ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ເລີ່ມການແຈກຢາຍ ຢາວັກຊີນ ກັນໄວຣັສໂຄໂຣນາແລ້ວ


ລົດບັນທຸກຄັນນຶ່ງຈອດຢູ່ໂຮງງານຜະລິດຢາ ຄາລາມາຊູ ຂອງ ບໍລິສັດ Pfizer, ເມືອງ ພໍເທັຈ໌, ລັດ ມິຊິແກນ. 12​ ທັນວາ, 2020. (AP Photo/Paul Sancya)
ລົດບັນທຸກຄັນນຶ່ງຈອດຢູ່ໂຮງງານຜະລິດຢາ ຄາລາມາຊູ ຂອງ ບໍລິສັດ Pfizer, ເມືອງ ພໍເທັຈ໌, ລັດ ມິຊິແກນ. 12​ ທັນວາ, 2020. (AP Photo/Paul Sancya)

ການຂົນສົ່ງທີ່ເຢັນທີ່ສຸດຂອງຢາວັກຊີນວັກຊີນໄວຣັສໂຄໂຣນາທີ່ຫາກໍ່ໄດ້ຮັບການອະນຸມັດໃໝ່ໆໄດ້ຖືກຂົນອອກຈາກໂຮງງານຜະລິດຢາຂອງບໍລິສັດ Pfizer ໃນເມືອງ ຄາລາມາຊູ ລັດ ມິຊິແກນ ໃນວັນອາທິດວານນີ້ ສຳລັບການຂົນສົ່ງທາງອາກາດຢ່າງວ່ອງໄວໃຫ້ສູນກາງແຈກຢາຍໃນພາກພື້ນຕ່າງໆທົ່ວ ສະຫະລັດ.

ການສັກຢາຕ້ານໄວຣັສທີ່ກໍ່ໃຫ້ເກີດເຊື້ອໂຣກ COVID-19 ທີ່ຮ້າຍແຮງຈະເລີ່ມຂຶ້ນ “ຢ່າງວ່ອງໄວຫຼາຍ, ໂດຍຫວັງວ່າຈະເປັນວັນຈັນມື້ນີ້,” ທ່ານ ສເຕເຟັນ ຮານ, ຜູ້ກວດກາຂອງອົງການອາຫານ ແລະ ຢາ ສະຫະລັດ ໄດ້ກ່າວຕໍ່ໂທລະພາບ CNN. ແກ້ວຢາສັກຫຼາຍກວ່າ 184,000 ແກ້ວໄດ້ຖືກຂົນໃສ່ລົດບັນທຸກຄັນທຳອິດທີ່ເດີນທາງອອກຈາກໂຮງງານຜະລິດຢາກວັກຊີນ Pfizer.

ບັນດາພະນັກງານປິ່ນປົວສຸຂະພາບ ແລະ ຄົນຊະລາຢູ່ໃນສະຖານທີ່ເບິ່ງແຍງໄລຍະຍາວ ຈະເປັນຄົນຈຸທຳອິດທີ່ຢູ່ໃນແຖວໜ້າທີ່ຈະໄດ້ຮັບຢາຮອບທຳອິດ 2 ລ້ານ 9 ແສນຫຼອດ ໃນເວລາຊ່ວງເວລາທີ່ກໍລະນີແມ່ນກຳລັງເພີ່ມຂຶ້ນໃນ ສະຫະລັດ.

ໃນຂະນະດຽວກັນ, ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ຕ່າວປີ້ນຄຳສັ່ງທີ່ວ່າ ບັນດາເຈົ້າໜ້າທີ່ລັດຖະບານອາວຸໂສລວມທັງພະນັກງານທຳນຽບຂາວບາງຄົນ ຈະໄດ້ເຂົ້າຫາຢາວັກຊີນຮອບທຳອິດ.

ໃນຂໍ້ຄວາມທີ່ຂຽນຢູ່ທວິດເຕີໃນຕອນແລງວັນອາທິດວານນີ້, ທ່ານ ທຣຳ ໄດ້ກ່າວວ່າ ພະນັກງານທຳນຽບຂາວຈະຖືກສັກຢາ “ບາງເທື່ອໃນຕອນທ້າຍຂອງໂຄງການ, ນອກຈາກວ່າມັນຈະມີຄວາມຈຳເປັນຢ່າງສະເພາະເຈາະຈົງ.” ທ່ານໄດ້ກ່າວຕື່ມວ່າທ່ານບໍ່ໄດ້ມີແຜນທີ່ຈະສັກຢາ ແຕ່ຫວັງວ່າຈະສັກ “ໃນເວລາທີ່ເໝາະສົມ.”

ສະຫະລັດ ໄດ້ບັນທຶກກໍລະນີຫຼາຍກວ່າປະເທດອື່ນໆ, ໂດຍມີຜູ້ເສຍຊີວິດເກືອບ 300,000 ຄົນຍ້ອນໄວຣັສດັ່ງກ່າວ ແລະ ມີຜູ້ຕິດເຊື້ອຫຼາຍກວ່າ 16 ລ້ານຄົນ, ອີງຕາມມະຫາວິທະຍາໄລ ຈອນສ໌ ຮັອບກິນສ໌.

ທ່ານ ຮານ ໄດ້ກ່າວວ່າ ມັນມີຄວາມເປັນໄປໄດ້ວ່າປະຊາຊົນ ອາເມຣິກັນ 20 ລ້ານຄົນຈະສາມາດໄດ້ຮັບການສັກຢາສອງຫຼອດຕາມການຮຽກຮ້ອງພາຍໃນທ້າຍເດືອນທັນວານີ້.

ທ່ານ ມອນເຊັຟ ສລາອຸຍ, ຫົວໜ້າທີ່ປຶກສາສຳລັບການພັດທະນາຢາວັກຊີນຂອງລັດຖະບານໄດ້ກ່າວຕໍ່ລາຍການ FOX News Sunday ວ່າ “ປະຊາຊົນ ອາເມຣິກັນ 100 ຄົນອາດໄດ້ຮັບການສັກຢາພາຍໃນທ້າຍເດືອນມີນາ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG