ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດຊ່ວຍເຫລືອລາວ ປາບຢາເສບຕິດ


ເອກອັກຄະລັດຖະທູດສະຫະລັດ ທ່ານ ຣາວິກ ຮູໂຊ ກັບທ່ານສຸບັນ ສະລິດທິລາດ ຫົວໜ້າຄະນະ ກຳມະການປາບປາມຢາເສບຕິດລາວ ຈັບມືກັນຫລັງຈາກເຊັນ ເອກະສານຂໍ້ຕົກລົງ, ວັນທີ 6 ພຶດສະພາ 2010 (ຮູບຈາກສະຖານ ທູດສະຫະລັດ)
ເອກອັກຄະລັດຖະທູດສະຫະລັດ ທ່ານ ຣາວິກ ຮູໂຊ ກັບທ່ານສຸບັນ ສະລິດທິລາດ ຫົວໜ້າຄະນະ ກຳມະການປາບປາມຢາເສບຕິດລາວ ຈັບມືກັນຫລັງຈາກເຊັນ ເອກະສານຂໍ້ຕົກລົງ, ວັນທີ 6 ພຶດສະພາ 2010 (ຮູບຈາກສະຖານ ທູດສະຫະລັດ)

ເວລາ​ນີ້​ລັດຖະບານ​ລາວ​ກຳລັງ​ສືບ​ຕໍ່​ປາບ​ປາມການ​ຜະລິດ, ການໃຊ້ ​ແລະ​ການ​ລັກລອບຄ້າຂາຍຢາ​ເສບ​ຕິດ​ຜິດ​ກົດໝາຍ ​ແລະ​ສະຫະລັດເອງກໍ​ກຳລັງ​ໃຫ້ການ​ສະ​ໜັບ​ສະໜຸນ​ໃນ​ເລຶ່ອງນີ້​ຢູ່.

ເມື່ອ​ໝໍ່ໆ​ມາ​ນີ້ ທ່ານ ຣາວິກ ​ຮູ​ໂຊ ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ​ປະຈຳ​ລາວ ໃນ​ນາມ​ລັດຖະບານສະຫະ ລັດ ​ໄດ້​ເຊັນສັນຍາ​ສະ​ບັບ​ແກ້​ໄຂ​ຂອງ​ໜັງສື​ສັນຍາ ​ສຳ​ລັບ​ການ​ຮ່ວມ​ມື​ສອງ​ຝ່າຍໃນ​ການ​ສະ​ໜັບ​ສະໜຸນການ​ປາບປາມ​ຢາ​ເສບ​ຕິດ ​ແລະ​ການ​ບັງຄັບ​ກົດໝາຍ. ພິທີ​ເຊັນ​ສັນຍາດັ່ງກ່າວ​ແມ່ນ​ຈັດ​ຂື້ນ​ທີ່​ນະຄອນຫລວງ​ວຽງ​ຈັນ​ ​ໂດຍ​ມີ ທ່ານ ສຸບັນ ສະ​ລິດ​ທິລາດ ລັດຖະມົນຕີ​ປະຈຳ​ສຳນັກ​ປະທານປ​ະ​ເທດ​ລາວ ​ແລະປະທານ​ຄະນະ ກຳມະການ​ຄວບ​ຄຸມແລະ​ປາບ​ປາມຢາ​ເສບ​ຕິດ​ແຫ່ງ​ຊາດ​ລາວ ເປັນຜູ້ລົງນາມຕ່າງໜ້າລັດຖະບານລາວ.

ໜັງສື​ສັນຍາສະບັບ​ນີ້ບົ່ງ​ວ່າ ສະຫະລັດ​ຈະ​ໃຫ້ການ​ຊ່ວຍ​ເຫລືອແກ່​ລາວ ໃນ​ມູນ​ຄ່າ ຫົກຮ້ອຍ​ຫ້າ​ສິບ​ພັນ​ໂດ​ລາ​ ສຳລັບການ​ປາບປາມ​ຢາ​ເສບ​ຕິດ ​ແລະ​ການ​ປະຕິບັດກົດໝາຍປະຈຳ​ປີ 2010 ນີ້ ຊຶ່ງ​ໂຄງການ​ເຫລົ່າ​ນີ້​ ຈະ​ບໍລິຫານ ​ແລະ​ດຳ​ເນີນ​ການ​ໂດຍ​ພະ​ແນ​ກ​ບັງຄັບ​ກົດໝາຍ​ແລະ​ຢາ​ເສບ​ຕິດ​ ຂອງສະຖານທູດ​ສະຫະລັດ.

ງົບປະມານ​ທີ່​ບົ່ງ​ໄວ້​ຢູ່​ໃນ​ໜັງສື​ສັນຍາສະບັບ​ດັ່ງກ່າວ​ນັ້ນ ແມ່ນ​ຈະ​ຊ່ວຍລັດຖະບານ​ລາວໃນ​ການປະຕິບັດ​ງານ​ເພື່ອ​ຫລຸດ​ຜ່ອນ​ຄວາມ​ຮຽກຮ້ອງ​ຕ້ອງການ ຢາ​ກະ​ຕຸ້ນປະສາດ​ປະ​ເພດຢາ​ບ້າ ຫລື ຢາ​ເສບ​ຕິດ​ຊະນິດ​ອື່ນໆ ​ແລະໃຫ້ການ​ປິ່ນປົວ ການ​ບຳບັດ​ພັກ​ຟື້ນ ​ແລະ​ການ​ດູ​ແລ​ພວກ​ຕິດ​ຢາ​ເສບ​ຕິດ​ ຫລັງ​ຈາກ​ໄດ້​ຮັບ​ການ​ປິ່ນປົວ​ແລ້ວ. ພ້ອມ​ດຽວ​ກັນ ໜັງສື​ສັນຍາ​ນີ້​ຍັງ​ໄດ້​ໃຫ້ການ​ສະ​ໜັບ​ສະໜູນ​ ​ໃນ​ດ້ານການ​ເຝິກອົບຮົມ​ແລະ​ສະໜອງ​ອຸປະກອນ​ທີ່​ຈຳ​ເປັນ​ໃຫ້​ແກ່ພວກ​ເຈົ້າໜ້າ​ທີ່​ລາວ​ຝ່າຍ​ບັງຄັບ​ກົດໝາຍ ສຸນ​ລະກາ​ກອນ ​ແລະ​ລະບົບ​ສານອາ​ຊະ​ຍາ​ກຳ ນໍາອີກ. ນອກ​ນັ້ນ​ແລ້ວ ກໍຍັງ​ຈັດ​ໃຫ້​ມີ​ການ​ຊ່ວຍ​ເຫລືອຈຳນວນ​ນຶ່ງ ເພື່ອ​ຫລຸດ​ຜ່ອນ​ການ​ປູກ​ແລະເກັບ​ກ່ຽວ​ຝິ່ນຕຶ່ມອີກ ສະໜອງພືດ​ທົດ​ແທນ​ອື່ນໆ ​ແລະໃຫ້ລາຍ​ໄດ້​ເສີມ ​ແລະ ບຳບັດ​ພວກ​ຕິດ​ຢາຝິ່ນ. ​ເປົ້າໝາຍ ຫລັກ​ຂອງ​ຄວາມພະຍາຍາມ​ເຫລົ່າ​ນີ້ ​ແມ່ນຈະ​ສຸມ​ໃສ່​ແຂວງພົງສາລີ ​ແລະ​ແຂວງ​ຫົວພັນ.

ໃນ​ລາຍ​ງານ​ວ່າ​ດ້ວຍ​ຍຸ​ທະ​ສາດ​ການ​ຄວບ​ຄຸມ​ຢາ​ເສບ​ຕິດ​ ທີ່​ນຳອອກ​ເຜີຍ​ແຜ່​ເມື່ອ​ຕົ້ນ​ປີ​ນີ້ ກະຊວງ​ຕ່າງປະ​ເທດ​ສະຫະລັດ​ເວົ້າວ່າ ປະ​ເທດລາວ​ ແມ່ນ​ໄດ້​ສ້າງຄວາມ​ກ້າວ​ໜ້າ​ຢ່າງ​ຫລວງຫລາຍ​ໃນ​ການ​ປະຕິບັດ​ງານ​ເພື່ອ​ຫລຸດ​ຜ່ອນ​ການປູກ​ຝິ່ນລົງ ​ໃນ​ລະ​ວ່າງ​ປີ 2000 ຫາ ປີ 2008 ນັ້ນ ​ແຕ່​ຕົກ​ມາໃນ​ລະ​ວ່າງປີ 2008 ​ແລະ 2009 ນັ້ນ​ ກັບປາກົດ​ເຫັນ​ມີ​ການ​ປູກ​ຝິ່ນ​ເພີ່ມ​ຂື້ນ ແລະ​ພ້ອມ​ດຽວ​ກັນ​ ກໍ​ໄດ້​ສັງ​ເກດ​ເຫັນ​ມີການ​ຊົ​ມ​ໃຊ້​ຢາ​ບ້າ​ເພີ່ມ​ຂື້ນ​ໃນ​ລາວ ​ແລະລາວ​ກໍ​ຖື​ວ່າເປັນເສັ້ນທາງ​ຜ່ານທີ່​ສຳຄັນຂອງ​ຢາ​ເຮ​ໂຣອີນ ຢາ​ກະ​ຕຸ້ນ​ປະສາ​ດປະ​ເພດຢາ​ບ້າ ​ແລະສານເຄມີຕົ້ນ ​ຂອງ​ຂົງ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງໃຕ້. ຂະ​ບວນການການ​ຄ້າ​ຢາ​ເສບ​ຕິດຜ່ານ​ປະ​ເທດ​ລາວ​ ​ແມ່ນມີ​ໂຮມ​ທັງ​ພວກ​ແກ໊ງອາ​ຊະ​ຍາ​ກຳ ທີ່​ມີ​ສາຍ​ພົວພັນ ​ກັບຂົງ​ເຂດອາຟຣິກາ ອາ​ເມ​ລິ​ກາ​ລາ​ຕິນ ຢຸ​ໂຣບ ​ແລະ​ສະຫະລັດ ​ຕລອດ​ທັງພາກສ່ວນ​ອື່ນ​ໆ​ຂອງ​ຂົງ​ເຂດ​ເອ​ເຊຍ​.

ການ​ຄ້າ​ຢາ​ເສບ​ຕິດ ​ແມ່ນຖື​ວ່າເປັນ​ໄພ​ຂົ່ມຂູ່​ຕໍ່​ນາໆ​ຊາດ ​ແລະຈຳ​ເປັນ​ຕ້ອງ​ໄດ້​ຮັບ​ຄວາມ​ຮ່ວມ​ມື​ຈາກ​ລະ​ວ່າງ​ຊາດ​. ສຳ​ລັບ​ໃນ​ພາກສ່ວນ​ຂອງ​ຕົນ​ນັ້ນ ສະຫະລັດ​ແມ່ນ​ມີ​ຄວາມ​ໝັ້ນ​ໝາຍ​ທີ່​ຈະ​ປະຕິບັດ​ງານ ກັບ​ລັດຖະ ບານ​ລາວ​ແລະ​ຜູ້​ຮ່ວມ​ງານ​ອື່ນໆ​ຈາກ​ນານາ​ຊາດ ​ເພື່ອ​ນຳໃຊ້ຕົວບົດ​ກົດໝາຍ ​ກັບພວກ​ລັກລອບ​ຄ້າຂາຍຢາ​ເສບ​ຕິດ​ນັ້ນ.

XS
SM
MD
LG