ພວກເຈົ້າໜ້າທີ່ສືບສວນເຫດການຍິງກັນຕາຍໃນວັນເສົາ
ວານນີ້ຢູ່ທີ່ລັດ Arizona, ທາງພາກຕາເວັນຕົກສຽງໃຕ້ຂອງ
ສະຫະລັດເວົ້າວ່າ ພວກເຂົາເຈົ້າເຊື່ອວ່າເປົ້າໝາຍຂອງການ
ໂຈມຕີຄັ້ງນີ້ ແມ່ນຜູ້ແທນສະພາຕໍ່າຜູ້ຍິງຄົນນຶ່ງ.
ທ່ານ Clarence Dupnik ເຈົ້າໜ້າທີ່ຕໍາຫລວດທ້ອງຖິ່ນທີ່
ກ່ຽວຂ້ອງກັບຄະດີນີ້ ໄດ້ບອກພວກນັກຂ່າວໃນແລງວັນ
ເສົາວານນີ້ວ່າ ປາກົດວ່າ ຜູ້ຊາຍທີ່ຕ້ອງສົງໃສວ່າເປັນມືປືນ
ນັ້ນ ມີເຈດຕະນາທີ່ຈະລອບສັງຫານຜູ້ແທນສັງກັດພັກເດໂມ
ແກຣັດ, ທ່ານນາງ Gabrielle Giffords ເວລາຜູ້ກ່ຽວທໍາ
ການໂຈມຕີຢູ່ຂ້າງນອກຮ້ານຕະຫລາດແຫ່ງນຶ່ງ ຢູ່ໃນເຂດ
ເລືອກຕັ້ງຂອງທ່ານນາງ ຊຶ່ງໄດ້ເອົາຊີວິດ 6 ຄົນ ລວມທັງ
ຜູ້ພິພາກສາຂອງລັດຖະບານກາງຜູ້ນຶ່ງ ແລະເດັກຍິງອາຍຸ 9 ປີ ຜູ້ນຶ່ງ.
ຜູ້ແທນ Giffords ທີ່ມີອາຍຸ 40 ປີ ກຳລັງພົບປະກັບພວກ
ປະຊາຊົນຈາກເຂດເລືອກຕັ້ງຂອງທ່ານນາງ ຢູ່ນອກຮ້ານຄ້າແຫ່ງນັ້ນ ໃນເວລາທີ່ຄົນຮ້າຍຍິງປືນ ຮວດໄປໃສ່ ແລະຖືກ
19 ຄົນ.
ມາຮອດຕອນເຊົ້າມືດວັນອາທິດມື້ນີ້ ຫລືບ່າຍວັນເສົາໃນເມືອງລາວ ທ່ານນາງ Giffords
ຍັງໄດ້ຮັບການປິ່ນປົວຢ່າງຂຸ້ນຂ້ຽວຢູ່ ລຸນຫລັງທີ່ໄດ້ຖືກຍິງທີ່ຫົວ. ພວກເຈົ້າໜ້າທີ່ການ
ແພດເວົ້າວ່າ ພວກເຂົາເຈົ້າມີຄວາມຫວັງວ່າ ທ່ານນາງຈະມີຊີວິດລອດໄດ້.
ຜູ້ທີ່ຮູ້ເລື້ອງກ່ຽວກັບການສືບສວນຄະດີນີ້ ເວົ້າວ່າທ້າວ Jared Loughner ອາຍຸ 22 ປີ
ເປັນຜູ້ທີ່ທາງການສົງໃສວ່າເປັນຜູ້ທໍາການໂຈມຕີນີ້ ແລະຜູ້ກ່ຽວໄດ້ຖືກຄວບຄຸມໂຕໄວ້ແລ້ວ.