ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໐໖ ມິຖຸນາ ໒໐໒໓

ສະພາຕໍ່າ ສຫລ ອະນຸມັດ ມາດຕະການ ແກ້ໄຂ ບັນຫາ ງົບປະມານ (ວີດີໂອ)


ປະທານາທິບໍດີ Barack Obama ແລະ ຮອງປະທານາທິບໍດີ Joe Biden (ຊ້າຍມື) ກ່າວກ່ຽວກັບ ເຫວຫງົບປະມານ
ສະມາຊິກ​ລັດຖະສະພາ​ສະຫະລັດ ​ໄດ້ໃຫ້ການ​ອະນຸມັດ​ຕໍ່ມາດ
ຕະການ​ເພື່ອ​ຫຼີກລ່ຽງບໍ່​ໃຫ້​ເກີດ ອັນ​ທີ່​ຮ້ອງ​ວ່າ “ເຫວ​ງົບປະມານ”
ດ້ວຍ​ແຜນ​ການຂອງປະທານາທິບໍດີ Barack Obama ທີ່​ຮ້ອງ
ວ່າ “ບາດກ້າວ​ນຶ່ງ” ​ໃນ​ການ​ດຳ​ເນີນ​ຄວາມ​ພະຍາຍາມ​ໃນ​ຂ​ອບ
​ເຂດ​ທີ່​ກວ້າງຂວາງ​ເພື່ອເສີ​ມຂະຫຍາຍເສດຖະກິດ​ອາ​ເມຣິກາ.

ທ່ານ Obama ກ່າວວ່າ “ການຕົກລົງ​ກັນ​ໃນມື້ນີ້ ​ແມ່ນ​ເປັນ​ການ
ເທີ​ດ ທູນ​ບູຊາ ຂ້າພະ​ເຈົ້າຄິດ​ວ່າ ຕໍ່ຫລັກການ​ທີ່​ນໍາ​ໄປສູ່ການ​
ເປັນກົດໝາຍ ທີ່ຈະຄົງ​ໂຕຢູ່​ຍືນ​ນານ ​ຕາບ​ໃດ​ທີ່ຂ້າພະ​ເຈົ້າ​ຍັງ​
ເປັນປະທານາທິບໍດີຢູ່ ນັ້ນ​. ​ການ​ຂາດ​ດຸນ​ງົບປະມານ ຈຳ​ເປັນ
ຈະ​ຕ້ອງ​ໄດ້ຫລຸດ​ລົງ ​ໃນວິ​ທີ ທາງ​ທີ່​ມີ​ຄວາມ​ກໍ້າ​ເກິ່ງ​ກັນ. ທຸກໆ
​ຄົນຈະ​ຈ່າຍໃນພາກສ່ວນ​ຂອງ​ຕົນ ຢ່າງ​ຍຸຕິທໍາ. ທຸກໆ​ຄົນແມ່ນ
​ເຮັດ​ພາກ​ສ່ວນ​ຂອງ​ເຂົາ​ເຈົ້າ. ນັ້ນ​ແມ່ນ​ວິ​ທີທີ່​ເສດຖະກິດ​ຂອງ​
ເຮົາ ​ດຳ​ເນີນ​ການ​ໄດ້​ດີ​ທີ່​ສຸດ. ນັ້ນ​ແມ່ນ ວິ​ທີທີ່​ພວກ​ເຮົາ​ເຕີບໂຕ​ໄດ້​ແນວ​ໃດ.”

ປະ​ທານາ​ທິບໍດີ ​ໄດ້​ກ່າວ​ໃນ​ຕອນ​ແລງ​ວັນ​ອັງຄານວານ​ນີ້​ ບໍ່​ດົນຫຼັງ​ຈາກ​ ສະພາ​ຕໍ່າ​ສະຫະ​ລັດ​ທີ່​ຄອບ​ງຳ​ໂດຍພັກຣິພັບບລິກກັນ ​ໄດ້​ໃຫ້ການ​ອະນຸ ມັດຕໍ່​ມາດ​ຕະການ ທີ່ທາງສະພາ​ສູງ​ໄດ້​ຮັບຮອງ​ເອົາ​ໃນ​ຕອນ​ເຊົ້ານັ້ນ.

ບັນດາ​ສະມາ​ຊິກສະພາ​ຕໍ່າ​ທີ່​ນິຍົມ​ແນວທາງ​ເດີມຈໍານວນ​ນຶ່ງ​ພະຍາຍາມ ​ທີ່​ຈະ​ເພີ້​ມ​ການ​ຕັດ​ຄ່າໃຊ້​ຈ່າຍໃສ່​ມາດ​ຕະການ​ດັ່ງກ່າວ​ນີ້ຕື່ມ ​ແຕ່​ບໍ່​ໄດ້​ຮັບ​ການ​ສະໜັບສະ​ໜຸນຢ່າງ​ພຽງ
ພໍ ຈາກ​ບັນດາສະມາຊິກ​ພັກ​ຂອງ​ເຂົາ​ເຈົ້າ ​ເພື່ອ​ເອົາ​ບາດ​ກ້າວດັ່ງກ່າວ.

ປະ​ທາ​ນາ​ທິບໍດີ Obama ​ແລະ​ບັນດາ​ສະມາຊິກ​ສະພາ​ຕໍ່າພັກຣີ​ພັບ​ບລິ​ກັນ ​ໄດ້​ຖົກ​ຖຽງ​ກັນ​ມາ​ໄດ້ດົນກວ່າ​ນຶ່ງ​ປີ​ແລ້ວກ່ຽວ​ກັບ​ອັດຕາ​ພາສີ ຂອບ ​ເຂດໃນ​ການ​ໃຊ້​ຈ່າຍ​ຂອງ​ລັດຖະບານ ການ​ຂາດງົບປະມານແບບຊໍ​າ​ເຮື້ອແລະໜີ້ສິນ​ທີ່​ມີ​ເພີ້ມຂຶ້ນ​ຂອງ​ປະເທດຊາດ.

ບັນດາ​ຜູ້​ນໍາລັດຖະສະພາ​ສະຫະລັດ ກ່າວ​ເຖິງ​ການ​ຕົກລົງ​ກັນ​ໃນ​ວັນ​ອັງ ຄານວານ​ນີ້​ວ່າ ບໍ່ແມ່ນ​ການ​ຕົກລົງ​ທີ່​ດີ​ເລີດ ​ແຕ່​ວ່າ​ເປັນ​ຜົນ​ປະ​ໂຫຍ​ດທີ່ ດີ​ທີ່​ສຸດ​ສຳລັບປະຊາ​ຊົນອາ​ເມຣິກັນ.

ກ່ຽວຂ້ອງກັນ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG