ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດຊົມເຊີຍ ການຕັດສິນໃຈຂອງລາວ


ທ່ານ Kurt Campbell ລັດຖະມົນຕີຊ່ອຍວ່າການກະຊວງການຕ່າງປະເທດສະຫະລັດ ຮັບຜິດຊອບກິດຈະການ ເອເຊຍແລະຍ່ານມະຫາສະມຸດປາຊີຟິກ
ທ່ານ Kurt Campbell ລັດຖະມົນຕີຊ່ອຍວ່າການກະຊວງການຕ່າງປະເທດສະຫະລັດ ຮັບຜິດຊອບກິດຈະການ ເອເຊຍແລະຍ່ານມະຫາສະມຸດປາຊີຟິກ

ສະຫະລັດໄດ້ສະແດງຄວາມຊົມເຊີຍຕໍ່ການຕັດສິນໃຈຂອງລາວທີ່ຈະຕໍ່ເວລາອອກໄປຕື່ມອີກ
ໃນການໂຈະກ່ຽວກັບແຜນການສ້າງເຂື່ອນໄຟຟ້າພະລັງນໍ້າ ໃສ່ລໍາແມ່ນໍ້າຂອງໃນພາກເໜືອ
ຂອງລາວນັ້ນ.

ລາວໄດ້ໃຫ້ຄຳໝັ້ນສັນຍາ ໃນມື້ວັນສຸກວານນີ້ ທີ່ຈະສືບຕໍ່ໂຈະໂຄງການສ້າງເຂື່ອນດັ່ງກ່າວ
ໃນການພົບປະກ່ຽວກັບແມ່ນໍ້າຂອງອັນເປັນພາກສ່ວນນຶ່ງ ຂອງກອງປະຊຸມວ່າດ້ວຍຄວາມ ໝັ້ນຄົງພູມີພາກຂອງອາຊ່ຽນ ທີ່ເກາະບາຫຼີ ປະເທດອິນໂດເນເຊຍ. ລັດຖະມົນຕີການຕ່າງ
ປະເທດສະຫະລັດ ທ່ານນາງ Hillary Clinton ກໍໄດ້ເຂົ້າຮ່ວມໃນພົບປະທີ່ວ່ານີ້.

ລັດຖະມົນຕີຊ່ອຍວ່າການ ກະຊວງການຕ່າງປະເທດສະຫະລັດ ທ່ານ Kurt Campbell
ເອີ້ນການຕັດສິນໃຈຂອງລາວວ່າເປັນ “ການບັນລຸຜົນທີ່ສຳຄັນ” ແລະເວົ້າວ່າ ພວກທີ່ເຂົ້າ
ຮ່ວມປະຊຸມ ຕ່າງກໍກ່າວຊົມເຊີຍລາວ ໃນການເອົາທ່າທີທີ່ມີທ່າອຽງຫຼິງເຫັນອະນາຄົດຂ້າງ
ໜ້າ.

ທ່ານ Campbell ເວົ້າວ່າສະຫະລັດຈະທຳການສຶກສາຮ່ວມກັບລາວເບິ່ງຜົນກະທົບຕ່າງໆ ທີ່ມີທ່າທາງວ່າຈະຕິດຕາມມາກ່ຽວກັບການສ້າງເຂື່ອນທີ່ວ່ານີ້.

ລາວໄດ້ຕົກລົງ ໃນເດືອນພຶດສະພາຜ່ານມານີ້ວ່າ ຈະທຳການສຶກສາຄົ້ນຄວ້າຄັ້ງໃໝ່ກ່ຽວ
ກັບຜົນກະທົບຕໍ່ສະພາບແວດລ້ອມ ຈາກເຂື່ອນໄຟຟ້າພະລັງນໍ້າທີ່ລາວຕ້ອງການສ້າງໃສ່
ເຂດລຸ່ມແມ່ນໍ້າຂອງ ຊຶ່ງເປັນການຍິນຍອມຕໍ່ການຮ້ອງຂໍຂອງຫວຽດນາມ ກຳປູເຈຍແລະ
ໄທ ທີ່ຢາກໃຫ້ມີການສຶກສາເພີ່ມຕື່ມກ່ຽວກັບໂຄງການດັ່ງກ່າວນີ້.

ເຂື່ອນໄຊຍະບູລີຈະເປັນເຂື່ອນໄຟຟ້າພະລັງນໍ້າແຫ່ງທຳອິດຢູ່ໃນເຂດລຸ່ມແມ່ນໍ້າຂອງເຖິງແມ່ນ
ຈີນໄດ້ສ້າງຫຼາຍໆເຂື່ອນມາແລ້ວກໍຕາມ ໃສ່ແມ່ນໍ້າຂອງຕອນເທິງ ທີ່ຈີນເອີ້ນວ່າ ແມ່ນໍ້າລ້ານ
ຊ້າງນັ້ນ.

XS
SM
MD
LG