ກະຊວງການຕ່າງປະເທດສະຫະລັດ ໄດ້ເຕືອນປະຊາຊົນຊາວອາເມຣິກັນກ່ຽວກັບຄວາມ ສ່ຽງໃນການເດີນທາງໄປຍັງບາງເຂດຂອງລາວຍ້ອນສະຖານະການດ້ານຄວາມປອດໄພທີ່ບໍ່ສາມາດທຳນາຍໄດ້. ພວກເຈົ້າໜ້າທີ່ສະຖານທູດ ກໍໄດ້ຖືກຫ້າມບໍ່ໃຫ້ເດີນທາງໄປຍັງບາງເຂດ ຍ້ອນມີລາຍງານກ່ຽວກັບຄວາມຮຸນແຮງ ປະກອບກັບການມີໜ້າ ເປັນຈຳນວນຫຼາຍຜິດປົກກະຕິຂອງກຳລັງຮັກສາຄວາມສະຫງົບຂອງລັດຖະບານລາວ ຢູ່ໃນບາງເຂດ. ນີ້ແມ່ນແທນຄຳເຕືອນ ກ່ຽວກັບການເດີນທາງ ສະບັບວັນທີ 1 ກໍລະກົດ ປີ 2016 ຊຶ່ງໄດ້ໝົດອາຍຸລົງ ເມື່ອວັນທີ30 ທັນວາປີ 2016.
ທາງສະຖານທູດສະຫະລັດ ທີ່ນະຄອນວຽງຈັນ ຍັງສືບຕໍ່ຫ້າມບໍ່ໃຫ້ພະນັກງານຂອງຕົນ ເດີນທາງໄປຍັງເຂດຕ່າງໆດັ່ງນີ້:
ທາງເລກ 13 ແຕ່ຫລັກກິໂລແມັດ 220 ຢູ່ເໜືອເມືອງກາສີ ໃນແຂວງວຽງຈັນ ໄປຫາຫຼັກ 270 ທີ່ທາງແບ່ງພູຄູນ ໃນແຂວງຫຼວງພະບາງ.
ທາງໃໝ່ ແຕ່ທາງແຍກເມືອງກາສີ ໄປຫາທາງແຍກຂອງທາງເລກ 4 ລະຫວ່າງຫຼວງພະບາງແລະວັງວຽງ.
ທຸກໆເຂດໃນແຂວງໄຊສົມບູນ.
ແຕ່ແນວໃດກໍຕາມ ທາງສະຖານທູດສະຫະລັດ ຍັງສືບຕໍ່ ອະນຸຍາດໃຫ້ພະນັກງານຂອງຕົນເດີນທາງໄດ້ແຕ່ວຽງຈັນຫາວັງວຽງ ຕາມທາງເລກ 13, ເດີນທາງຂຶ້ນເໜືອ ແຕ່ຫລວງພະບາງ ແລະເດີນທາງໂດຍທາງເຮືອບິນ ໄປຍັງຫຼວງພະບາງ.
ປະຊາຊົນຊາວອາເມຣິກັນ ທີ່ຈະເດີນທາງໄປລາວ ຫຼືພຳນັກຢູ່ໃນປະເທດລາວຄວນເອົາ ມາດຕະການລະມັດລະວັງກ່ຽວກັບເລື້ອງຄວາມປອດໄພສ່ວນຕົວແລະໃຫ້ລະມັດລະວັງກ່ຽວກັບການເຄື່ອນໄຫວດ້ານຄວາມປອດໄພຢູ່ໃນເຂດທ້ອງຖິ່ນ.