ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

​ເຈົ້າ​ໜ້າ​ທີ່​ປະ​ຕິ​ບັດ​ກົດ​ໝາຍ​ ສ​ຫລ ທັບ​ມ້າງ ການ​ປະ​ຕິ​ບັດ​ງານ​ ລັກ​ລອບ​ຄ້າ​ມະ​ນຸດ 'ຢ່າງ​ຫຼວງ​ຫຼາຍ'


ຫົວ​ໜ້າ​ເຈົ້າ​ໜ້າ​ທີ່​ປະ​ຕິ​ບັດ​ກົດ​ໝາຍ​ຂອງ​ສະ​ຫະ​ລັດ ທ່ານ​ນາງ​ເຈນ​ນີ​ເຟີ ບີ. ໂລ​ເວີ​ຣີ ໃນ​ເຂດ​ພາກ​ໃຕ້​ລັດ​ເທັກ​ຊັ​ສ ຖະ​ແຫຼງ​ຕໍ່​ກອງ​ປະ​ຊຸມ​ນັກ​ຂ່າວ ທີ່​ກະ​ຊວງ​ຍຸ​ຕິ​ທຳ​ຢູ່​ວໍ​ຊິງ​ຕັນ ເມື່ອ​ວັນ​ທີ 13 ກັນ​ຍາ 2022.
ຫົວ​ໜ້າ​ເຈົ້າ​ໜ້າ​ທີ່​ປະ​ຕິ​ບັດ​ກົດ​ໝາຍ​ຂອງ​ສະ​ຫະ​ລັດ ທ່ານ​ນາງ​ເຈນ​ນີ​ເຟີ ບີ. ໂລ​ເວີ​ຣີ ໃນ​ເຂດ​ພາກ​ໃຕ້​ລັດ​ເທັກ​ຊັ​ສ ຖະ​ແຫຼງ​ຕໍ່​ກອງ​ປະ​ຊຸມ​ນັກ​ຂ່າວ ທີ່​ກະ​ຊວງ​ຍຸ​ຕິ​ທຳ​ຢູ່​ວໍ​ຊິງ​ຕັນ ເມື່ອ​ວັນ​ທີ 13 ກັນ​ຍາ 2022.

ເຈົ້າ​ໜ້າ​ທີ່​ປະ​ຕິ​ບັດ​ກົດ​ໝາຍ​ຂອງ​ສະ​ຫະ​ລັດ ໃນ​ວັນ​ອັງ​ຄານ​ວານນີ້ ໄດ້​ທັບ​ມ້າງ​ກຸ່ມ​ຄ້າ​ມະ​ນຸດ ​ໃກ້ໆ​ຊາຍ​ແດນ​ຂອງ​ສະ​ຫະ​ລັດ​ຕິດ​ກັບ​ເມັກ​ຊິ​ໂກ ຊຶ່ງ​ເປັນ​ຜົນ​ໃຫ້​ມີ​ການ​ລົບ​ກວນ​ຄັ້ງ​ໃຫຍ່ ຕໍ່​ຕາ​ໜ່າງ​ການ​ຄ້າ​ມະ​ນຸດ ແລະ​ຈັບ​ກຸມ 8 ຄົນ​ທີ່​ຖືກ​ກ່າວ​ຫາ​ວ່າ ເປັນ​ພວກ​ຄ້າ​ມະ​ນຸດ.

ການ​ທັບ​ມ້າງ​ປາບ​ປາມ​ດັງ​ກ່າວ​ມີ​ຂຶ້ນ​ໃນ​ຂະ​ນະ​ທີ່​ລັດ​ຖະ​ບານ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ຖືກ​ຕຳ​ໜິ​ຕິ​ຕຽນ​ຈາກ​ສະ​ມາ​ຊິກ​ພັກ​ຣີ​ພັບບ​ລີ​ກັນກ່ຽວ​ກັບ​ການ​ຫຼັ່ງ​ໄຫຼ​ຂອງ​ພວກຍົກ​ຍ້າຍ​ຖິ່ນ​ຖານ​ທີ່​ບໍ່​ມີ​ເອກ​ກະ​ສານ ຈາກ​ເມັກ​ຊິ​ໂກ​ແລະ​ອາ​ເມ​ຣິ​ກາ​ກາງ ເຂົ້າ​ມ​າ​ໃນ​ສະ​ຫະ​ລັດ. ເຈົ້າ​ໜ້າ​ທີ່​ຂອງ​ລັດ​ຖະ​ບານ​ກ່າວ​ວ່າ ການ​ປາບ​ປາມ​ການ​ຄ້າ​ມະ​ນຸດແມ່ນ​ສ່ວນ​ນຶ່ງ​ຂອງ​ຍຸດ​ທະ​ສາດ ສຳ​ລັບ​ແກ້​ໄຂ “ການ​ເຂົ້າ​ເມືອງ​ແບບ​ບໍ່​ປົກ​ກະ​ຕິ” ຂ້າມ​ຊາຍ​ແດນ​ໃນ​ເຂດ​ພາກ​ໃຕ້​ຂອງ​ປະ​ເທດ.

ໃນ​ການ​ຖະ​ແຫຼງ​ຕໍ່​ກອງ​ປະ​ຊຸມ​ນັກ​ຂ່າວ ຢູ່​ກະ​ຊວງ​ຍຸ​ຕິ​ທຳ ເຈົ້າ​ໜ້າ​ທີ່​ປະ​ຕິ​ບັດ​ກົດ​ໝາຍ​ເວົ້າ​ວ່າ ຕາ​ໜ່າງ​ດັ່ງ​ກ່າວ ກຳ​ກັບ​ນຳ​ການ​ປະ​ຕິ​ບັດ​ງານ “ເປັນ​ຈຳ​ນວນ​ຫຼວງ​ຫຼາຍ” ໃນ​ການ​ລັກ​ລອບ​ຫຼາຍໆ​ຮ້ອຍ ຖ້າ​ບໍ່​ແມ່ນ​ຫຼາຍໆ​ພັນ​ຄົນ ພວກ​ຍົກ​ຍ້າຍ​ຖິ່ນ​ຖານ​ທີ່​ບໍ່​ມີ​ເອກ​ກະ​ສານ​ຈາກ​ເມັກ​ຊິ​ໂກ ກົວ​ເຕ​ມາ​ລາ ແລະ​ໂຄ​ລອມ​ເບຍ ເຂົ້າ​ມາ​ໃນ​ສະ​ຫະ​ລັດ​ໃນ​ໄລ​ຍະ​ສອງ​ສາມ​ປີ​ທີ່​ຜ່ານ​ມານີ້.

ເຈົ້າ​ໜ້າ​ທີ່​ກະ​ຊວງ​ຍຸ​ຕິ​ທຳ​ສະ​ຫະ​ລັດ ​ທີ່ຮັບ​ຜິດ​ຊອບ​ໃນ​ເຂດ​ພາກ​ໃຕ້​ຂອງ​ລັດ​ເທັກ​ຊັ​ສ ທ່ານ​ນາງ​ເຈນ​ນີ​ເຟີ ບ​ີ. ໂລ​ເວີ​ຣີ ກ່າວ​ວ່າ “ເປັນ​ທີ່​ໜ້າ​ເສົ້າ​ໃຈ ກໍ​ລະ​ນີນີ້​ແມ່ນ​ໂຕ​ຢ່າງ​ຂອງ​ອັນ​ທີ່​ພວກ​ເຮົາ​ມອງ​ເຫັນ​ ຢູ່​ໃນເຂດ​ຂອງ​ພວກ​ເຮົາຫຼາຍໆ​ຄັ້ງ ໂດຍ​ສະ​ເພາະ​ແລ້ວ​ໃນ​ຊຸມ​ຊົນ​ທີ​ຢູ່​ໃນ​ເຂດ​ຊາຍ​ແດນ.”

ການ​ປະ​ຕິ​ບັດ​ງານ​ໃນ​ຄັ້ງ​ນີ້ ແມ່ນ​ສ່ວນ​ນຶ່ງ​ຂອງ​ກຳ​ລັງ​ປະ​ຕິ​ບັດ​ງານ​ຮ່ວມ​ອາ​ລ​ຟາ ຊຶ່ງ​ເປັນ​ຂໍ້​ລິ​ເລີ້ມ​ຂອງ​ພວກ​ເຈົ້າ​ໜ້າ​ທີ່​ປະ​ຕິ​ບັດ​ກົດ​ໝາຍທີ່​ໄດ້​ມີ​ການ​ປະ​ກາດ​ໃນ​ປີ​ກາຍນີ້ ໂດຍ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ​ເມີ​ຣິກ ກາ​ແລນ ເພື່ອ​ປາບ​ປາມ​ກຸ່ມ​ຄ້າ​ມະ​ນຸດ​ທີ່ເປັນ​ອັນ​ຕະ​ລາຍ ຊຶ່ງ​ມີ​ການ​ປະ​ຕິ​ບັດ​ງານ​ຢູ່​ໃນ​ປະ​ເທດ​ເມັກ​ຊິ​ໂກ ແລະ​ອາ​ເມ​ຣິ​ກາ​ກາງ.

ຢູ່​ໃນ​ຖະ​ແຫຼງ​ການນັ້ນ ທ່ານ​ກາ​ແລນ​ໄດ້​ກ່າວ​ເຖິ​ງ​ຄວາມ​ສຳ​ເລັດ​ໃນ​ການ​ປາບ​ປາມ​ທັບ​ມ້າງ.

ທ່ານ​ກ່າວ​ວ່າ “ການ​ຟ້ອງ​ຮ້ອງ​ຊຶ່ງ​ໄດ້​ມີ​ການ​ປະ​ກາດ​ໃນ​ມື້ນີ້ ແມ່ນ​ເປັນ​ພຽງ​ຕົວ​ຢ່າງ​ອັນ​ຫຼ້າ​ສຸດ​ເທົ່າ​ນັ້ນ ຂອງ​ຄວາມ​ສຳ​ເລັດ​ໃນ​ຄວາມ​ພ​ະ​ຍາ​ຍາມ​ເຫຼົ່າ​ນີ້. ກະ​ຊວງ​ຍຸ​ຕິ​ທຳ​ຈະ​ສືບ​ຕໍ່​ນຳ​ເອົາ​ຊັບ​ພະ​ຍາ​ກອນ​ໂດຍ​ເຕັມ​ຂອງ​ພວກ​ເຮົາ ມາ​ສະ​ໜັບ​ສະ​ໜຸນ​ການ​ລັກ​ລອບ​ຄ້າ​ມະ​ນຸດ ແລະ​ກຸ່ມ​ລັກ​ລອບ​ອື່ນໆ ທີ່​ເປັນ​ອັນ​ຕະ​ລາຍ​ຕໍ່​ປະ​ຊາ​ຄົມ​ຂອງ​ພວກ​ເຮົາ ການ​ລ່ວງ​ລະ​ເມີດ ແລະ​ສວຍ​ໃຊ້​ພວກ​ຍົກ​ຍ້າຍ​ຖິ່ນ​ຖານ ແລະ​ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG