ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ລມຕ. ຕ່າງປະເທດລາວ ຈະຢ້ຽມຢາມ ສະຫະລັດ


ທ່ານທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ ແລະລັດຖະມົນ ກະຊວງຕ່າງປະເທດ ລາວ
ທ່ານທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ ແລະລັດຖະມົນ ກະຊວງຕ່າງປະເທດ ລາວ

ລາວ ກ່າວວ່າ ລັດຖະມົນຕີການຕ່າງປະເທດ ຂອງຕົນ ຈະນຳພາຄະນະຜູ້ແທນລະດັບສູງ ຢ້ຽມຢາມສະຫະລັດ ໃນສັບປະດາຈະມາ ໃນອັນທີ່ ເອີ້ນວ່າ ເປັນຫຼັກໄຊ ຫຼືຂີດໝາຍ ສຳຄັນ ໃນຄວາມສຳພັນ ລະຫວ່າງ ປະເທດທັງສອງ.

ໜັງສືພິມ VIENTIANE TIMES ຂອງທາງການລາວ ແຈ້ງວ່າ ລັດຖະມົນຕີ ການຕ່າງປະເທດລາວ ທ່ານທອງລຸນ ສີສຸລິດ ພ້ອມດ້ວຍຄະນະ ຈະຢ້ຽມຢາມ ວໍຊິງຕັນ ແຕ່ວັນທີ 12 ຫາ 14 ກໍລະກົດ. ກະຊວງ ການຕ່າງປະເທດ ຂອງລາວ ເວົ້າວ່າ ການຢ້ຽມຢາມ ທີ່ວ່ານີ້ ແມ່ນເພື່ອ ເປັນການຕອບຮັບ ການ ເຊື້ອເຊີີນ ຂອງລັດຖະມົນຕີ ການຕ່າງປະເທດ ສະຫະລັດ ທ່ານນາງ ຮິລລາຣີ ຄລິນຕັນ.

ໜັງສືພິມ VIENTIANE TIMES ແຈ້ງໃຫ້ຊາບ ຕື່ມວ່າ ການຢ້ຽມຢາມ ດັ່ງກ່າວ ຈະເປັນການຢ້ຽມຢາມ ສະຫະລັດ ຕາມຄຳເຊີນເທື່ອທຳອິດ ຂອງ ພວກເຈົ້າໜ້າທີ່ ຂັ້ນສູງຂອງລາວ ນັບແຕ່ໄດ້ມີ ການສ້າງຕັ້ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນປີ 1975 ເວລາກຳລັງຄອມມູນິສ ໂຄ່ນລົ້ມ ລັດຖະບານ ແຫ່ງລາຊະອານາຈັກລາວ.

ການຢ້ຽມຢາມ ທີ່ວ່ານີ້ ແມ່ນບັງເອີນ ມີຂຶ້ນພ້ອມໆກັນ ກັບການສ້າງຕັ້ງ ຄວາມສຳພັນ ທາງດ້ານການທູດ ຄົບຮອບ 55 ປີ ລະຫວ່າງ ສະຫະລັດ ແລະລາວ.

XS
SM
MD
LG