ້ເຂົ້າກັບຂໍ້ຕົກລົງດັ່ງກ່າວ ຫຼາຍກ່ວາທີ່ພວກເຮົາເຄີຍມີມາຕັ້ງແຕ່ເລີ້ມຕົ້ນການເຈລະຈາຕ່າງໆເຫຼົ່ານີ້."

ທ່ານກ່າວວ່າ “ຂ້າ​ພະ​ເຈົ້າ​ປາດ​ຖະ​ຫນາ​ວ່າ ​ພວກ​ເຮົາຈະ​ບໍ່​ໄດ້​ຢູ່​ໃນ​ສະຖານະພາບດັ່ງກ່າວ​ນີ້ອີກ. ດ້ວຍຄວາມຫວັງຂອງຂ້າພະເຈົ້າທີ່ວ່າ ​ສະມາຊິກສະ​ພາ​ສູງຈາກ​ພັກຣີພັບບລິກັນ ຈະສະ​ຫນັບ​ສະ​ຫນຸນ​ການ​ຊ່ວຍ​ເຫຼືອໃຫ້ແກ່ ຢູເຄຣນ ເພາະ​ວ່າ​ພວກທ່ານເຊື່ອໃນຄວາມສາມາດຂອງ ຢູເຄຣນ​, ຂ້າພະເຈົ້າຫວັງວ່າ ພວກເຮົາຈະບໍ່ຢູ່ໃນສະຖານະພາບທີ່ໃຫ້ການຊ່ວຍເຫຼືອ ຢູເຄຣນ ເໜືອມະຕິກ່ຽວກັບບັນຫາທີ່ຫຍຸ້ງຍາກທີ່ສຸດ ທາງດ້ານການເມືອງ ຂອງຊາວອາເມຣິກັນ ແລະ ການປະຕິຮູບກ່ຽວກັບການເຂົ້າເມືອງ."

ການຮ້ອງຂໍ​ເພື່ອເພີ້ມ​ການ​ຊ່ວຍ​ເຫຼືອ​ດ້ານ​ຄວາມ​ໝັ້ນຄົງແຫ່ງ​ຊາດ​ມູນ​ຄ່າ 106 ຕື້​ໂດ​ລາ​ຂອງ​ທຳ​ນຽບ​ຂາວຍັງລວມມີເງິນທຶນສໍາລັບຄວາມໝັ້ນຄົງຢູ່ເຂດ​ຊາຍ​ແດນ​ ພ້ອມດ້ວຍເງິນຊ່ວຍເຫຼືອ​ເກືອບ 14 ຕື້​ໂດ​ລາ​ໃຫ້ແກ່ ​ອິ​ສ​ຣາ​ແອລ ແລະ​ເງິນ​ທຶນ​ສໍາລັບ​ໄຕ້​ຫວັນ ເພື່ອ​ຮັບ​ມື​ກັບ​ຂົ່ມ​ຂູ່​ຈາກ ​ຈີນ.

ບັນດາ​ຜູ້​ເຈລະຈາ​ຂອງ​ສະພາ​ສູງ ​ຍັງ​ສືບ​ຕໍ່​ການປະຊຸມ​ທາງ​ໄກ ​ຕະຫຼອດໄລຍະເວລາ 3 ອາທິດ ​ທີ່ທາງລັດຖະສະພາ ໄດ້​ປິດ​ສະ​ໄໝ​ປະ​ຊຸມ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG