ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເຈົ້າໜ້າທີ່ ບັງຄັບໃຊ້ກົດໝາຍ ສະຫະລັດ ຕ້ອງການອຳນາດ ໃນການທຳລາຍ ໂດຣນ


ຜູ້ບັງຄັບເຮືອບິນບໍ່ມີຄົນຂັບ ຫຼື ໂດຣນ ທ້າວ ພາກເກີ ກຽວເຄເຣັສ ຈັບເອົາໂດຣນ ຫຼັງຈາກໄດ້ໃຊ້ມັນໃນການຖ່າຍຮູບເກາະ ຮາທ໌ (Hart) ໃນນະຄອນນິວຢອກ. 29 ເມສາ, 2018.
ຜູ້ບັງຄັບເຮືອບິນບໍ່ມີຄົນຂັບ ຫຼື ໂດຣນ ທ້າວ ພາກເກີ ກຽວເຄເຣັສ ຈັບເອົາໂດຣນ ຫຼັງຈາກໄດ້ໃຊ້ມັນໃນການຖ່າຍຮູບເກາະ ຮາທ໌ (Hart) ໃນນະຄອນນິວຢອກ. 29 ເມສາ, 2018.

ບັນດາເຈົ້າໜ້າທີ່ອະວຸໂສດ້ານຄວາມປອດໄພແລະການບິນ ສະຫະລັດ ໄດ້ເຕືອນໃນ
ວັນພຸດວານນີ້ວ່າ ການແຜ່ຫຼາຍຂອງເຮືອບິນບໍ່ມີຄົນຂັບ ຫຼື ໂດຣນ ທີ່ບໍ່ກ່ຽວກັບການ
ທະຫານໃນ ສະຫະລັດ ໄດ້ເປັນໄພຄຸກຄາມຕໍ່ຄວາມປອດໄພແຫ່ງຊາດຫຼາຍຂຶ້ນນັບມື້,
ໃນຂະນະທີ່ເຂົາເຈົ້າໄດ້ກົດດັນໃຫ້ສະພາສູງຮັບຜ່ານຮ່າງກົດໝາຍ ທີ່ຈະອະນຸຍາດ
ໃຫ້ບັນດາເຈົ້າໜ້າທີ່ແນເປົ້າ ແລະ ມີໂອກາດທີ່ຈະຍິງທຳລາຍໂດຣນທີ່ຕ້ອງສົງໄສນັ້ນ
ລົງ.

ໃນຂະນະທີ່ໂດຣນສຳລັບຫຼິ້ນໃນເວລາພັກຜ່ອນ ແລະ ໃຊ້ໃນການຄ້າໄດ້ຂະຫຍາຍ
ຕົວຢ່າງວ່ອງໄວໃນສອງສາມປີທີ່ຜ່ານມານັ້ນ, ປັດຈຸບັນນີ້ ເຮືອບິນບໍ່ມີຄົນຂັບດັ່ງກ່າວ
ແມ່ນມີຫຼາຍກວ່າ 1 ລ້ານລຳໃນ ສະຫະລັດ. ພວກອາຊະຍາກອນ ແລະ ພວກກໍ່ການ
ຮ້າຍໄດ້ໃຊ້ເທັກໂນໂລຈີທີ່ວ່ານີ້ ສຳລັບຈຸດປະສົງບໍ່ດີຫຼາຍຍິ່ງຂຶ້ນ, ອີງຕາມບັນດາເຈົ້າ
ໜ້າທີ່ຈາກອົງການສັນຕິບານກາງຫຼື FBI, ກະຊວງຮັກສາຄວາມປອດໄພພາຍໃນ
ຂອງ ສະຫະລັດ ແລະ ອົງການຄຸ້ມຄອງການບິນລັດຖະບານກາງ ຜູ້ທີ່ໄດ້ໃຫ້ຊີ້ແຈງ ຕໍ່
ຄະນະກຳມະການ ກ່ຽວກັບການຮັກສາຄວາມປອດໄພພາຍໃນ ແລະ ກິດຈະການ
ຂອງລັດຖະບານ.

ທ່ານນາງ ແອນເຈລາ ເອັຈ. ສະຕັບເບິລຟິລ (Angela H. Stubblefield), ຮອງຜູ້ບໍ
ລິຫານອົງການຄຸ້ມຄອງການບິນລັດຖະບານກາງຫຼື FAA ໄດ້ກ່າວວ່າ “ໃນຂະນະທີ່
ເທັກໂນໂລຈີເຮືອບິນບໍ່ມີຄົນຂັບໄດ້ສະໜອງຜົນປະໂຫຍດຢ່າງໃຫຍ່ຫຼວງ ໃຫ້ແກ່
ເສດຖະກິດ ແລະ ສັງ ຄົມນັ້ນ, ພວກເຮົາຮັບຮູ້ວ່າ ການນຳໃຊ້ເທັກໂນໂລຈີດັ່ງກ່າວ
ໃນທາງທີ່ຜິດ ໄດ້ກໍ່ໃຫ້ເກີດສິ່ງທ້າທາຍທາງດ້ານຄວາມປອດໄພ ທີ່ມີລັກສະນະສະ
ເພາະ.”

ປ້າຍຫ້າມຫຼິ້ນໂດຣນໃນພື້ນທີ່ ຖືກຕັ້ງຢູ່ໃກ້ກັບສະໜາມບິນສາກົນ ໂລກັນ. ນະຄອນ ບອສຕັນ, ລັດ ແມສຊາຈູເຊັດສ. 18 ພຶດສະພາ, 2018.
ປ້າຍຫ້າມຫຼິ້ນໂດຣນໃນພື້ນທີ່ ຖືກຕັ້ງຢູ່ໃກ້ກັບສະໜາມບິນສາກົນ ໂລກັນ. ນະຄອນ ບອສຕັນ, ລັດ ແມສຊາຈູເຊັດສ. 18 ພຶດສະພາ, 2018.

ທ່ານ ສກັອດ ບຣັນເນີ, ຮອງຜູ້ຊ່ວຍຜູ້ອຳນວຍການຂອງອົງການ FBI ໄດ້ກ່າວວ່າທາງສຳນັກງານມີ “ຄວາມເປັນຫ່ວງວ່າ ພວກອາຊະຍາກອນ ແລະ ກໍ່ການຮ້າຍຈະສວຍໃຊ້
ລະບົບເຮືອບິນບໍ່ມີຄົນຂັບ ໃນທິດທາງທີ່ເປັນໄພຂົ່ມຂູ່ອັນຮ້າຍແຮງຕໍ່ຄວາມປອດໄພ
ຂອງປະຊາຊົນ ອາເມຣິກັນ.”

ທ່ານໄດ້ເວົ້າວ່າ “ໄພຂົ່ມຂູ່ນັ້ນອາດສະແດງໃຫ້ເຫັນຢ່າງຊັດເຈນໃນອະນາຄົດອັນໃກ້
ນີ້.”

ໃນສອງສາມປີທີ່ຜ່ານມາ, ພວກລັດອິສລາມ ແລະ ກຸ່ມກໍ່ການຮ້າຍ ອື່ນໆໄດ້ໃຊ້ໂດຣນ
ການຄ້າລາຄາຖືກ ເພື່ອທຳການລາດຕະເວນ ແລະ ໂຈມຕີ. ບັນດາເຈົ້າໜ້າທີ່ໄດ້ກ່າວ
ວ່າ ແກັ່ງອາຊະຍາກອນ ໄດ້ໃຊ້ເຮືອ ບິນບໍ່ມີຄົນຂັບ ເພື່ອຂົນສົ່ງຢາເສບຕິດຂ້າມເຂດ
ຊາຍແດນ ສະຫະລັດ-ເມັກຊິໂກ ແລະ ໄດ້ຂົນສົ່ງສິ່ງຕ້ອງຫ້າມເຂົ້າໄປໃນຄຸກ.

ແຕ່ບັນດາເຈົ້າໜ້າທີ່ປະຕິບັດກົດໝາຍ ແມ່ນຍັງບໍ່ມີອຳນາດຢ່າງຖືກ ຕ້ອງຕາມກົດ
ໝາຍເພື່ອແນເປົ້າໃສ່ໂດຣນພວກນັ້ນ ແມ່ນກະທັ້ງທີ່ພວກມັນໄດ້ຖືກໃຊ້ເຂົ້າໃນກິດ
ຈະກຳທີ່ຜິດກົດໝາຍກໍຕາມ. ນັ້ນກໍຍ້ອນວ່າ ໂດຣນພວກນັ້ນ ໃນປັດຈຸບັນນີ້ ໄດ້ຖືກ
ກຳນົດໃຫ້ເປັນເຮືອບິນສຳລັບຈຸດປະສົງຕ່າງໆຂອງກົດໝາຍລັດຖະບານກາງ. ກົດ
ໝາຍ ສະຫະລັດ ໃນປັດຈຸບັນ ໄດ້ກຳນົດການສ້າງຄວາມເສຍຫາຍ ຫຼື ທຳລາຍເຮືອ
ບິນ ຫຼື ການແຊກແຊງໃນການປະຕິບັດງານຂອງມັນ ເປັນຄວາມຜິດທາງອາຍາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG