ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສະມາຊິກສະພາແມ່ນເປົ້າໝາຍ ຂອງການໂຈມຕີ ທີ່ລັດອາຣີໂຊນາ


ທ່ານນາງ Gabielle Giffords, ຜູ້ແທນສະພາຕໍ່າສະຫະລັດ.
ທ່ານນາງ Gabielle Giffords, ຜູ້ແທນສະພາຕໍ່າສະຫະລັດ.

























ບັນດາ​ເຈົ້າ​ໜ້າ​ທີ່​ສືບສວນ​ການ​ຍິງ​ຄົນ​ຕາຍ​ໃນ​ວັນ​ເສົາ​ຜ່ານ​ມາ​ໃນ​ລັດ Arizonaໃນ​
ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ສະຫະລັດນັ້ນ ກ່າວ​ວ່າ ​ເຂົາ​ເຈົ້າ​ເຊື່ອ​ວ່າ ​ເປົ້າໝາຍ​
ຂອງ​ການ​ຍິງ​ໂຈມ​ຕີ​ນັ້ນ​ແມ່ນ​ແນ​ໃສ່​ສະມາຊິກ​ສະພາ​ຕໍ່າ​ແມ່ຍິງ​ສະຫະລັດ.
ທ່ານ Clarence Dupnik ຫົວໜ້າ​ຝ່າຍ​ຕຸລາການ​ປະ​ຈໍາ​ເຂດ​ທີ່​ພົວພັນ​ໃນ​ຄະດີ​ນີ້
ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ໃນ​ແລງ​ວັນ​ເສົາ​ຜ່ານ​ມາ​ນີ້​ວ່າ ປາກົດ​ວ່າ ຜູ້​ຕ້ອງ​ສົງ​ໄສ​ທີ່ເປັນ
ມື​ປືນ​ມີ​ເຈດ​ຕະນາ​ເພື່ອ​ລອບ​ສັງຫານ​ທ່ານ​ນາງ Gabrielle Giffords ສະມາ​ຊິກ​ສະ
ພາ​ຕໍ່າ ສັງກັດ​ພັກ​ເດ​ໂມກຣັດ ​ເວລາ​ມື​ປືນ​ຄົນ​ນີ້​ເປີດ​ສາກ​ຍິງ​ປືນ​ຢູ່​ນອກຮ້ານ​ຂາຍ
ເຄື່ອງກິນ​ແຫ່ງ​ນຶ່ງ​ໃນ​ເຂດ​ເລືອກ​ຕັ້ງ​ຂອງ​ທ່ານ​ນາງ Gabrielle ນັ້ນ ຊຶ່ງ​ໄດ້​ສັງຫານ​
ຜູ້​ຄົນ​ໄປ 6 ຄົນ ຮວມທັງ​ຜູ້​ພິພາກສາ​ລັດຖະບານ​ກາງ​ທ່ານ​ນຶ່ງແລະ​ເດັກ​ແມ່ຍິງ​ຄົນ
ນຶ່ງ​ວັຍ 9 ຂວບນັ້ນ.

ທ່ານ​ນາງ Giffords ວັຍ 40 ປີ​ໄດ້​ທໍາ​ການ​ພົບ​ປະ​ກັບ​ກັບ​ປະຊາຊົນ​ໃນ​ເຂດ​ເລືອກ
ຕັ້ງ​ຂອງ​ທ່ານ​ນາງ​ຢູ່​ໃນ​ຮ້ານ​ຂາຍ​ເຄື່ອງກິນ​ແຫ່ງ​ນີ້ ​ເວລາ​ປະຊາຊົນ 19 ຄົນ​ຖືກ​ຫ່າ
ລູກປືນ​ຈາກ​ມື​ປືນ​ຄົນ​ນີ້.

ໃນ​ຕອນ​ເຊົ້າໆ​ໃນ​ວັນ​ວັນ​ອາທິດ​ວານ​ນີ້ ທ່ານ​ນາງ Giffords ​ໄດ້​ຮັບ​ການ​ປິ່ນປົວ​ບາດ​ແຜ​ໃນ​ຫ້ອງ​ມໍ​ລະ​ສຸມ​ຫລັງ​ຈາກ​ຖືກ​ລູກປືນ​ທີ່​ຫົວ ​ແລະ​ພວກ​ເຈົ້າ​ໜ້າ​ທີ່​ການ​ແພດ​ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ຄາດ​ວ່າທ່ານ​ນາງ​ຈະ​ລອດ​ຊີວິດ​ໄດ້.

ພວກ​ຜູ້​ຄົນ​ທີ່ຮູ້ຈັກ​ດີ​ກ່ຽວ​ກັບ​ການ​ສືບສວນ​ນີ້ ​ໄດ້​ບອກ​ຊື່​ຜູ້​ຕ້ອງຫາ ຊຶ່ງ​ກໍາລັງ​ຢູ່ພາຍ​ໃຕ້​ການ​ຄວບ​ຄຸມ​ໂຕ​ຂອງ​ເຈົ້າ​ໜ້າ​ທີ່​ຕໍາຫລວດ​ວ່າ ຜູ້​ກ່ຽວ​ຊື່ Jared Loughner ວັຍ 22 ປີ.

ທ່ານ Dupnik ຫົວໜ້າ​ຝ່າຍຕຸລາການ ກ່າວ​ວ່າ ມື​ປືນ​ຄົນ​ນີ້ ອາດ​ຈະບໍ່​ດໍາເນີນການ​ໂຈມ​ຕີ
ນີ້ຄົນ​ດຽວແລະ​ກ່າວ​ຕື່ມ​ວ່າ ​ຕໍາຫລວດ​ເຊື່ອ​ວ່າ ​ມື​ປືນ​ຄົນ​ນີ້​ເຂົ້າ​ມາ​ໃນ​ຮ້ານ​ຂາຍ​ເຄື່ອງກິນ​ດັ່ງກ່າວ​ກັບ​ຄົນ​ນຶ່ງ​ອີກ ​ແລະ​ວ່າ​ຄົນ​ນີ້​ອາດ​ຈະ​ມີ​ສ່ວນພົວພັນ​ແບບ​ໃດ​ແບບ​ນຶ່ງ​ກັບ​ເຫດການ​ໂຈມ​ຕີ​ດັ່ງກ່າວ.

XS
SM
MD
LG