ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະຫະລັດ ນຳພາການໂຈມຕີ ທາງອາກາດ ທີ່ເມືອງ Tikrit ໃນອີຣັກ


US Iraq
please wait
Embed

No media source currently available

0:00 0:00:30 0:00

ຝູງ​ເຮືອບິນ​ລົບ​ຂອງແນວໂຮມ ພາຍໃຕ້ການນຳພາຂອງ​ສະຫະລັດ
​ໄດ້​ທຳ​ການ​ໂຈມ​ຕີ​ທາງ​ອາກາດ ອີກ​ຕື່ມ ຕໍ່​ເປົ້າໝາຍຕ່າງໆຂອງ
ກຸ່ມ​ລັດ​ອີສລາມ ​ໃນເມືອງ Tikrit ຂອງອີຣັກ ​ໃນ​ວັນ​ພຸດ​ວານ​ນີ້
ຫຼັງ​ຈາກ​ທີ່​ນາຍົກລັດຖະມົນ​ຕີ Haider al-Abadi ຮ້ອງ​ຂໍຄວາ​ມ
ຊ່ອຍ​ເຫຼືອ ເພື່ອສະໜັບສະໜຸນ ການບຸກໂຈມຕີທີ່​ມີມາເປັນ
​ເວລາ​ນຶ່ງ​ເດືອນ ​ເພື່ອຍຶດເອົາເຂດ​ຍຸດ​ທະ​ສາດ​ທີ່ສຳຄັນ​ນັ້ນ​ຄືນ.

ກອງ​ກຳລັງ​ຂອງ​ອີຣັກ ​ແລະ​ກຸ່ມ​ທະຫານ​ບ້ານ​ຊາວ Shi’ite
ພວມບຸກໂຈມຕີທາງ​ພາກ​ພື້ນ​ດິນ ​ແລະ​ບໍ່ຍອມຮ້ອງ​ຂໍ​ຄວາມ​ຊ່ອຍ
​ເຫຼືອ ໃນການສະໜັບສະໜຸນທາງອາກາດ ​ຈາກ​ພາຍນອກ ​
ແຕ່​ຫຼັງຈາກ​ທີ່​ໄດ້ຍຶດ​ເອົາ​ຂ້າງນ​ອກເມືອງ Tikrit ​ແລ້ວ ​
ຄວາມພະຍາຍາມໃນການບຸກຄືບໜ້າ​ແມ່ນ​ຢຸດຊະງັກລົງ.

ພົນ​ໂທກອງທັບ​ສະຫະລັດ ທ່ານ James Terry ທີ່​ບັງຄັບ​ບັນຊາກຳລັງແນວໂຮມ ໄດ້​ກ່າວ​ວ່າ ການ​ໂຈມ​ຕີ​ທາງ​ອາກາດ ຈະ​ຊ່ອຍ​ໃຫ້​ກອງ​ກຳລັງ​ອີຣັກຂັບໄລ່ພວກຫົວຮຸນແຮງ ອອກ
ຈາກເມືອງດັ່ງກ່າວ.

ທ່ານ​ໄດ້​ກ່າວເຖິງ​ກຸ່ມລັດ​ອີສລາມ ດ້ວຍໃຊ້ຕົວ​ອັກສອນຊື່​ຫຍໍ້ວ່າ “ການ​ໂຈມ​ຕີ​ທາງ​ອາກາດ​ເຫລົ່ານີ້ ແມ່ນ​ມີ​ຈຸດປະສົງ​ທີ່​ຈະ​ທຳລາຍ​ເຂດ​ທີ່ໝັ້ນ​ຂອງກຸ່ມ ISIL ດ້ວຍຄວາມແມ່ນຍຳ
ຊຶ່ງ​ນັ້ນ ມັນ​ຈະ​ຊ່ອຍ​ຊີວິດ​ຊາວ​ອີຣັກຜູ້​ບໍລິສຸດ ໃນ​ຂະນະ​ທີ່​ສ້າງ​ຄວາມ​ເສຍ​ຫາຍຂ້າງຄຽງ​ຕໍ່ ໂຄງ​ລ່າງພື້ນຖານ​ໃຫ້​ໜ້ອຍ​ທີ່ສຸດ.”

ເມືອງ Tikrit ​ແມ່ນ​ເປັນ​ເມືອງ​ຫຼວງ​ຂອງ​ແຂວງ Salahuddin ຊຶ່ງ​ຕັ້ງ​ຢູ່​ລະຫວ່າງ​ນະຄອນ
ຫຼວງ Baghdad ​ເມືອ​ງ Mosul ທີ່​ເປັນ​ເມືອງໃຫຍ່ອັນດັບ 2 ຂອງອີຣັກ ທີ່​ໄດ້ຖືກ​ຄວບ​ຄຸມ​ໂດຍ​ພວກນັກລົບຂອງ​ກຸ່ມລັດ​ອີສລາມ ນັບ​ຕັ້ງ​ແຕ່​ເດືອນ​ມິຖຸນາ​ເປັນ​ຕົ້ນ​ມາ.

ສະຫະລັດ ທຳການໂຈມຕີທາງອາກາດໃສ່ເມືອງ Tikrit

ກົດເພື່ອຂະຫຍາຍຮູບ
ກົດເພື່ອຂະຫຍາຍຮູບ

XS
SM
MD
LG