ສະມາຊິກສະພາຕ່ຳ ໄມຄ໌ ກາລັກເກີ (Mike Gallagher) ທີ່ເປັນປະທານຄະນະກຳມະການຮັບຜິດຊອບກ່ຽວກັບການແຂ່ງຂັນທາງດ້ານຍຸດທະສາດລະຫວ່າງສະຫະລັດແລະຈີນ ໄດ້ເດີນທາງໄປເຖິງໄຕ້ຫວັນ ໃນວັນພະຫັດມື້ນີ້ ພ້ອມດ້ວຍຄະນະຜູ້ແທນຈາກສະພາຕ່ຳແລະຈະພົບປະກັບພວກຜູ້ນຳອະວຸໂສຂອງໄຕ້ຫວັນ ອີງຕາມລາຍງານຂອງອົງການຂ່າວຣອຍເຕີ້.
ທ່ານກາລັກເກີ ທີ່ຕິດຕາມດ້ວຍສະມາຊິກສະພາຄົນອື່ນໆອີກ 4 ທ່ານ ພວມຢູ່ໃນລະຫວ່າງຢ້ຽມຢາມ ຊຶ່ງຈະສິ້ນສຸດລົງໃນວັນເສົາຈະມານີ້ ແມ່ນເປັນເພື່ອນມິດທີ່ແຂງຂັນຂອງໄຕ້ຫວັນ ທີ່ຈີນໄດ້ອ້າງເອົາກຳມະສິດນັ້ນ ແລະເປັນບຸກຄົນທີ່ຕ້ອງຕິຈີນຢ່າງແຂງຂັນ.
“ຄະນະຜູ້ແທນ ຈະພົບປະກັບພວກຜູ້ນຳອະວຸໂສຂອງໄຕ້ຫວັນ ແລະສະມາຊິກຂອງກຸ່ມສັງຄົມພົນລະເຮືອນ ເພື່ອປຶກສາຫາລືກ່ຽວກັບຄວາມສຳພັນລະຫວ່າງສະຫະລັດ ກັບໄຕ້ຫວັນ ຄວາມໝັ້ນຄົງພູມີພະກ ການຄ້າແລະການລົງທຶນ ແລະບັນຫາທີ່ສຳຄັນອື່ນໆ ທີ່ໃຫ້ຜົນປະໂຫຍດແກ່ທັງສອງຝ່າຍ” ຫ້ອງການຜູ້ຕາງໜ້າ ຫຼືໃນສະພາບໂຕຈິງແລ້ວກໍຄືສະຖານທູດຂອງສະຫະລັດປະຈຳໄຕ້ຫວັນ ກ່າວຢູ່ໃນຖະແຫຼງການ.
ໃນເດືອນທັນວາ ຄະນະກຳມະການຂອງທ່ານ ກໍໄດ້ອອກຂໍ້ສະເໜີແນະ ທີ່ກວ້າງຂວາງຂອງທັງສອງພັກ ເພື່ອໃຫ້ປັບຄວາມສຳພັນທາງດ້ານເສດຖະກິດ ກັບຈີນ ໂດຍກຳນົດເປົ້າໝາຍທາງດ້ານນິຕິບັນຢັດ ສຳລັບປີ 2024 ທີ່ຄະນະກຳມະການກ່າວວ່າ ຈະປ້ອງກັນບໍ່ໃຫ້ສະຫະລັດກາຍເປັນ “ເມືອງຂຶ້ນທາງດ້ານເສດຖະກິດ” ຂອງຄູ່ແຂ່ງຫຼັກທາງດ້ານພູມສາດການເມືອງ.
ທ່ານກາລັກເກີ ຜູ້ຊຶ່ງໄດ້ກ່າວໃນເດືອນນີ້ວ່າ ທ່ານຈະບໍ່ລົງສະໝັກແຂ່ງຂັນເພື່ອຊິງເອົາຕຳແໜ່ງຕື່ມອີກນັ້ນ ມີທ່າທາງວ່າຈະໄດ້ພົບປະກັບປະທານາທິບໍດີໄຊ ອິ້ງ ເຫວິນ ແລະຮອງປະທານາທິບໍດີ ຫຼາຍ ຈິງ ເຕ້ ທີ່ໄດ້ຊະນະການເລືອກຕັ້ງເປັນປະທານາທິບໍດີຄົນຕໍ່ໄປຂອງໄຕ້ຫວັນເມື່ອເດືອນແລ້ວນີ້ ແລະຈະໄດ້ເຂົ້າຮັບຕຳແໜ່ງໃນວັນທີ 20 ພຶດສະພາຈະມານີ້.
ຟໍຣັມສະແດງຄວາມຄິດເຫັນ