ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະຫະລັດ ສົ່ງຍານສຳຫຼວດ ລຸ້ນຕໍ່ໄປ ຂຶ້ນສູ່ ດາວພະອັງຄານ


ລົດຄົ້ນຄວ້າ ດາວພະອັງຄານ Perseverance Rover.
ລົດຄົ້ນຄວ້າ ດາວພະອັງຄານ Perseverance Rover.

ສະຫະລັດ ໄດ້ເລີ້ມສົ່ງຍານສໍາຫລວດດາວພະອັງຄານລຸ້ນຕໍ່ໄປ ໃນການຊອກຫາຮ່ອງ
ຮອຍທີ່ອາດສະແດງໃຫ້ເຫັນໄດ້ວ່າມີສິ່ງທີ່ມີຊີວິດຢູ່ເທິງດາວພະເຄາະສີແດງໜ່ວຍນັ້ນ.

ຍານສໍາຫລວດ ເພີຊີເວແຣນສ໌ (Perseverance) ຊຶ່ງເປັນຍານສໍາຫລວດຄັນຫລ້າ
ສຸດຂອງອົງການ NASA ໄດ້ຖືກສົ່ງຂຶ້ນໄປ ຈາກຖານຍິງຍານອາວະການ ເຄບ ຄານາວາ
ໂຣລ, ລັດຟລໍຣິດາຢູ່ທາງພາກຕາເວັນອອກສຽງໃຕ້ຂອງປະເທດ ໃນວລາ 11:50 ຕາມ
ເວລາສາກົນ ໃນວັນພະຫັດວານນີ້.

ຍານສໍາຫລວດທີ່ໃຊ້ຫຸ່ນຍົນຖືກຍິງຂຶ້ນສູ່ອະວະກາດໂດຍຍານແອດລັສ (Atlas) ທີ່ີມີ
ຈະຫຼວດ 5 ລູກປະຕິບັດງານໂດຍ United Launch Alliance ທີ່ຮ່ວມຜະ ຈົນໄພລະ
ຫວ່າງບັນດາບໍລິສັດອະວະກາດ Boeing ແລະ Lockheed.

ຍານສໍາຫລວດນີ້ມີກຳນົດທີ່ຈະລົງສູ່ດາວພະອັງຄານໃນເດືອນກຸມພາປີໜ້າ ຢູ່ພື້ນຂອງ
ຂຸມທີ່ມີຄວາມກວ້າງ 250 ແມັດ ທີ່ເຄີຍເປັນໜອງນໍ້າເມື່ອ 3.5 ພັນລ້ານປີກ່ອນ. ບັນດາ
ນັກວິທະຍາສາດເຊື່ອວ່າບ່ອນດັ່ງກ່າວອາດມີຫລັກຖານທີ່ ການເປັນໄປໄດ້ວ່າອາດມີ
ສິ່ງທີ່ມີຊີວິດ.

ການລົງຂອງຍານ Perseverance ໄປຢູ່ທີີ່ເປັນດາວພະເຄາະທີ່ນ້ອຍໃນອັນດັບສອງ
ຢູ່ໃນລະບົບສຸລິຍາ ຈະກ່ຽວຂ້ອງກັບຊຸດການເຄື່ອນໄຫວທີ່ ສະຫລັບຊັບຊ້ອນ ທີ່ບັນດາ
ນກວິຊະວະກອນອົງການ NASA ເອີ້ນວ່າ “ຄວາມຢ້ານກົວໃນເຈັດນາທີ” ນັ້ນ.

ໃນໄລຍະນັ້ນ ຍານສໍາຫລວດໄດ້ລົງໄປສູ່ບັນຍາກາດທີ່ຮ້ອນຫຼາຍທີ່ສຸດ ແລະຢູ່ໃນສະ
ພາບຄວາມໄວສູງ ແລະສົ່ງຈ້ອງທີ່ໄວກວ່າສຽງ ກ່ອນ ຈະຫຼວດນ້ອຍຈະເປີດອອກ ເພື່ອ
ໃຫ້ການລົງຈອດນັ້ນຄ່ອຍໆເປັນໄປ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG