ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ Kerry ຮຽກຮ້ອງໃຫ້ ລັດຖະບານລາວ ຊອກຫາທ່ານ ສົມບັດ ໃຫ້ພົບ


ທ່ານສົມບັດ ສົມພອນ ທີ່ໄດ້ຮັບລາງວັນ Magsaysay ໃນນາມ ເປັນບຸກຄົນດີເດັ່ນໃນການນໍາພາ ປະຊາຄົມລາວ ໃນ ປີ 2005
ທ່ານສົມບັດ ສົມພອນ ທີ່ໄດ້ຮັບລາງວັນ Magsaysay ໃນນາມ ເປັນບຸກຄົນດີເດັ່ນໃນການນໍາພາ ປະຊາຄົມລາວ ໃນ ປີ 2005
ທ່ານ John Kerry ລັດຖະມົນຕີກະຊວງການຕ່າງປະເທດ
ສະຫະລັດຮຽກຮ້ອງ ໃຫ້ລັດຖະບານລາວເຮັດທຸກສິ່ງທຸກຢ່າງ
ພາຍໃຕ້ອໍານາດຂອງຕົນ ເພື່ອຊອກຫາໃຫ້ພົບນັກເຄື່ອນໄຫວ
ດ້ານສັງຄົມພົນລະເຮືອນທີ່ຫາຍສາບສູນໄປ ໄດ້ສາມເດືອນ
ກວ່າ ແລ້ວນັ້ນ.

ເປັນທີ່ເຊື່ອກັນ ຢ່າງກວ້າງຂວາງວ່າ ທ່ານສົມບັດ ສົມພອນ ຖືກ
ເຈົ້າໜ້າທີ່ຈັບໄປ ກັກຂັງໄວ້ໂດຍ ລຸນຫລັງທີ່ພາບກ້ອງວົງຈອນ
ປິດສະແດງໃຫ້ເຫັນວ່າ ທ່ານຖືກ ພາໂຕອອກໄປຈາກປ້ອມຕໍາ
ຫລວດແຫ່ງນຶ່ງ ໃນນະຄອນຫລວງວຽງຈັນ ເມື່ອກາງເດືອນທັນ
ວາຜ່ານມາ.

ທ່ານ Kerry ໄດ້ອອກຖະແຫລງການສະບັບນຶ່ງ ໃນວັນອາທິດວານນີ້ ເວົ້າວ່າ ສະຫະລັດ
ແມ່ນມີຄວາມເປັນຫ່ວງຢ່າງຈິງຈັງ ຄືກັນກັບປະຊາຄົມສາກົນ ກ່ຽວກັບຄວາມປອດໄພ ແລະ
ສະຫວັດດີພາບຂອງທ່ານສົມບັດ. ທ່ານນາງ Hillary Clinton ອະດີດລັດຖະມົນຕີກະຊວງ
ການຕ່າງປະເທດສະຫະລັດ ກໍໄດ້ທໍາການຮ້ອງຂໍ ເຊັ່ນດຽວກັນ ໃນເດືອນມັງກອນຜ່ານມາ.

ທ່ານ Kerry ກ່າວຕໍ່ໄປອີກວ່າ ການຫາຍສາບສູນຂອງທ່ານສົມບັດ ໄດ້ເຮັດໃຫ້ ເກີດຄວາມ
ສົງໄສກ່ຽວກັບຄວາມມຸ້ງໝັ້ນຂອງລັດຖະບານລາວຕໍ່ການປົກຄອງດ້ວຍໂຕບົດກົດໝາຍ
ແລະການເຂົ້າພົວພັນກັບໂລກແບບມີຄວາມຮັບຜິດຊອບ.

ລັດຖະບານລາວໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະທໍາການສືບສວນກໍລະນີດັ່ງກ່າວນີ້ ແຕ່ມາ
ຮອດປັດຈຸບັນ ກໍຍັງບໍ່ມີຄໍາເວົ້າໃດໆກ່ຽວກັບບ່ອນຢູ່ ຫລືສະພາບການ ເປັນຢູ່ຂອງທ່ານ
ສົມບັດ. ທາງການລາວໄດ້ສະເໜີວ່າ ທ່ານສົມບັດໄດ້ຖືກລັກ ພາຕົວໄປ ຍ້ອນເຫດຜົນ
ສ່ວນຕົວ ຫລືບໍ່ກໍຍ້ອນມີຂໍ້ຂັດແຍ່ງດ້ານທຸລະກິດ.

ອົງການປົກປ້ອງສິດທິມະນຸດ Human Rights Watch ຢາກໃຫ້ສະມາຄົມອາຊ່ຽນແລະ
ຄະນະກໍາມະການດ້ານສິດທິມະນຸດຂອງອາຊ່ຽນ ເຂົ້າໄປແຊກ ແຊງ ໂດຍເວົ້າວ່າກໍລະນີ
ນີ້ແມ່ນ “ການທົດສອບອັນສໍາຄັນ” ສໍາລັບອົງການປະຈໍາພາກພື້ນດັ່ງກ່າວ.
XS
SM
MD
LG