ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານນາງ Clinton ຢ້ຽມຢາມ ສປປ ລາວ ຄັ້ງປະຫວັດສາດ


ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton (ຊ້າຍ) ແລະນາຍົກລັດຖະມົນຕີ ສປປ ລາວ ທ່ານ ທອງສິງ ທຳມະວົງ ພົບປະກັນທີ່ທຳນຽບລັດຖະບານ ນະຄອນຫຼວງວຽງຈັນ (11 ກໍລະກົດ 2012)
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton (ຊ້າຍ) ແລະນາຍົກລັດຖະມົນຕີ ສປປ ລາວ ທ່ານ ທອງສິງ ທຳມະວົງ ພົບປະກັນທີ່ທຳນຽບລັດຖະບານ ນະຄອນຫຼວງວຽງຈັນ (11 ກໍລະກົດ 2012)

ທ່ານນາງ Hillary Clinton ລັດຖະມົນຕີການຕ່າງປະເທດສະຫະລັດໄດ້ຢຸດແວ່ ສປປ ລາວ ໃນວັນພຸດມື້ນີ້ ເພື່ອໂອ້ລົມສົນທະນາລ່ວງໜ້າກອງປະຊຸມໃນສັບປະດານີ້ ຂອງບັນດາລັດຖະ ມົນຕີການຕ່າງປະເທດກຸ່ມປະເທດເອເຊຍອາຄະເນ. ນັກຂ່າວ VOA ປະຈຳກະຊວງການຕ່າງ ປະເທດສະຫະລັດ Scott Sterns ລາຍງານວ່າ ເຈົ້າໜ້າທີ່ສະຫະລັດ ແລະລາວໄດ້ຫາລືກັນ ເຖິງເລື້ອງການປ້ອງກັນສະພາບແວດລ້ອມສຳລັບເຂດດິນປົ່ງໃໝ່ໃນລຸ່ມແມ່ນໍ້າຂອງແລະເລື້ອງ ລະເບີດບໍ່ທັນແຕກທີ່ມີມາຍາວນານຈາກສົງຄາມວຽດນາມນັ້ນ ດັ່ງສາລີຈະສະເໜີລາຍລະ ອຽດຕໍ່ໄປ

ໃນ​ການ​ໂອ້​ລົມ​ສົນທະນາ​ກັບ​ທ່ານທອງ​ລຸນ ສີ​ສຸ​ລິດ ລັດຖະມົນຕີການ​ຕ່າງປະ​ເທດ ສປປ ລາວ
ນັ້ນ ທ່ານ​ນາງຄລິນ​ຕັນ ລັດຖະມົນຕີການ​ຕ່າງປະ​ເທດສະຫະລັດໄດ້​ເວົ້າ​ລົມ​ກ່ຽວ​ກັບ​ການ​ເຂົ້າ
​ເປັນ​ສະມາຊິກ​ຂອງ​ອົງການ​ການ​ຄ້າ​ໂລກ​ຂອງ​ລາວ​ທີ່​ຈະ​ມີ​ຂຶ້ນ​ໃນ​ໄວໆ​ນີ້ແລະ​ເລື້ອງ​ການ​ສືບ​ຕໍ່​
ໃຫ້​ຄວາມ​ຊ່ອຍ​ເຫຼືອ​ຂອງສະຫະລັດແກ່​ລາວ ​ໃນ​ການ​ເກັບ​ກູ້​ ແລະທຳລາຍ​ລະ​ເບີດ​ບໍ່​ທັນ​ແຕກ
ຢ່າງ​ປອດ​ໄພ.

ໃນ​ຖານະ​ທີ່​ເປັນ​ພາກສ່ວນ​ນ່ຶງ​ ຂອງ​ຄວາມ​ພະຍາຍາມ ໃນ​ອັນ​ທີ່​ເອີ້ນ​ວ່າ “ບັນຫາ​ມູນ​ເຊື້ອ​ທີ່
​ເປັນ​ການ​ຂັດ​ແຍ້​ງກັນ​ນັ້ນ” ທ່ານ​ນາງລັດຖະມົນຕີຄລິນ​ຕັນ​ ໄດ້​ໄປ​ຢ້ຽມຢາມສູນອົງຄະ​ທຽມ​
ທີ່ບໍ່​ຫາ​ຜົນ​ກຳ​ໄລ ​ທີ່ສະຫະລັດມີ​ສ່ວນ​ຊ່ອຍ​ໃຫ້​ທຶນ​ ໃນ​ການ​ຊ່ອຍ​ລາວ​ສຳລັບ​ພວກ​ທີ່​ໄດ້​ຮັບ​
ບາດ​ເຈັບ​ຈາກ​ລູກລະ​ເບີດ ທີ່ສະຫະລັດ​ໄດ້​ຖິ້ມ​ລົງ​ມາ ເປັນຈຳນວນ​ຫຼາຍ​ກວ່າ 580 ພັນຖ້ຽວ ​
ໃນ​ປະ​ເທດລາວ​ ໃນ​ລະຫວ່າງປີ 1964 ​ຫາ 1975 ນັ້ນ.

ນອກຈາກ​ນັ້ນ​ແລ້ວ ລັດຖະບານ​ທັງ​ສອງ ຍັງ​ໄດ້​ເຫັນ​ພ້ອມ​ນຳ​ກັນທີ່​ຈະ​ປັບປຸງ​ຄວາມ​ພະຍາ
ຍາມ​ຊອກ​ຄົ້ນ​ຫາ​ພະນັກງານ​ທະຫານ​ທີ່​ຫາຍ​ສາບ​ສູນ​ໄປ​ໃນ​ປາງ​ສົງຄາມ​ວຽດນາມ​ນັ້ນນຳ.
ພວກ​ເຈົ້າ​ໜ້າ​ທີ່ສະຫະລັດຢາກ​ເຂົ້າ​ໄປ​ເຖິງບ່ອນ​ຊອກ​ຄົ້ນ​ນັ້ນໃຫ້​ຫຼາຍ​ຂຶ້ນຊ່ຶງ​ຜ່ານ​ມາ​ໄດ້​ພົບ
​ເຫັນ​ສະຖານ​ທີ່​ແລະ​ພວກ​ທີ່​ຫາຍ​ສາບ​ສູນ​ໄປ​ພຽງ​ບໍ່​ເຖິງ 6 ຮ້ອຍ​ຄົນ​ນັບ​ແຕ່​ກາງ​ຊຸມປີ 1980
​ເປັນ​ຕົ້ນມາ.

ທ່າ​ນນາງລັດຖະມົນຕີຄລິນ​ຕັນ ​ໄດ້​ສະ​ແດງ​ຄວາມ​ພໍ​ໃຈ​ທີ່​ລັດຖະບານ​ລາວ​ໄດ້​ຮັບ​ເອົາ​ຊາວມົ້ງ
ອົບ​ພະ​ຍົບ​ກັບ​ຄືນ​ມາ​ຈາກ​ເມືອງ​ໄທ​ໃນ​ປີ 2009. ລັດຖະບານລາວໄດ້​ສະ​ແດງ​ຄວາມ​ຂອບ​ໃຈ
​ເປັນ​ລາຍ​ລັກ​ອັກສອນ​ຕໍ່ສະຫະລັດ ​ໃນ​ການ​ໃຫ້​ຄວາມ​ຊ່ອຍ​ເຫຼຼືອດ້ານ​ມະນຸດສະທຳ​ແກ່​ພວກ
​ຄອບຄົວ​ດ່ັງກ່າວ ຕະຫລອດ​ທັງ​ພວກ​ຜູ້​ຄົນ​ໃນ​ປະຊາ​ຄົມ​ທີ່ຢູ່​ອ້ອມ​ແອ້ມ​ບ້ານ​ມົ້ງ​ເຫຼົ່າ​ນັ້ນ.

ທ່າ​ນນາງລັດຖະມົນຕີສະຫະລັດ ​ແລະລັດຖະມົນຕີການຕ່າງປະ​ເທດ​ລາວ ​ໄດ້​ສົນທະນາ​ກັນ
​ເຖິງ​ເລື້ອງ ​ການ​ປ້ອງ​ກັນ​ສະພາບ​ແວດ​ລ້ອມ​ ໃນ​ເຂດ​ດິນ​ປົ່ງ​ໃໝ່​ ໃນ​ລຸ່ມ​ແມ່​ນ້ຳຂອງ ລວມທັງ
​ເລື້ອງ​ການ​ປະກອບສ່ວນຂອງ​ກຸ່ມສັງຄົມ​ພົນລະ​ເຮືອນ​ຕ່າງໆ​ຂອງ​ລາວ​ນຳ.

ພວກ​ເຈົ້າ​ໜ້າ​ທີ່​ທັງ​ສອງ ໄດ້​ພົບ​ປະກັນມື້​ນຶ່ງ ກ່ອນ​ກອງ​ປະຊຸມ​ຂອງ​ບັນດາລັດຖະມົນຕີຕ່າງ
ປະ​ເທດ​ຂອງ​ສະມາຄົມ​ປະຊາ​ຊາດ​ອາຊີ​ອາຄະ​ເນ​ຫຼືອາ​ຊ່ຽນທີ່​ກຳປູ​ເຈຍ. ທັງ​ທ່ານ​ນາງລັດຖະ
ມົນຕີຄລິນ​ຕັນ​ແລະ​ທ່ານລັດຖະມົນຕີຕ່າງປະ​ເທດ​ທອງ​ລຸນຕ່າງ​ກໍ​ສະ​ນັບ​ສະ​ໜູນອາ​ຊ່ຽນໃນ
​ການ​ແກ້​ໄຂ​ບັນຫາ​ຂົງ​ເຂດຊ່ຶງ​ສິ່ງ​ສຳຄັນ​ກວ່າໝູ່​ໃນ​ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ນີ້​ແມ່ນ​ເລື້ອງ​ການ
​ຍາດ​ແຍ່ງ​ເຂດ​ນ້ຳ​ແດນ​ດິນ​ໃນ​ທະ​ເລ​ຈີນ​ໃຕ້​ນັ້ນ. ​

ການ​ຢ້ຽມຢາມ​ຄັ້ງ​ນີ້​ ສະທ້ອນ​ເຖິງ​ການ​ຮ່ວມ​ມື​ສອງ​ຝ່າຍ ​ທີ່​ມີ​ຂອບ​ເຂດ​ຢ່າງ​ກວ້າງຂວາງລະ
ຫວ່າງ​ປະ​ເທດ​ທັງ​ສອງລຸນ​ຫຼັງ​ການ​ໂດດດ່ຽວ​ຈາກ​ກັນ​ມາເປັນ​ເວລາ​ດົນ​ນານ​ສົມຄວນ. ການ
​ຢ້ຽມຢາມສະຫະລັດ ຂອງລັດຖະມົນຕີຕ່າ​ງປະ​ເທດ​ທອງ​ລຸນ​ໃນ​ປີ 2010 ​ແມ່ນ​ເປັນ​ເທື່ອ​ທຳ
​ອິດ​ໂດຍ​ເຈົ້າ​ໜ້າ​ທີ່​ຜູ້​ອາວຸ​ໂສ​ຂອງ​ລາວ​ໃນ​ຮອບ 35 ປີ. ການ​ຢ້ຽມຢາມ​ລາວ​ຄັ້ງ​ນີ້​ ແມ່ນ​ເປັນ
​ເທື່ອ​ທຳ​ອິດ ​ໂດຍລັດຖະມົນຕີຕ່າງປະ​ເທດສະຫະລັດນັບ​ຕັ້ງ​ແຕ່​ປີ 1955 ຂອງ​ທ່ານ Jonh
Foster Dulles ເປັນ​ຕົ້ນ​ມາ.

XS
SM
MD
LG