ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລມຕ ຊ່ວຍ​ວ່າການ​ຕ່າງປະ​ເທດ​ສະຫະລັດ ຢ້ຽມຢາມ​ລາວ


ລມຕ ຊ່ວຍ​ ERIC SCHWARTZ ຮັບຜິດ​ຊອບ​ເລື່ອງ​ພົນລະ​ເມືອງ ອົບ​ພະຍົບ​
ແລະ​ຜູ້​ຍົກຍ້າຍຖິ່ນ​ຖານ ​ໄດ້ນຳພາ​ຜູ້​ແທນກະຊວງການ​ຕ່າງປະ​ເທດ​ສະຫະລັດ
ຄະນະ​ນຶ່ງທຳ​ການ​ເຄື່ອນ​ໄຫວ​ຢ້ຽມຢາມ ສປປ ລາວ ​ໃນ​ລະ​ວ່າງ​ວັນ​ທີ13 ຫາ 16
ມີ​ຖຸນາ​ນີ້ ​ໂດຍ​ໄດ້​ເຂົ້າຢ້ຽມ​ຄຳນັບ ທ່ານ​ທອງ​ລຸນສີ​ສຸ​ລິດ ລມຕ ການ​ຕ່າງປະ​ເທດ​ລາວ ​
ໃນ​ວັນອັງຄານ​ວານ​ນີ້ ຊຶ່ງ​ທັງ​ສອງ​ຝ່າຍ​ກໍ​ໄດ້ສົນ​ທະ​ນາ​ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​
ກັນ ກ່ຽວ​ກັບ​ຫລາຍ​ເລື່ອງ ​ເປັນຕົ້ນ​ແມ່ນ​ການ​ຮ່ວມ​ມື​ສອງ​ຝ່າຍ ບັນຫາ​ພາກ​ພື້ນແລະ​
ຂົງ​ເຂດ ​ແລະ​ບັນຫາ​ອື່ນໆ​ອີກ​ທີ່ທັງ​ສອງ​ຝ່າຍ​ມີຄວາມ​ສົນໃຈຮ່ວມ​ກັນ.

ນອກ​ນັ້ນ ທ່ານ ERIC SCHWARTZ ພ້ອມ​ກັບ​ຄະນະ ຍັງ​ໄດ້​ພົບ​ປະກັບ​ນາຍ​ພົນ​
ຈັດຕະວາ ບົວ​ສ້ຽງ ຈຳປາ​ພັນ ຮອງ​ຫົວໜ້າ​ກົມ​ໃຫຍ່​ເສນາ​ທິການ​ກອງ ທັບ​ລາວ
ຊຶ່ງເປັນ​ຫົວໜ້າ​ຄະນະ​ກຳມະການ​ແກ້​ໄຂ​ບັນຫາ​ຊາວ​ອົບ​ພະຍົບມົ້ງທີ່​ຫລົບໜີ​ໄປ​ປະ​ເທດ​ໄທ
ແລະ​ໄດ້​ໄປ​ຢ້ຽມຢາມ ບ້ານ​ພັດທະນາ​ໂພນ​ຄຳ ທີ່​ທາງ​ການ​ລາວ​ໄດ້​ຈັດ​ສັນ​ໄວ້​ໃຫ້​ຊາວ​ມົ້ງ
ທີ່​ກັບ​ຄືນ​ມາຈາກ​ໄທ ຢູ່ແຂວງ​ບໍລິ​ຄຳ​ໄຊ​ນຳ.

ການ​ຢ້ຽມຢາມ​ ສປປ ລາວ ​ໃ​ນຄັ້ງນີ້ ​ ມີ​ຂຶ້ນ​ໃນຂະນະ​ທີ່ ລາວ​ກັບ​ສະຫະລັດ ກະກຽມ​
ສະ​ເຫລີ​ມສະຫລອງ​ໂອກາດ​ຄົບຮອບ 55 ປີ ​ແຫ່ງ​ການ​ສ້າງຕັ້ງສາຍ​ພົວພັນ​ລະຫວ່າງ​ກັນ
ແລະ​ເປັນ​ພາກສ່ວນ​ນຶ່ງ​ຂອງ​ການເດີນທາງ​ຢ້ຽມຢາມ 4 ປະ​ເທດ ຂອງ​ທ່ານ ERIC
SCHWARTZ ​ແລະ​ຄະນະ​ຜູ້​ແທນ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ.

XS
SM
MD
LG