ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະມົນຕີ ຊ່ອຍວ່າການ ຕ່າງປະເທດ ສຫລ ກ່າວຄຳປາໄສ ຕໍ່ສະຖາບັນ ການຕ່າງປະເທດ ຂອງລາວ


ພິທີ​ບາສີສູ່​ຂວັນ ຕາມ​ຮີດຄອງ​ປະ​ເພນີ​ລາວ ທີ່​ທ່ານ Daniel R. Russel ປະ​ທັບ​ໃຈ
ພິທີ​ບາສີສູ່​ຂວັນ ຕາມ​ຮີດຄອງ​ປະ​ເພນີ​ລາວ ທີ່​ທ່ານ Daniel R. Russel ປະ​ທັບ​ໃຈ

ລັດຖະມົນຕີຊ່ອຍວ່າການກະຊວງການຕ່າງປະເທດ​ສະຫະລັດ
ຮັບຜິດຊອບ ກ່ຽວກັບກິດຈະການເອເຊຍຕາເວັນອອກ ແລະ
ຍ່ານມະຫາສະມຸດປາຊີຟິກ​ ທ່ານ Daniel Russel ໄດ້ກ່າວຄຳ
ປາໄສ ທີ່ສະຖາບັນການຕ່າງປະເທດຂອງລາວ ຊຶ່ງມີໃຈຄວາມ
ຕອນນຶ່ງວ່າ ປັດຈຸບັນນີ້ ພວກເຮົາກຳລັງກ້າວເຂົ້າສູ່ ວາລະໃໝ່
ໃນສາຍພົວພັນລະຫວ່າງ ສປປ ລາວ ແລະສະຫະລັດລະຫວ່າງ
ລັດຖະບານແລະປະຊາຊົນ ຂອງພວກເຮົາສອງຊາດ. ​ການເປັນພາຄີໃນວຽກງານທີ່
ສຳຄັນ ຫຼາຍໆດ້ານ ລະຫວ່າງສອງຊາດຂອງພວກເຮົາ ຊ່ວຍສົ່ງເສີມໃຫ້ມີຄວາມກ້າວ ໜ້າ
ຂະຫຍາຍຕົວ ໃນວຽກງານຕ່າງໆທາງດ້ານເສດຖະກິິດສາທາລະນະສຸກ ການສຶກສາແລະ
ການປົກປັກຮັກສາສະພາບແວດລ້ອມ.”


ທ່ານຍັງໄດ້ເນັ້ນໜັກ ຕື່ມອີກວ່າ ການເດີນທາງມາຢ້ຽມຢາມ ສປປ ລາວຂອງພະນະທ່ານປະທານາ ທິບໍດີບາຣັກ ໂອບາມາ​ແລະລັດຖະມົນຕີການຕ່າງປະເທດ ຈອນ ແຄຣີ ໃນປີໜ້ານີ້ແມ່ນ
ເປັນໂອກາດອັນດີສຳລັບການຊຸກຍູ້ຄວາມສຳພັນໃຫ້ກ້າວເຂົ້າສູ່ລະດັບທີ່ສູງຂຶ້ນ ຊຶ່ງທ່ານ Russel ກ່າວວ່າ “ພວກເຮົາໄດ້ຟື້ນຟູຄວາມສຳພັນກັບສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈົນເຮັດໃຫ້ມີການແລກປ່ຽນ ໃນລະດັບສຸດຍອດ ດ້ວຍການເດີນທາງ
ມາຢ້ຽມຢາມ ສປປ ລາວ ຂອງພະນະທ່ານປະທານາ ທິບໍດີ ບາຣັກ ໂອບາມາ ພາຍໃນປີ
ໜ້ານີ້​.”

ໃນໄລຍະວັນທ້າຍສັບປະດາຜ່ານມານີ້​ ບັນດາຜູ້ປະກອບການໄວລຸ້ນຍຸກໃໝ່ໄດ້ ລວມຕົວກັນ
ທີ່ສູນອາເມຣິກາທາດດຳເພື່ອພັດທະນາຄວາມຄິດທາງທຸລະກິດແລະຮຽນຮູ້ທັກສະໃໝ່ໆທີ່ງານວຽງຈັນສະຕາດອັບວິກເກັນ.​ ໃນພິິທີເປີດງານດັ່ງກ່າວນີ້ ທ່ານລັດຖະມົນຕີຊ່ວຍວ່າການ Daniel Russel ກໍໄດ້ກ່າວເນັ້ນ
ວ່າ ຜູ້ປະ ກອບການແມ່ນກະແຈໃນການເຕີບໃຫຍ່ຂະຫຍາຍຕົວແລະການພັດທະນາເສດ ຖະກິດ.

ນອກນັ້ນແລ້ວ ໃນລະຫວ່າງການຢ້ຽມຢາມ ສປປ ລາວ ລັດຖະມົນຕີຊ່ອຍວ່າ ການກະຊວງ
ການຕ່າງປະເທດ Daniel Russel ກໍໄດ້ເຂົ້າຮ່ວມ ພິທີບາສີສູ່ ຂວັນ ເພື່ອເປັນກຽດແກ່ຜູ້ສຳ
ເລັດການສຶກສາ ໂຄງການພາສາອັງກິແອັກແຊັສ ແລະບັນດານັກສຶກສາທີ່ໄດ້ຮັບການ ສະໜັບສະໜຸນໂດຍສະຫະລັດອາເມຣິກາ. ທ່ານ Daniel Russel ຮູ້ສຶກດີໃຈຫຼາຍ ທີ່ໄດ້ເຂົ້າ
ຮ່ວມພິທີບາສີ ທີ່ສ່ອງແສງໃຫ້ເຫັນເຖິງປະເພນີອັນດີງາມຂອງລາວ.

ກ່ອນເດີນທາງມາຢ້ຽມຢາມ ສປປ ລາວນັ້ນລັດຖະມົນຕີຊ່ອຍວ່າການກະຊວງການຕ່າງ
ປະເທດDaniel Russel ກໍໄດ້ຢຸດແວ່ຢ້ຽມຢາມປະເທດໄທ​ບ່ອນທີ່ທ່ານເປັນຫົວໜ້ານຳພາ
ຄະນະຜູ້ແທນສະຫະລັດເຂົ້າຮ່ວມການເຈລະຈາຍຸດທະສາດສະຫະລັດ-ໄທ ຄັ້ງທີ​ 5 ໃນວັນ
ພຸດທີ​ 16 ທັນວາ ແລະຫຼັງຈາກນັ້ນກໍໄດ້ພົບປະ ກັບພວກເຈົ້າໜ້າທີ່ລັດຖະບານໄທ ຜູ້ນຳກຸ່ມ
ສັງຄົມພົນລະເຮືອນ ແລະຜູ້ນຳການເມືອງ ໃນວັນພະຫັດທີ 17 ທັນວາ.

ລຸນຫລັງການຢ້ຽມຢາມ ສປປ ລາວແລ້ວ ລັດຖະມົນຕີຊ່ອຍວ່າການກະຊວງການຕ່າງປະເທດ
ສະຫະລັດ Russelໄດ້ພົບປະກັບພວກເຈົ້າໜ້າທີ່ລັດຖະບານທັງໃນອະດີດ ແລະປັດຈຸບັນ
ຂອງຍີ່ປຸ່ນ ເມື່ອວັນຈັນທີ 21 ທັນວາວານ​ນີ້ ກ່ອນອອກເດີນທາງ ກັບຄືນມານະຄອນຫຼວງ
ວໍຊິງຕັນ.

XS
SM
MD
LG