ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ພຶດສະພາ ໒໐໒໔

ທ່ານ ຈອນ ແຄຣີ ພົບປະ ທ່ານ ສະເຫຼີມໄຊ ເພື່ອຫາລື ກ່ຽວກັບ ການມາຢ້ຽມຢາມ ຂອງ ປະທານາທິບໍດີ ໂອບາມາ


ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານຈອນ ແຄຣີ ພົບປະກັບລັດຖະມົນຕີການຕ່າງປະເທດ ສປປ ລາວ ທ່ານ ສະເຫຼີມໄຊ ກົມມະສິດ ທີ່ນະຄອນວຽງຈັນ
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານຈອນ ແຄຣີ ພົບປະກັບລັດຖະມົນຕີການຕ່າງປະເທດ ສປປ ລາວ ທ່ານ ສະເຫຼີມໄຊ ກົມມະສິດ ທີ່ນະຄອນວຽງຈັນ

ທ່ານ John Kerry ລັດຖະມົນຕີການຕ່າງປະເທດສະຫະລັດ ໄດ້ພົບປະແລະຫາລືຫຼາຍໆ ເລື້ອງ ກັບທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງຕ່າງປະເທດ ສປປ ລາວ ຢູ່ ຂ້າງນອກກອງປະຊຸມອາຊ່ຽນ ທີ່ນະຄອນວຽງຈັນ ໃນມື້ວັນຈັນຜ່ານມານີ້ ໄພສານ ມີລາຍ ລະອຽດກ່ຽວກັບເລື້ອງນີ້ມາສະເໜີທ່ານ.

ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານ John Kerry ໄດ້ພົບປະໂອ້ລົມ ກັບລັດຖະມົນຕີກະຊວງຕ່າງປະເທດ ສປປ ລາວ ທ່ານສະເຫຼີມໄຊ ກົມມະສິດ ກ່ຽວກັບ ສາຍພົວພັນລະຫວ່າງສະຫະລັດແລະລາວທີ່ພວມເຕີບໃຫຍ່ຂະຫຍາຍໂຕ​ຮວມທັງການ ພົວພັນໃນຕ່າງໆໃນຂອບເຂດທີ່ກວ້າງຂວາງຊຶ່ງທ່ານ Kerry ໄດ້ກ່າວໃນລະຫວ່າງການ ຕອບຄຳຖາມນັກຂ່າວມີໃຈຄວາມຕອນນຶ່ງວ່າ:

ລັດຖະມົນຕີ ການຕ່າງປະເທດສະຫະລັດ ໃນລະຫວ່າງ ຕອບຄຳຖາມ ພວກນັກຂ່າວ
ລັດຖະມົນຕີ ການຕ່າງປະເທດສະຫະລັດ ໃນລະຫວ່າງ ຕອບຄຳຖາມ ພວກນັກຂ່າວ

ທ່ານ Kerry ກ່າວວ່າ “ບາງຂົງເຂດວຽກງານທີ່ພວກເຮົາກຳລັງຈັບຕາເບິ່ງ ກໍແມ່ນການ ສຶກສາ ສາທາລະນະສຸກ ແລະການພັດທະນາ ພື້ນຖານໂຄງລ່າງ ແລະການຄຸ້ມຄອງ ແບບຍືນຍົງ ດ້ານດິນຟ້າອາກາດ ດ້ານພະລັງງານ."

ທ່ານ Kerry ກ່າວວ່າ ນັ້ນແມ່ນສິ່ງທີ່ພວກເຮົາຄິດວ່າ ພວກເຮົາສາມາດເຮັດວຽກຮ່ວມກັນ ໄດ້ ສະຫະລັດ ສາມາດຊ່ອຍສະແດງໃຫ້ເຫັນ ກ່ຽວກັບບາງສິ່ງບາງຢ່າງ ທີ່ສະຫະລັດໄດ້ ຮຽນຮູ້ມາເປັນເວລາຫຼາຍໆປີທີ່ສາມາດນຳມາໃຊ້ໄດ້ ເພື່ອວ່າລາວຈະບໍ່ໄດ້ເຮັດຄວາມຜິດ ພາດທີ່ພວກເຮົາອາດເຄີຍເຮັດມາໃນບາງຢ່າງ. ນອກນັ້ນທ່ານ Kerry ຍັງກ່າວວ່າ ສະຫະ ລັດສາມາດແບ່ງປັນຄວາມຮູ້ເຊັ່ນໂຕຢ່າງໃນດ້ານການກະສິກຳເປັນຕົ້ນ.

ລັດຖະມົນຕີການຕ່າງປະເທດ Kerry ຍັງກ່າວວ່າ ສະຫະລັດຍັງສືບຕໍ່ມີຄວາມໝາຍໝັ້ນ ທີ່ຈະໃຫ້ການຊ່ອຍເຫລືອ ແລະການຮ່ວມມືໃນການເກັບກູ້ລະເບີດທີ່ບໍ່ທັນແຕກ ແລະໄດ້ ສະແດງຄວາມຂອບອົກຂອບໃຈ ຕໍ່ການທີ່ລາວ ໄດ້ໃຫ້ຄວາມສະໜັບສະໜຸນ ໃນໄລຍະ ຫຼາຍໆປີທີ່ຜ່ານມານີ້ ໃນການຊອກຄົ້ນຫາທະຫານອາເມຣິກັນ ທີ່ຫາຍສາບສູນ. ລັດຖະ ມົນຕີການຕ່າງປະເທດ Kerry ຍັງໄດ້ກ່າວຢ້ຳ ເຖິງການໃຫ້ຄວາມສະໜັບສະໜຸນ ຢ່າງ ແຂງຂັນ ຂອງສະຫະລັດຕໍ່ ສປປ ລາວ ທີ່ເປັນປະທານຂອງສະມາຄົມອາຊ່ຽນໃນປີນີ້.

ລັດຖະມົນຕີການຕ່າງປະເທດ Kerry ແລະທ່ານສະເຫຼີມໄຊ ຍັງໄດ້ເຫັນພ້ອມນຳກັນກ່ຽວ ກັບການເດີນທາງມາຢ້ຽມຢາມຂອງປະທານາທິບໍດີ ບາຣັກ ໂອບາມາ ເພື່ອເຂົ້າຮ່ວມກອງ ປະຊຸມສຸດຍອດ​ເຂດເອເຊຍຕາເວັນອອກທີ່ລາວຈະເປັນເຈົ້າພາບຈັດ​ຂຶ້ນໃນເດືອນກັນຍາ ປີນີ້ ຊຶ່ງທ່ານ Kerry ກ່າວວ່າ:

ທ່ານ Kerry ກ່າວວ່າ “ສິ່ງທີ່ພວກເພິ່ນໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງ ແລະສິ່ງທີ່ພວກ ເຮົາຕ້ອງການຈະເພັ່ງເລັງໃສ່ການມາຢ້ຽມຢາມລາວຂອງປະທານາທິບໍດີໂອບາມາ ຊຶ່ງ ເປັນການຢ້ຽມຢາມຄັ້ງປະຫວັດສາດ​ຄືໃນອີກ 6 ອາທິດນີ້ປະທານາທິບໍໍດີສະຫະລັດຈະ ເປັນປະທານາທິບໍດີອາເມຣິກັນຄົນທຳອິດ​ມາຢ້ຽມຢາມລາວແລະພວກເຮົາມີວຽກການ ເປັນຈຳນວນຫລວງຫລາຍທີ່ພວກເຮົາກຳລັງເຮັດຢູ່ໃນປັດຈຸບັນ​ເພື່ອຈະຄິດກ່ຽວກັບສິ່ງ ຕ່າງໆ ທີ່ພວກເຮົາສາມາດເຮັດໄດ້ ເພື່ອເຮັດໃຫ້ການຢ້ຽມຢາມນັ້ນ ມີໝາກຜົນແທ້ໆ.”

ນອກນັ້ນ ທ່ານ Kerry ຍັງກ່າວວ່າ ທ່ານແລະທ່ານສະເຫລີມໄຊຍັງໄດ້ຫາລືກັນກ່ຽວກັບ ບັນຫາຄວາມໝັ້ນຄົງ ຢູ່ໃນຂົງເຂດຈຳນວນນຶ່ງ ຄວາມຈຳເປັນທີ່ຈະຕ້ອງໄດ້ມີຄວາມລະ ມັດລະວັງແລະຄວບຄຸມສະຖານະການ ເພື່ອປ້ອງກັນບໍ່ໃຫ້ພວກຫົວຮຸນແຮງຈັດສາມາດ ເຄື່ອນໄຫວ ເຂົ້າມາໃນພູມີພາກ​. ແລະທ່ານ Kerry ກ່າວວ່ານັ້ນຄືສິ່ງທີ່ພວກເຮົາ ໄດ້ໂອ້ ລົມກັນ.

XS
SM
MD
LG