ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ລມຕ ຕ່າງປະເທດສະຫະລັດ ພົບປະກັບ ລມຕ ຕ່າງ ປະເທດລາວ


ລັດຖະມົນຕີ ຕ່າງປະເທດ ສະຫະລັດ ທ່ານນາງຮິລລາຣີ ຄລິນຕັນ (ຂວາ) ຈັບມືກັບ ລັດຖະມົນຕີ ການຕ່າງປະເທດ ສປປ ລາວ ທ່ານທອງລຸນ ສີສຸລິດ (ຊ້າຍ) ລຸນຫລັງການພົບປະ ທີ່ກະຊວງ ຕ່າງປະເທດ ສະຫະລັດ ໃນກຸງວໍຊິງຕັນ (13 ກໍລະກົດ 2010)
ລັດຖະມົນຕີ ຕ່າງປະເທດ ສະຫະລັດ ທ່ານນາງຮິລລາຣີ ຄລິນຕັນ (ຂວາ) ຈັບມືກັບ ລັດຖະມົນຕີ ການຕ່າງປະເທດ ສປປ ລາວ ທ່ານທອງລຸນ ສີສຸລິດ (ຊ້າຍ) ລຸນຫລັງການພົບປະ ທີ່ກະຊວງ ຕ່າງປະເທດ ສະຫະລັດ ໃນກຸງວໍຊິງຕັນ (13 ກໍລະກົດ 2010)

ສະຫະລັດແລະ ສປປ ລາວໄດ້ເຈລະຈາຫາລື ທາງດ້ານການທູດ ໃນລະດັບສູງສຸດ ນັບແຕ່ສົງຄາມຫວຽດນາມ ສິ້ນສຸດລົງ ໂດຍທີ່ທັງສອງຝ່າຍ ຕ່າງກໍໃຫ້ຄຳໝັ້ນສັນຍາວ່າ ຈະເພີ້ມທະວີ ການຮ່ວມມືກັນ.

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງຮິລ​ເລີຣີ ຄລິນຕັນ ໄດ້ພົບ ປະ ຢູ່ນະຄອນຫລວງວໍຊິງຕັນ ໃນມື້ວັນອັງຄານວານນີ້ ກັບລັດຖະມົນຕີການ ຕ່າງປະເທດ ສປປ ລາວ ທ່ານທອງລຸນ ສີສຸລິດ ຊຶ່ງເປັນເຈົ້າໜ້າທີ່ຂັ້ນສູງສຸດ ຂອງລາວ ທີ່ໄດ້ເດີນທາງມາຢ້ຽມຢາມ ກຸງວໍຊິງຕັນ ນັບແຕ່ພວກຄອມມູນິສໄດ້ ເຂົ້າກຳອຳນາດຢູ່ລາວ ໃນປີ 1975.

ໃນຖະແຫຼງການຮ່ວມທີ່ນຳອອກເຜີຍແຜ່ນັ້ນ ປະເທດທັງສອງກ່າວວ່າການຮ່ວມ ມືທີ່​ເຕີບ​ໃຫຍ່​ຂື້ນ​ເລື້ອຍໆລະຫວ່າງປະເທດທັງສອງ ກຳລັງ​ຊ່ວຍສົ່ງເສີມໃຫ້ມີ ສະເຖຍລະພາບແລະການພັດທະນາ ຢູ່ໃນເຂດເອເຊຍຕາເວັນອອກສຽງໃຕ້.

ນອກນັ້ນ ສະຫະລັດແລະສປປ ລາວຍັງໄດ້ລົງນາມໃນຂໍ້ຕົກລົງ “ເປີດນ່ານຟ້າ” ທີ່ອະນຸຍາດໃຫ້ສາຍການບິນຂອງທັງສອງຝ່າຍ ບິນໄປມາລະຫວ່າງປະເທດທັງ ສອງໄດ້. ທ່ານນາງຄລິນຕັນແລະທ່ານທອງລຸນເວົ້າວ່າ ຂໍ້ຕົກລົງທີ່ວ່ານີ້ ຈະສົ່ງ ເສີມໃຫ້ມີການຄ້າຂາຍ ແລະການທ່ອງທ່ຽວເພີ້ມຂຶ້ນ. ຄວາມສຳພັນລະຫວ່າງປະ ເທດທັງສອງໄດ້ດີຂຶ້ນເປັນລຳດັບໃນໄລຍະຫລາ​ຍໆປີຜ່ານມານີ້ ຫຼັງຈາກໄດ້ ເກີດຄວາມເຄັ່ງຕຶງ ມາ​ຫຼາຍທົດສະວັດ.

XS
SM
MD
LG