ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮອງລັດຖະມົນຕີຕ່າງປະເທດສະຫະລັດ ຈະໄປຢ້ຽມຢາມ ສປປ ລາວ


ທ່ານນາງ Maria Otero ຮອງລັດຖະມົນຕີ ກະຊວງການຕ່າງປະເທດສະຫະລັດ
ທ່ານນາງ Maria Otero ຮອງລັດຖະມົນຕີ ກະຊວງການຕ່າງປະເທດສະຫະລັດ

ທ່ານ​ນາງ Maria Otero ຮອງ​ລັດຖະມົນຕີ
​ຕ່າງປະ​ເທດສະຫະລັດ ຮັບຜິດຊອບ​ຝ່າຍ
​ຄວາມ​ໝັ້ນຄົງ​ຂອງ​ພົນລະ​ເຮືອນ ປະຊາທິ
ປະ​ໄຕ ແລະສິດທິ​ມະນຸດ ຈະ​ໄປ​ຢ້ຽມຢາມ
​ສປປ ລາວ ​ໃນ​ວັນ​ທີ 7 ​ແລະ 8 ມີ​ຖຸນາ ​
ມື້​ອື່ນ​ແລະ​ມື້ຮືນີ້ ຊຶ່ງ​ຢູ່​ທີ່​ນັ້ນ ທ່ານ​ນາງ​ຈະ
​ທໍາ​ການ​ສົນທະນາ​ຫາລື​ກັບ​ບັນດາ​ເຈົ້າ​ໜ້າ
​ທີ່​ອະ​ວຸ​ໂສ​ຂອງ​ລັດຖະບານ​ລາວກ່ຽວ​ກັບ
ເລື້ອງ​ຕ່າງໆ ​ເຊ່ນບັນຫາ​ລະ​ເບີດ​ບໍ່​ທັນ
​ແຕກ ​ເລື້ອງສາຍ​ພົວພັນສອງ​ຝ່າຍ​ສະຫະ
ລັດ-ລາວ ​ເລື້ອງ​ສັງຄົມ​ພົນລະ​ເຮືອນ ສິດ
ທິ​ມະນຸດ ການ​ພັດທະ​ນາ​ທີ່​ຍືນຍົງ ​ແລະ
​ບັນຫາ​ອື່ນໆ​ກ່ຽວ​ກັບ​ຂົງ​ເຂດ. ທ່ານ​ນາງ
Otero ​ຈະ​ເປັນ​ເຈົ້າ​ໜ້າ​ທີ່​ກະຊວງ​ຕ່າງປະ
​ເທດ​ສະຫະລັດ ລະດັບ​ສູງ​ທີ່​ສຸດ ທີ່​ໄປ​ຢ້ຽມຢາມ​ ລາວ ​ໃນ​ຮອບ 7 ປີ.

ຫລັງ​ຈາກ​ນັ້ນ ທ່ານ​ນາງ​ຮອງ​ລັດຖະມົນຕີ ຈະອອກເດີນທາງ​ຕໍ່​ໄປ​ຍັງ​ປະ​ເທດ​ໄທ ​ໃນ​ວັນ​ທີ 9 ​
ເພື່ອ​ເຄື່ອນ​ໄຫວ​ຢ້ຽມຢາມ​ ຈົນ​ເຖິງ​ວັນ​ທີ 12.

XS
SM
MD
LG