ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ເອກອັກຄະລັດຖະທູດລາວ ຢື່ນສານແຕ່ງຕັ້ງຕໍ່ປະທານາ ທິບໍດີສະຫະລັດ


ເອກອັກຄະລັດຖະທູດລາວ ຢື່ນສານແຕ່ງຕັ້ງຕໍ່ປະທານາ ທິບໍດີສະຫະລັດ
ເອກອັກຄະລັດຖະທູດລາວ ຢື່ນສານແຕ່ງຕັ້ງຕໍ່ປະທານາ ທິບໍດີສະຫະລັດ

ປະທານາທິບໍດີສະຫະລັດຕີ​ລາຄາ​ຢ່າງ​ເລີກ​ເຊິ່ງ ມິດຕະພາບ​ແລະ​ການ​ຮ່ວມ​ມື​ສອງ​ຝ່າຍກັບ​ ສປປ ລາວ ​ແລະ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ການ​ຮ່ວມ​ມື​ກັນ​ຈະ​ມີ​ຄວາມ​ກ້າວໜ້າ​ຂຶ້ນ​ຕື່ມ​ໃນ​ອະນາຄົດ​. ທ່ານ​ບາຣັກ ​ໂອ​ບາ​ມາ ​ໄດ້​ກ່າວ​ເຊ່ນ​ນັ້ນ ຕໍ່​ເອກ​ອັກຄະ​ລັດຖະທູດ​ແຫ່ງ​ ສປປ ລາວ ທີ່​ໄດ້​ເຂົ້າຢື່ນສານ​​ແຕ່ງຕັ້ງຂອງ​ທ່ານ​ ຕໍ່​ປະທານາ ທິບໍດີ​ສະຫະລັດ ​ໃນ​ອາທິດ​ແລ້ວ​ນີ້. ຕໍ່​ໄປ​ນີ້ ​ແມ່ນ​ບົດ​ຖະ​ແຫລ​ງຂ່າວ​ຈາກ​ສະຖານ​ເອກ​ອັກຄະ​ລັດຖະທູດ​ລາວ ປະຈຳ​ນະຄອນ ຫລວງ​ວໍ​ຊິງ​ຕັນ​ດີ​ຊີ.

ຕອນບ່າຍຂອງວັນທີ 28 ມີຖຸນາ 2010 ທີ່​ທຳນຽບຂາວ ນະຄອນຫລວງວໍຊິງຕັນດີຊີ ທ່ານ ແສງ ສຸຂະທິວົງ ໄດ້ຍື່ນສານແຕ່ງຕັ້ງຂອງພະນະທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ຕໍ່ພະນະທ່ານ ບາຣັກ ຮຸດ​ເຊ​ນ ໂອບາມາ, ປະທານາທິບໍດີ ແຫ່ງ ສະຫະລັດ​ອາເມ​ ລິ​ກາ ​ເພື່ອ​ດຳລົງ​ຕຳແໜ່​ງ​ເປັນ​ເອກ​ອັກຄະ​ລັດຖະທູດ​ວິສາມັນ ຜູ້​ມີ​ອຳນາດ​ເຕັມ ​ແຫ່ງສາທາລະນະ​ລັດ ປະຊາ ທິປະ​ໄຕ ປະຊາຊົນ​ລາວ ປະຈຳ​ສະຫະລັດ​ອ​າ​ເມ​ລິ​ກາ​.

ທ່ານແສງ ສຸຂະທິວົງ ເອກອັກຄະລັດຖະທູດຄົນໃໝ່ຂອງ ສປປ ລາວ ຖ່າຍຮູບຮ່ວມກັບ ປະທານາທິບໍດີໂອບາມາ ໃນໂອກາດຢື່ນສານແຕ່ງຕັ້ງ, ວັນທີ 28 ມີຖຸນາ 2010
ທ່ານແສງ ສຸຂະທິວົງ ເອກອັກຄະລັດຖະທູດຄົນໃໝ່ຂອງ ສປປ ລາວ ຖ່າຍຮູບຮ່ວມກັບ ປະທານາທິບໍດີໂອບາມາ ໃນໂອກາດຢື່ນສານແຕ່ງຕັ້ງ, ວັນທີ 28 ມີຖຸນາ 2010

ໃນ​ພິທີ​ດັ່ງກ່າວ​ ທ່ານ​ເອກ​ອັກຄະ​ລັດຖະທູດ ​ແຫ່ງ ສປປ ລາວ ​ໄດ້​ນຳ​ເອົາ​ຄວາມ​ຢ້ຽມຢາມ​ອັນ​ອົບອຸ່ນ ​ແລະ​ພອນ​ໄຊ​ອັນ​ປະ​ເສີດ​ຂອງ ພະນະ​ທ່ານ ຈູມ​ມາລີ ​ໄຊ​ຍະ​ສອນ, ປະ​ທານ​ປະ​ເທດ ​ແຫ່ງ ສປປ ລາວ ທີ່​ສົ່ງ​ເຖິງ​ພະນະ​ທ່ານ ບາຣັ​ກ ​ໂອ​ບາ​ມາ, ປະທານາທິບໍດີ​ແຫ່ງ​ສະຫະລັດ​ອາ​ເມ​ລິ​ກາ ​ແລະ​ພັນ​ລະ​ຍາ, ພ້ອມທັງ​ເນັ້ນ​ວ່າ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ​ໄດ້​ມີ​ສາ​ຍພົວພັນການ​ທູດກັບ​ສະຫະລັດອາ​ເມ​ລິ​ກາ ມາ​ເປັນ ​ເວລາ​ຍາວ​ນານ ​ຊຶ່ງ​ຄົບຮອບ 55 ປີ ​ໃນ​ປີ 2010 ນີ້. ​ໃນ​ຂະນະ​ດຽວ​ກັນ ກໍ​ໄດ້​ສະ​ແດງ​ຄວາມ​ຂອບໃຈ​ ຕໍ່ລັດ​ຖະບານ ​ແລະ​ປະຊາຊົນ ອາ​ເມ​ລິ​ກາ ທີ່​ໄດ້​ໃຫ້ການ​ຮ່ວມ​ມື ​ແລະ ຊ່ວຍ​ເຫລືອ​ດ້ານ​ມະນຸດສະ​ທຳ​ໃນ​ການ​ເກັບ​ກູ້​ລະ​ເບີ​ດບໍ່​ທັນ​ແຕກ ຊຶ່ງ​ຕົກ​ຄ້າງ​ມາ​ແຕ່​ປາງ​ສົງຄາມ​ຢູ່​ລາວ, ການ​ອະນຸຍາດ​ໃຫ້​ທະນາຄານ​ນຳ​ເຂົ້າ ​ແລະ​ສົ່ງ​ອອກ​ຂອງ​ອາ​ເມ​ລິ​ກາ ປ່ອຍ​ເງິນ​ກູ້​ໃຫ້​ແກ່​ບັນດາ​ນັກທຸລະກິດອາ​ເມ​ລິ​ກາ ທີ່​ມາ​ລົງ​ທືນ ຢູ່ ສປປ ລາວ ກໍ​ຄື​ການ​ສະໜັບສະໜຸນ ສປປ ລາວ ​ໃນ​ການ​ກະກຽມ​ເຂົ້າ​ເປັນ​ສະມາຊິກ​ຂອງ​ອົງການ​ການ​ຄ້າໂລກ.

ພະນະ​ທ່ານ ປະທານາທິບໍດີ ບາ​ຣັກ ​ໂອ​ບາ​ມາ ​ໄດ້​ສ​ະ​ແດງ​ຄວາມ​ຍິນ​ດີ​ຕ້ອນຮັບ​ອັນ​ອົບ​ອຸ່ນ ຕໍ່​ການແຕ່ງ​ຕັ້ງ ທ່ານ ​ແສງ ສຸຂະ​ທິວົງ ​ເປັນ​ເອກ​ອັກຄະ​ລັດ​ຖະທູດ​ວິສາມັນ ຜູ້​ມີ​ອຳນາດ​ເຕັມ ​ແຫ່ງ ສປປ ລາວ ປະຈຳ ສະຫະລັດ​ອາ​ເມ​ລິ​ກາ. ​ໃນ​ໂອກາດ​ດຽວ​ກັນ​ນີ້ ກໍ​ໄດ້​ຕີ​ລາຄາ​ຢ່າງ​ເລີກ​ເຊິ່ງມິ​ດຕະພາບ, ການ​ຮ່ວມ​ມືສອງ​ຝ່າຍ​ໃນ​ການ​ຕ້ານ​ໂຣກ​ເອດ ​ແລະ​ການ​ເກັບ​ກູ້​ລະ​ເບີ​ດບໍ່​ທັນ​ແຕກ​ຢູ່ ສປປ ລາວ ລວມທັງ​ການ​ຊ່ວຍ​ເຫລືອອັນ​ດີ​ເລີດ​ຂອງ​ຝ່າຍ​ລາວ ​ໃນ​ການ​ຊອກ​ຄົ້ນ​ຫາ​ສິ່ງເສດ​ເຫລືອຂອງ​ທະຫານ​ອາ​ເມ​ລິ​ກາ ທີ່​ຖືກ​ຫາຍ​ສາບ​ສູນ​ໃນປາງ​ສົງ ຄາມ ​ແລະ ​ເຊື່ອ​ໝັ້ນ​ວ່າ ການ​ຮ່ວມ​ມືໃນ​ບັນຫາ​ນີ້ ຈະ​ມີ​ຄວາ​ມກ້າວໜ້າ​ຂື້ນ​ຕື່ມ​ໃນ​ອະນາຄົດ. ຄຽງ​ຄູ່​ກັນນັ້ນ ພະນະ​ທ່ານ​ປະທານາທິບໍດີ ​ໄດ້​ສະ​ແດ​ງຄວາມ​ຍິນ​ດີ​ຮ່ວມ​ໃນ​ການ​ແກ້​ໄຂ​ບັນຫາ​ພາກ​ພື້ນ ​ໂດຍ​ຜ່ານ​ການ​ເຈລະຈາ​ ​ແລະ​ໄດ້​ຢືນຢັນ​ວ່າ ສະຫະລັດອາ​ເມ​ລິ​ກາ​ສະໜັບສະໜຸນ​ການ​ເຊຶ່ອມ​ໂຍງ​ເຂົ້າກັບ​ເສດຖະກິດ​ໂລກ ຂອງ​ ສປປ ລາວ ​ໂດຍ​ທັງ​ສອງ​ຝ່າຍ​ໄດ້​ເຮັດ​ວຽກ​ຮ່ວມ​ກັນ​ຢ່າງ​ໄກ້​ຊິດ​ມາ​ແລ້ວ ​ເພື່ອ​ຊ່ວຍຄວາມ​ພະຍາຍາມ​ຂອງ ສປປ ລາວ ​ໃນ​ການ​ເຂົ້າ​ເປັນ​ສະມາຊິກ​ຂອງ​ອົງການ​ການ​ຄ້າ​ໂລກ.

ໃນ​ຕອນ​ທ້າຍ ພະນະ​ທ່ານ​ປະທານາທິບໍດີ ສະຫະລັດ ອາ​ເມ​ລິ​ກາ ​ໄດ້​ສະ​ແດງຄວາມ​ຍິນ​ດີຈະ​ເຮັດ​ວຽກ​ຮ່ວມ​ກັບ ທ່ານ​ເອກ​ອັກຄະ​ລັດຖະທູດ ສປປ ລາວ ​ເພື່ອ​ບັນລຸ​ຜົນສຳ​ເລັດ​ໃນ​ການ​ຮ່ວມ​ມື​ສອງ​ຝ່າຍ ​ແລະ​ຮັດ​ແໜ້ນ​ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ.

ທ່ານ​ເອກ​ອັກຄະ​ລັດຖະທູດ ສປປ ລາວ ກໍ​ໄດ້​ຢືນຢັນ​ວ່າ ຈະ​ເຮັດ​ສຸດ​ຄວາ​ມສາມາດ​ຂອງ​ຕົນ ​ເພື່ອ​ສືບຕໍ່​ເສີມ​ສ້າງ​ການ​ພົວພັນ ​ແລະ ການ​ຮ່ວມ​ມື​ສອງ​ຝ່າຍ​ທີ່​ມີ​ມາ​ແລ້ວ​ນັ້ນ ​ໃຫ້​ຂະຫຍາຍຕົວ​ຂື້ນ​ຕື່ມ ທັງ​ທີ່​ກໍ​ເພື່ອ​ນຳຜົນ​ປະ​ໂຫຍ​ດຕົວ​ຈິງ​ມາ​ສູ່ປະຊາຊົນ​ສອງ​ຊາດ ລາວ ​ແລະ ​ອາ​ເມ​ລິ​ກາ.

XS
SM
MD
LG