ນຶ່ງມື້ຫຼັງຈາກໃຫ້ການຕໍ່ໜ້າບັນດາສະມາຊິກສະພາຕໍ່ສະຫະລັດ ກ່ຽວກັບສະພາບການ
ຂອງບ່ອນພັກເຊົາທີ່ຊາຍແດນ ຫົວໜ້າກະຊວງຮັກສາຄວາມປອດໄພພາຍໃນຂອງສະ
ຫະລັດ ໄດ້ກັບຄືນໄປຍັງເຂດຊາຍແດນສະຫະລັດແລະເມັກຊິໂກອີກເປັນເທື່ອທີສີ່ ໃນ
ໄລຍະສອງສາມອາທິດຜ່ານມານີ້ ຊຶ່ງເທື່ອນີ້ມີກຸ່ມສະມາຊິກສະ ພາສູງຕິດຕາມໄປນຳ.
ບັນດາສະມາຊິກສະພາສູງ ຊຶ່ງຮວມທັງ 12 ທ່ານ ຈາກພັກເດໂມແຄຣັດ ແລະນຶ່ງທ່ານ
ທີ່ບໍ່ສັງກັດພັກ ໄດ້ຢ້ຽມຢາມເມືອງແມັກອາລເລັນ ໃນລັດເທັກຊັສ ຊຶ່ງເປັນນຶ່ງໃນບ່ອນ
ທີ່ພວກເຈົ້າໜ້າທີ່ລາດຕະເວນຊາຍແດນ ກັກຂັງຄົນເຂົ້າເມືອງ ຫຼາຍທີ່ສຸດ ທີ່ເດີນທາງ
ເຂົ້າມາໃນສະຫະລັດ ໂດຍປາດສະຈາກການໄດ້ຮັບອະນຸຍາດ ອັນເປັນພາກສ່ວນນຶ່ງ
ຂອງໜ້າທີ່ໃນການປະຕິບັດງານຂອງເຂົາເຈົ້າ.
ໂດຍເດີນທາງໄປເຖິງ ໃນຕອນເຊົ້າວັນສຸກວານນີ້ ບັນດາສະມາຊິກສະພາສູງໄດ້ໄປ
ຮ່ວມກັບລັດຖະມົນຕີຮັກສາການຊົ່ວຄາວ ກະຊວງຮັກສາຄວາມປອດໄພພາຍໃນ ຫຼື
DHS ທ່ານເຄວິນ ແມັກອາລີນັນ ເພືື່ອ “ສືບສວນ ກວດກາ ແລະຊັ່ງຊາເບິ່ງສະພາບ
ການຢູ່ຕາມສະຖານທີ່ພັກເຊົາແຫ່ງຕ່າງໆໃນເຂດຊາຍແດນພາກໃຕ້” ອີງຕາມຖະ
ແຫຼງການຈາກຫ້ອງການຜູ້ນຳພັກເດໂມແຄຣັດ ທ່ານຈັກ ຊູເມີ.
ທ່ານຊູເມີ ກ່າວວ່າ ຄະນະຜູ້ແທນໄດ້ເຫັນ “ບ່ອນທີ່ດີແຫ່ງນຶ່ງ” ລະຫວ່າງການເດີນ
ທາງໄປຢ້ຽມຢາມຂອງເຂົາເຈົ້າເປັນເວລານຶ່ງມື້ ບ່ອນພັກພາອາໄສ ທີ່ບໍລິຫານລານ
ໂດຍອົງການ ການກຸສົນກາໂຕລິກ.
ທ່ານກ່າວເຖິງບັນດາສະຖານທີ່ພັກເຊົາແຫ່ງອື່ນໆ ທີ່ບໍລິຫານງານໂດຍລັດຖະບານ
ທີ່ກັກຂັງພວກຄົນເຂົ້າເມືອງນັ້ນ ໂດຍກ່າວວ່າ “ແຕ່ວ່າສະຖານທີ່ທັງໝົດ ບໍ່ໃກ້ຄຽງ
ກັບສະພາບທີ່ນັ້ນເລີຍ.”
ຄະນະຜູ້ແທນໄດ້ຢ້ຽມຢາມສະຖານທີ່ອອກເອກກະສານ Donna Solf-Sided ອົງ
ການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານໃນທ້ອງຖິ່ນ ປ້ອມຍາມຊາຍແດນແມັກອາເລັນ
ແລະສູນກາງອອກເອກກະສານໃຫຍ່ Ursula Central ອີງຕາມກະຊວງຮັກສາ
ຄວາມປອດໄພພາຍໃນ.
ສະມາຊິກສະພາສູງຄຣິສ ຄູນສ໌ ຈາກລັດເດລາແວ ກ່າວວ່າ ທ່ານໄດ້ຖາມເດັກນ້ອຍ
ຜູ້ຊາຍຄົນນຶ່ງ ຢູ່ສູນກາງນັ້ນວ່າ ລາວໄດ້ມີໂອກາດຜັດແຂ້ວຂອງລາວຫຼືບໍ່ຢູ່ສະຖານທີ່
ແຫ່ງນັ້ນ. ເດັກນ້ອຍຄົນນັ້ນຕອບວ່າ “ບໍ່.”