ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະມາຊິກສະພາ ສະຫະລັດ ຮັບຜ່ານ ໂຄງການຊ່ວຍເຫຼືອ ໄວຣັສໂຄໂຣນາ ມູນຄ່າ 900 ຕື້ໂດລາ


ປະທານຮ່ວມກອງປະຊຸມແກ້ໄຂບັນຫາ ສະມາຊິກສະພາຕໍ່າ ທ່ານ ທອມ ຣີດ, ກ່າວຄຳປາໄສຕໍ່ສື່ມວນຊົນ ພ້ອມກັບສະມາຊິກຂອງກອງປະຊຸມ ກ່ຽວກັບ ການຮັບຜ່ານກົດໝາຍການຊ່ວຍເຫຼືອສຸກເສີນ COVID-19. 21 ທັນວາ, 2020,
ປະທານຮ່ວມກອງປະຊຸມແກ້ໄຂບັນຫາ ສະມາຊິກສະພາຕໍ່າ ທ່ານ ທອມ ຣີດ, ກ່າວຄຳປາໄສຕໍ່ສື່ມວນຊົນ ພ້ອມກັບສະມາຊິກຂອງກອງປະຊຸມ ກ່ຽວກັບ ການຮັບຜ່ານກົດໝາຍການຊ່ວຍເຫຼືອສຸກເສີນ COVID-19. 21 ທັນວາ, 2020,

ລັດຖະສະພາ ສະຫະລັດ ໄດ້ຮັບຜ່ານກົດໝາຍທ້າຍປີຂະໜາດໃຫຍ່ທີ່ລວມມີທັງໂຄງການຊ່ວຍເຫຼືອໄວຣັສໂຄໂຣນາມູນຄ່າ 900 ຕື້ໂດລາ ພ້ອມກັບເງິນທຶນປະຈຳປີສຳລັບລັດຖະບານມູນຄ່າ ນຶ່ງພັນສີ່ຮ້ອຍຕື້ໂດລາ.

ທັງສະພາຕໍ່າ ແລະ ສະພາສູງໄດ້ຮັບຜ່ານມາດຕະການດັ່ງກ່າວ ດ້ວຍການສະໜັບສະໜູນຢ່າງຖ້ວມລົ້ນໃນຄືນວັນຈັນວານນີ້, ໂດຍບັນດາສະມາຊິກສະພາມີພຽງບໍ່ເທົ່າໃດຊົ່ວໂມງທີ່ຈະທົບທວນກົດໝາຍຍາວກວ່າ 5,000 ໜ້າ. ເຂົາເຈົ້າໄດ້ປະເຊີນກັບຂີດເສັ້ນຕາຍຕອນທ່ຽງຄືນ ເພື່ອໃຫ້ລັດ ຖະບານ ສະຫະລັດ ມີເງິນທຶນໃຊ້.

ປະທານາທິບໍດີ ດໍໂນລ ທຣຳ ແມ່ນຄາດວ່າຈະເຊັນກົດໝາຍດັ່ງກ່າວໃນບໍ່ເທົ່າໃດວັນຫຼັງຈາກນັ້ນ.

ກົດໝາຍນິຕິບັນຍັດນັ້ນໄດ້ມີຂຶ້ນຫຼັງຈາກການເຈລະຈາຫຼາຍອາທິດ ເຊິ່ງບັນດາຜູ້ນຳພັກເດໂມແຄຣັດ ແລະ ຣີພັບບລີກັນ ໄດ້ໂຕ້ຖຽງກັນ ກ່ຽວກັບ ວ່າລັດຖະບານຄວນສະໜອງການຊ່ວຍເຫຼືອ ເພື່ອສະໜອງການບັນເທົາໄວຣັສໂຄໂຣນາ ແລະ ວ່າຈຸດເພັ່ງເລັງຄວນເປັນຊະນິດຕ່າງໆເຊັ່ນການຊ່ວຍ ເຫຼືອຄົນຫວ່າງງານ ຫຼື ຈະເຮັດໃຫ້ເສດຖະກິດເປີດຢູ່ຄືເກົ່າ.

ມັນຍັງໄດ້ມີຂຶ້ນໃນລະຫວ່າງ ການເພີ່ມຂຶ້ນຂອງການຕິດແປດໄວຣັສໂຄໂຣນາ, ໂດຍທີ່ ສະຫະລັດ ໄດ້ບັນທຶກຫຼາຍກວ່າ 18 ລ້ານກໍລະນີທີ່ໄດ້ຮັບການຢືນຢັນໃນຄືນວັນຈັນວານນີ້, ເປັນການເພີ່ມຫຼາຍກວ່າ 200,000 ກໍລະນີຕໍ່ວັນ ແລະ ດ້ວຍຈຳນວນຜູ້ເສຍຊີວິດສູງສຸດຂອງປະເທດ ຢູ່ທີ່ຫຼາຍກວ່າ 319,000 ຄົນ, ອີງຕາມສູນກາງແຫຼ່ງຊັບພະຍາກອນໄວຣັສໂຄໂຣນາ ຈອນສ໌ ຮັອບກິນສ໌.

ນຶ່ງໃນອົງປະກອບຫຼັກຂອງກົດຫມາຍດັ່ງກ່າວແມ່ນການຈ່າຍເງິນໂດຍກົງໃຫ້ປະຊາຊົນສ່ວນຫຼາຍ 600 ໂດລາ, ໂດຍຄົນທີ່ມີລາຍໄດ້ເກີນ 75,000 ໂດລາຕໍ່ປີຈະບໍ່ໄດ້ຮັບມັນ. ລັດຖະມົນຕີກະຊວງການເງິນ ທ່ານ ສຕີເວັນ ມະນູຊິນ ໄດ້ກ່າວວ່າ ປະຊາຊົນ ອາເມຣິກັນ ຫຼາຍລ້ານຄົນອາດເລີ່ມເຫັນເງິນຊ່ວຍເຫຼືອຂອງເຂົາເຈົ້າໄວສຸດແມ່ນອາທິດໜ້າ. ການຊ່ວຍເຫຼືອຮອບທີ່ຜ່ານມາມູນຄ່າ 1,200 ໂດລາແມ່ນລວມຢູ່ໃນກົດໝາຍການຊ່ວຍເຫຼືອໄວຣັສໂຄຣນາ ທີ່ໃຫຍ່ກວ່າຫຼາຍໃນເດືອນ ມີນາ.

ກົດໝາຍໃໝ່ນັ້ນຍັງລວມມີເງິນ 284 ຕື້ໂດລາສຳລັບໂຄງການປົກປ້ອງເງິນເດືອນ, ເປັນໂຄງການທີ່ມີຈຸດປະສົບເພື່ອຊ່ວຍທຸລະກິດໃຫ້ຈ້າງພະນັກງານຂອງເຂົາເຈົ້າຄືເກົ່າ ໃນລະຫວ່າງໄລຍະເຊິ່ງການກົດດັນທາງເສດຖະກິດຍ້ອນໂຣກລະບາດ ອາດບັງຄັບໃຫ້ມີການເລີກຈ້າງພະນັກງານເພີ່ມ ເຕີມ.

ມັນຍັງມີເງິນ 300 ໂດລາຕໍ່ອາທິດ ສຳລັບການຊ່ວຍເຫຼືອຄົນຫວ່າງານເປັນເວ ລາ 11 ອາທິດ, ພ້ອມກັບ 82 ຕື້ໂດລາສຳລັບໂຮງຮຽນ ແລະ ມະຫາວິທະຍາໄລໃນທ້ອງຖິ່ນ, 25 ຕື້ໂດລາສຳລັບການຊ່ວຍເຫຼືອຄ່າເຊົ່າບ້ານ, 15 ຕື້ໂດລາສຳລັບໂຮງລະຄອນ ແລະ 10 ຕື້ໂດລາສຳລັບໂຮງລ້ຽງເດັກ. ມັນຍັງມີອີກ 4 ຕື້ໂດລາ ສຳລັບການຊ່ວຍເຫຼືອປະເທດອື່ນໆໃນການສັກຢາ COVID-19, ເຊິ່ງ ເປັນໂຣກທີ່ມີສາເຫດມາຈາກໄວຣັສໂຄໂຣນາ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG