ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສຫລ ເປີດ​ຕົວ ຂໍ້ລິ​ເລີ້ມ​ໃໝ່ ​ເພື່ອ​ປາບ​ປາມ ການ​ຈາ​ລະ​ກຳ ທາງເສດ​ຖະ​ກິດ ຂອງ​ຈີນ


ລັດ​ຖະ​ມ​ົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳສະ​ຫະ​ລັດ ທ່ານ​ແຈັ​ຟ ແຊັ​ສ​ສັນ ​ກ່າວ​ໃນລະ​ຫວ່າງ ກອງ​ປະ​ຊຸມຖະ​ແຫຼງ​ຂ່າວ ກ່ຽວ​ກັບ ​ການ​ປາບ​ປາມ ການ​ຈາ​ລະ​ກຳ ທີ່​ພົວ​ພັນ​ກັບ​ຈີນ ວັນ​ທີ 1 ພະ​ຈິກ, 2018.
ລັດ​ຖະ​ມ​ົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳສະ​ຫະ​ລັດ ທ່ານ​ແຈັ​ຟ ແຊັ​ສ​ສັນ ​ກ່າວ​ໃນລະ​ຫວ່າງ ກອງ​ປະ​ຊຸມຖະ​ແຫຼງ​ຂ່າວ ກ່ຽວ​ກັບ ​ການ​ປາບ​ປາມ ການ​ຈາ​ລະ​ກຳ ທີ່​ພົວ​ພັນ​ກັບ​ຈີນ ວັນ​ທີ 1 ພະ​ຈິກ, 2018.

ໂດຍການ​ກ່າວ​ວ່າ ການຈາລະ​ກຳທາງເສດ​ຖະ​ກິດ​ຂອງຈີນ ​ເປັນ​ໄພ​ຂົ່​ມ​ຂູ່​ທີ່​ຮ້າຍ​ແຮງ
ຕໍ່ຜົນ​ປະ​ໂຫຍດ​ແຫ່ງ​ຊາດສະ​ຫະ​ລັດ ລັດ​ຖະ​ມົນ​ຕີ​ຍຸ​ຕິ​ທຳ ແຈັ​ຟ ແຊັສ​ສັນ​ ໄດ້​ປະ​ກາດ
​ໃນ​ວັນ​ພະ​ຫັດ​ວານ​ນີ້ ທີ່​ເປັນ​ການຂໍ້​ລິ​ເລີ້ມ​ໃໝ່ ​ຂອງ​ກະ​ຊວງ​ຍຸ​ຕິ​ທຳ ເພື່ອ​ຮັບ​ມື​ກັບ​ການ
ລັກ​ຂະ​ໂມຍທີ່​ມີ​ຢ່າງ​ແຜ່ກວ້າງຂອງ​ຈີນ ກ່ຽວ​ກັບຊັບ​ສິນ​ດ້ານ​ສະຕິ​ປັນຍາ.

ທ່ານ​ແ​ຊັສ​ສັນກ່າວ​ວ່າ ​ຂໍ້​ລິ​ເລີ້ມ​ໃໝ່​ກ່ຽວ​ກັບ​ຈີນ “ຈະລະ​ບຸ​ບັນ​ດາຄະ​ດີການ​ລັກ​ຂະ​ໂມຍ
​ທີ່ເປັນ​ບູ​ລິ​ມະ​ສິດ​ຂອງ​ຈີນ ​ເພື່ອໃຫ້​ການຄ້ຳ​ປະ​ກັນ​ວ່າ​ພວກ​ເຮົາ​ມີ​ຊັບ​ພະ​ຍາ​ກອນ​ພຽງ​ພໍ
ສຳ​ລັບໃຫ້​ແກ່​ເຂົາ​ເຈົ້າ ແລະ​ໃຫ້​ເປັນ​ທີ່​ແນ່ນອນ​ວ່າ ພວກ​ເຮົາ​ຈະ​ນຳ​ເຂົາ​ເຈົ້າ​ມາ​ຕັດ​ສິນ​
ລົງ​ໂທດຢ່າງ​ເ​ໝາະ​ສົມ​ ວ່ອງ​ໄວ ແລະ​ໄດ້​ຜົນ.” ​ທ່ານ​ຍັງ​ໄດ້​ເປີດ​ເຜີຍ​ວ່າຄະນະ​ຕຸ​ລາ​ການ
ໄດ້​ຟ້ອງ​ຮ້ອງ ໃນ​ຄະ​ດີ​ໃໝ່​ກ່ຽວ​ກັບ​ການ​ຈ​າ​ລະ​ກຳ​ທາງ​ດ້ານ​ເສດ​ຖະ​ກິດ​ຂອງ​ຈີນ.

ອີງ​ຕາມ​ ​ການ​ຟ້ອງ​ຮ້ອງທີ່​ໄດ້​ຍື່ນ​ໃນ​ວັນ​ທີ 27 ເດືອນ​ກັນ​ຍາ​ທີ່​ຜ່ານ​ມາ ແຕ່​ໄດ້​ເປີດ​ເຜີຍ
​ໃນ​ວັນ​ພະ​ຫັດ​ວານ​ນີ້ ບໍ​ລິ​ສັດ​ຟູ​ຈຽນ ຈິນ​ຫົວ ອິນ​ເຕີ​ເກ​ຣດ ເຊີ​ເກິດ ຈຳ​ກັດ ຊຶ່ງ​ເປັນບໍ​ລິ
​ສັດລັດ​ວິ​ສາ​ຫະ​ກິດ ​ບໍ​ລິ​ສັດ ຢູ​ໄນ​ເຕັດ ໄມ​ໂກ​ຣ​ເລັກ​ໂຕ​ຣ​ນິກ​ສ໌ ຄໍ​ໂປ​ເຣ​ຊັນ (UMC) ​
ຊຶ່ງ​ເປັນ​ບໍ​ລິ​ສັດ​ເຊ​ມີ​ຄອນ​ດັກ​ເຕີຂອງໄຕ້​ຫວັນ ທີ່​ຢູ່​ໃນ​ລາຍ​ຊື່​ຕະ​ຫຼາດຊື້​ຂາຍ​ຮຸ້ນ ຂອງ​
ນິວຢອກ ແລະຊາວ​ໄຕ້​ຫວັນ​ອີກ​ສາມ​ຄົນ ໄດ້​ສົມ​ຮູ້​ຮ່ວມ​ຄິດ​ເພື່ອ​ລັກ​ເອົາ​ຄວາມ​ລັບ​ທາງ
​ດ້ານ​ການ​ຄ້າ​ຈາກ​ບໍ​ລິ​ລິ​ສັດ​ໄມ​ກ​ຣອນ ເທັກ​ໂນ​ໂລ​ຈີ ທີ່​ນຳ​ໜ້າ​ອຸດ​ສາ​ຫະ​ກ​ຳ​ ສ້າງ​ເຊມີ
ຄອນ​ດັກ​ເຕີ​ຂອງ​ສະ​ຫະ​ລັດ.

ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ດ້ານ​ຄວາມ​ປອດ​ໄພ​ແຫ່ງ​ຊາດ ທ່ານຈ​ອນ ເດີ​ເມີສ.
ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ດ້ານ​ຄວາມ​ປອດ​ໄພ​ແຫ່ງ​ຊາດ ທ່ານຈ​ອນ ເດີ​ເມີສ.

ໃນ​ການ​ຖະ​ແຫຼງ​ທີ່ກອງ​ປະ​ຊຸມ​ນັກ​ຂ່າວ​ໃນ​ນະ​ຄອນ​ຫຼວງວໍ​ຊິງ​ຕັນ ທ່ານ​ແຊັ​ສ​ສັນ ໄດ້​
ກ່າວ​ວ່າ ການ​ເອົາ​ບາດ​ກ້າວ​ເພີ້ມ​ຂຶ້ນ​ຂອງ​ລັດຖະ​ບານ​ທ່ານ​ທ​ຣຳທີ່​ຈະລົງ​ໂທດ ຄະ​ດີ​
ຈາ​ລະ​ກຳ​ຂອງ​ຈີນ ຫຼັງ​ຈາກ ໄດ້​ມີກາ​ນ​ຈັບ​ກຸມ​ດັ່ງ​ກ່າວ ລະ​ຫວ່າງຊຸມ​ປີ​ສຸດ​ທ້າຍ​ຂອງ​ລັດ
​ຖະ​ບານ​ປະ​ທາ​ນາ​ທິບໍ​ດີ​ໂອ​ບາ​ມາ. ນັບ​ແຕ່​ເລີ້ມຕົ້ນ​ຂອງ​ປີ 2017 ທ່ານ​ແຊັ​ສ​ສັນ​ກ່າວ​ວ່າ
ກະ​ຊວງ​ຍຸ​ຕິ​ທຳໄດ້​ກ່າວ​ຫາ​ສາມ​ຄົນ ທີ່​ສອດ​ແນມ​ໃຫ້​ຈີນ ແລະ​ກຳ​ລັງ​ດຳ​ເນີນ​ຫ້າ​ຄະ​ດີ
ກ່ຽວ​ກັບການຈາ​ລະ​ກຳ​ທາງ​ເສດ​ຖະ​ກິດ​ຈີນ.

ທ່ານ​ແຊັ​ສ​ສັນ ​ກ່າວ​ວ່າ “ໃນ​ຄະດີ​ນີ້ ແລະ​ຄະ​ດີ​ອື່ນ​ໆ​ຫວ່າງ​ມໍ່ໆ​ມາ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ
​ເຖິງ​ການ​ຈາ​ລະ​ກຳ​ທາງ​ເສດ​ຖະ​ກິດຂອງຈີນ ​ຕໍ່​ສະ​ຫະ​ລັດໄດ້​ເພີ້ມ​ຂຶ້ນ ແລະ​ໄດ້​ເພີ້ມ​ຂື້ນ​
ຢ່າງວ່ອງ​ໄວ.”

ຂໍ້​ລິ​ເລີ້ມ​ໃໝ່​ກ່ຽວ​ກັບ​ຈີນ ​ຈະຢູ່​ພາຍ​ໃຕ້​ການ​ນຳ​ພາຂອງຮອງ​ລັດ​ຖະ​ມົນ​ຕີ​ຍຸ​ຕິ​ທຳ ​ຮັບ​ຜິດ
​ຊອບ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ທ່ານ​ຈອນ ເດີ​ເມີສ ແລະ​ປະ​ກອບ​ດ້ວຍ​ເຈົ້າ​ໜ້າ​ທີ່​
ຂັ້ນ​ສູງ​ຂອງ​ອົງ​ການສັນ​ຕິ​ບານ​ກາງຄົນ​ນຶ່ງ ທະ​ນາຍ​ຄວາມ​ສະ​ຫະ​ລັດ​ຫ້າ​ຄົນ ແລະ​
ພວກ​ເຈົ້າ​ໜ້າທີ່​ຂັ້ນສູງ​ຂອງ​ກະ​ຊວງ​ອີກ​ຫຼາຍ​ຄົນ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG