ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໂອບາມາສັນລະເສີນພວກເຄາະຮ້າຍ ຈາກການຍິງອາລະວາດ ຢູ່ Arizona


ຄົນ​ຫລາຍໆພັນ​ຄົນ​ທີ່​ໄປໂຮມຊຸມ​ນຸມກັນ​ຢູ່​ບ່ອນ​ໄວ້ອາ​ໄລ ທີ່​ມະຫາວິທະຍາ​ໄລລັດ Arizona ​ໃນເມືອງ Tucson ເພື່ອຟັງຄຳປາໃສຂອງປະທານາທິບໍດີ Obama ​ທີ່​ກ່າວ​ສັນລະ​ເສີນ​​ພວກ​ໄດ້ຮັບ​ເຄາະຮ້າຍ ຈາກ​ການ​ຍິງ​ອາ​ລະວາ​ດ ຢູ່​ລັດ Arizona ໃນ​ຂະນະ​ທີ່​ທ່ານນາງ Giffords ຜູ້​ແທນ​ສະ
ຄົນ​ຫລາຍໆພັນ​ຄົນ​ທີ່​ໄປໂຮມຊຸມ​ນຸມກັນ​ຢູ່​ບ່ອນ​ໄວ້ອາ​ໄລ ທີ່​ມະຫາວິທະຍາ​ໄລລັດ Arizona ​ໃນເມືອງ Tucson ເພື່ອຟັງຄຳປາໃສຂອງປະທານາທິບໍດີ Obama ​ທີ່​ກ່າວ​ສັນລະ​ເສີນ​​ພວກ​ໄດ້ຮັບ​ເຄາະຮ້າຍ ຈາກ​ການ​ຍິງ​ອາ​ລະວາ​ດ ຢູ່​ລັດ Arizona ໃນ​ຂະນະ​ທີ່​ທ່ານນາງ Giffords ຜູ້​ແທນ​ສະ

ໃນ​ວັນ​ພຸດວານ​ນີ້ ປະທານາທິບໍດີ​ສະຫະລັດ ທ່ານ
Barack Obama ​ໄດ້​ສັນລະ​ເສີນພວກ​ໄດ້ຮັບ​ເຄາະຮ້າຍ
ຈາກ​ການ​ຍິງ​ອາ​ລະວາ​ດຢູ່​ລັດ Arizona ທາງ​ພາກ​ຕາ​ເວັນ
ຕົກສຽງໃຕ້ຂອງ​ສະຫະລັດ​ທີ່​ໄດ້​ເຮັດ​ໃຫ້ 6 ຄົນ ​ເສຍຊີວິດ
ແລະອີກ 13 ຄົນ​ໄດ້ຮັບບາດ​ເຈັບ. ​

ທ່ານ Barack Obama ​ເວົ້າວ່າ​ພວກເຄາະຮ້າຍດັ່ງກ່າວ
ເປັນ​ຕົວ​ແທນ​ໃຫ້ “ສິ່ງ​ທີ່​ດີ​ທີ່​ສຸດ​ຢູ່​ໃນ​ອາ​ເມຣິກາ” ​ໃນ​ຂະນະ
ທີ່​ທ່ານ​ກ່າວ​ຄຳ​ປາ​ໃສ​ຕໍ່ຄົນ​ຫລາຍໆພັນ​ຄົນ​ທີ່​ໄປໂຮມຊຸມ​ນຸມ
ກັນ​ຢູ່​ບ່ອນ​ໄວ້ອາ​ໄລ ທີ່​ມະຫາວິທະຍາ​ໄລ ລັດ Arizona
ໃນເມືອງ Tucson.

ຄຳ​ປາ​ໃສ​ຂອງ​ທ່ານຈຸດໜັກແມ່ນ​ເພັ່ງ​ເລັງ​ໃສ່ 6 ຄົນ​ທີ່​
ເສຍຊີວິດ​ໄປ ​ລວມທັງ​ເດັກ​ຍິງ​ອາຍຸ 9 ປີທີ່​ຖືກ​ຂ້າ​ຕາຍ​
ໃນ​ວັນ​ເສົາ​ແລ້ວນີ້ ໃນ​ຂະນະ​ທີ່​ທ່ານນາງ Gabrielle
Giffords ຜູ້​ແທນ​ສະພາ​ຕໍ່າກຳລັງ​ພົບ​ປະ​ກັບພວກປະຊາຊົນ​ຈາກເຂດເລື​ອກຕັ້ງຂອງທ່ານ​
ນາງ ຢູ່​ນອກຮ້ານຄ້າແຫ່ງ​ນຶ່ງ. ທ່ານນາງ Giffords ​ໄດ້ຮັບບາດ​ເຈັບສາຫັດຍ້ອນ​ຖືກ​ຍິງ​ທີ່
ຫົວ ​ແລະ​ກຳລັງ​ພັກ​ຟື້ນຢູ່​ໂຮງໝໍ​ແຫ່ງ​ນຶ່ງ.

ໃນຄຳ​ປາ​ໃສ​ຂອງ​ທ່ານຕອນ​ນຶ່ງນັ້ນ ທ່ານ Obama ​ເວົ້າວ່າ ທ່ານ​ໄດ້​ຮັບແຈ້ງ​ໃຫ້ຊາບວ່າ
ທ່ານ​ນາງ Giffords ​ໃຫ້​ມືນ​ຕາຂຶ້ນ​ເປັນ​ເທື່ອ​ທຳ​ອິດ​ໃນ​ເວລາ​ທີ່​ນອນ​ຢູ່​ໂຮງໝໍ ​ໃນ​ວັນ​ພຸດ
ວານ​ນີ້ ບໍ່ດົນລຸນ​ຫລັງ​ທີ່ທ່ານ ​ແລະພັນ​ລະ​ຍາ​ຂອງ​ທ່ານໄດ້ ໄປຢ້ຽມ​ທ່ານ​ນາງ.

XS
SM
MD
LG