ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມສໍາພັນສະຫະລັດ-ລາວ ຄົບຮອບ 55 ປີ


ລັດຖະມົນຕີ ຕ່າງປະເທດ ສະຫະລັດ ທ່ານນາງຮິລລາຣີ ຄລິນຕັນ (ຂວາ) ຈັບມືກັບ ລັດຖະມົນຕີ ການຕ່າງປະເທດ ສປປ ລາວ ທ່ານທອງລຸນ ສີສຸລິດ (ຊ້າຍ) ລຸນຫລັງການພົບປະ ທີ່ກະຊວງ ຕ່າງປະເທດ ສະຫະລັດ ໃນກຸງວໍຊິງຕັນ (13 ກໍລະກົດ 2010)
ລັດຖະມົນຕີ ຕ່າງປະເທດ ສະຫະລັດ ທ່ານນາງຮິລລາຣີ ຄລິນຕັນ (ຂວາ) ຈັບມືກັບ ລັດຖະມົນຕີ ການຕ່າງປະເທດ ສປປ ລາວ ທ່ານທອງລຸນ ສີສຸລິດ (ຊ້າຍ) ລຸນຫລັງການພົບປະ ທີ່ກະຊວງ ຕ່າງປະເທດ ສະຫະລັດ ໃນກຸງວໍຊິງຕັນ (13 ກໍລະກົດ 2010)

ໃນໂອກາດວັນຄົບຮອບ 55 ປີຂອງການສ້າງຕັ້ງຄວາມສຳ
ພັນລະຫວ່າງສະຫະລັດກັບ ສປປ ລາວໃນວັນອັງຄານມື້ນີ້
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ
HILLARY CLINTON ​ໄດ້ອອກຖະແຫຼງຂ່າວສະບັບນຶ່ງ
ມີໃຈຄວາມດັ່ງ​ຕໍ່​ໄປ​ນີ້:

ໃນນາມປະທານາທິບໍດີບາຣັກໂອບາມາແລະປະຊາ
ຊົນອະເມຣິກັນຂ້າພະເຈົ້າຂໍສົ່ງຄວາມປາດ​ຖະໜາດີ
ມາຍັງສາທາລະນະລັດປະຊາທິປະໄຕປະຊາຊົນລາວ
ຂະນະທີ່ພວກເຮົາສະເຫຼີມສະຫຼອງວັນຄົບຮອບ 55
ປີ ນການສ້າງຕັ້ງຄວາມສຳພັນທາງດ້ານການທູດລະຫວ່າງປະເທດຂອງ
ພວກເຮົາທັງສອງໃນວັນທີ 10 ສິງຫານີ້.

ໃນໂອກາດດັ່ງກ່າວນີ້ສະຫະລັດຂໍຢືນຢັນອີກຄັ້ງນຶ່ງເຖິງຄວາມໝາຍໝັ້ນຕັ້ງໃຈ
ຂອງພວກເຮົາຕໍ່ການພັດທະນາປະ​ເທດລາວ ດ້ວຍຄວາມສັນຕິແລະວັດທະນາ
ຖາວອນ ແລະຄວາມມຸ່ງມາດປາດຖະໜາຂອງພວກເຮົາທີ່ຈະດຳເນີນງານຮ່ວມ
ກັນໃນຖານະພາຄີ ໃນຂົງເຂດວຽກງານຕ່າງໆທີ່ພວກເຮົາມີຄວາມ​ເປັນ​ຫ່ວງ​
ນໍາ​ກັນ. ພວກເຮົາຂໍຂອບອົກຂອບໃຈນໍາການຊ່ອຍເຫຼືອຂອງລາວຂະນະທີ່
ພວກເຮົາດຳເນີນງານໄປສູ່ການຊອກຄົ້ນຫາຊະເລີຍເສິກແລະທະຫານອະເມ
ຣິກັນທີ່ຫາຍສາບສູນໄປໃນປາງສົງຄາມແລະຂໍເນັ້ນຢໍ້າເຖິງຄວາມໝາຍໝາຍ
ໝັ້ນຕັ້ງໃຈຂອງພວກເຮົາ ທີ່ຈະໃຫ້ການຊ່ອຍເຫຼືອແກ່ລາວໃນການເກັບກູ້
ລະເບີດທີ່ບໍ່ທັນແຕກ. ການຮ່ວມມືຂອງພວກເຮົາໂດຍຜ່ານໂຄງການລິ
ເລີ່ມລຸ່ມແມ່ນໍ້າຂອງເພື່ອປົກປັກຮັກສາສະພາບແວດລ້ອມສ້າງຕັ້ງປະຊາ
ຄົມທີ່ມີພະລານາໄມເຂັ້ມແຂງໃຫ້ການສະໜັບສະໜຸນການສຶກສາແລະ
ພັດທະນາໂຄງລ່າງພື້ນຖານຂອງຂົງເຂດນັ້ນ ແມ່ນ​ເປັນ​ການສະແດງ
ໃຫ້ເຫັນເພີ້ມຕື່ມວ່າປະເທດທັງສອງຂອງພວກເຮົາແລະຂົງເຂດຈະໄດ້ຮັບ
ຜົນປະໂຫຍດ​ແນວ​ໃດຈາກການຮ່ວມມືກັນຢ່າງໃກ້ຊິດນັ້ນ. ຂ້າພະເຈົ້າ
ຫວັງວ່າຈະໄດ້ດຳເນີນງານຮ່ວມກັບລັດຖະບານແລະປະຊາຊົນລາວເພື່ອ
ສືບຕໍ່ເສີມຂະຫຍາຍຄວາມເປັນພາຄີກັນແລະເສີມສ້າງຈາກຜົນສຳເລັດ
ຕ່າງໆທີ່ພວກເຮົາໄດ້ບັນລຸມາແລ້ວນັ້ນ
.”

XS
SM
MD
LG