ເຈົ້າໜ້າທີ່ຂັ້ນອາວຸໂສສະຫະລັດທ່ານນຶ່ງກ່າວວ່າ ສະຫະລັດມີຄວາມໝັ້ນໝາຍທີ່ຈະເສີມ
ຂະຫຍາຍການຕິດຕໍ່ສື່ສານແລະການພົວພັນກັບລາວ.
ທ່ານ Kurt Campbell ລັດຖະມົນຕີຊ່ອຍວ່າການກະຊວງການຕ່າງ ປະເທດສະຫະລັດ
ກ່າວວ່າ ລັດຖະບານກຸງວໍຊິງຕັນແລະລັດຖະບານນະຄອນວຽງຈັນໄດ້ທໍາການຮ່ວມໄມ້
ຮ່ວມມືກັນມາກ່ຽວກັບເລື້ອງຕ່າງໆທີ່ຍັງຄົງຄ້າງ ນັບແຕ່ປາງສົງຄາມຫວຽດນາມ ເຊ່ນ
ເລື້ອງລະເບີດຍັງບໍ່ທັນແຕກນັ້ນ ແລະທ່ານກ່າວຕໍ່ໄປວ່າ ເລື້ອງການຮ່ວມໄມ້ຮ່ວມມືກັນ
ທີ່ໄດ້ດໍາເນີນມາເປັນເວລາດົນນານທີ່ສຸດບາງຢ່າງນັ້ນ ແມ່ນເລື້ອງການຮ່ວມມືກັນທີ່ພົວ
ພັນກັບດ້ານສາທາລະນະສຸກ ແຕ່ທ່ານກ່າວວ່າ ນອກນັ້ນຍັງມີການແລກປ່ຽນໃນດ້ານ
ວັດທະນະທໍາແລະການສຶກສາອີກດ້ວຍ.
ທ່ານ Campbell ໄດ້ເວົ້າກ່ຽວກັບການພົວພັນຂອງສະຫະລັດໃນເຂດເອເຊຍທີ່ມະຫາ
ວິທະຍາໄລຈຸລາລົງກອນ ທີ່ບາງກອກ ນະຄອນຫລວງຂອງໄທໃນວັນຈັນຜ່ານມານີ້ວ່າ :
ທ່ານ Campbell ກ່າວວ່າ ເຖິງແມ່ນໄດ້ມີການຈຳກັດທາງດ້ານງົບປະມານກໍຕາມ ແຕ່
ພວກນັກສຶກສາແລະນາຍທະຫານລາວກໍໄດ້ມີໂອກາດ ມາສຶກສາຢູ່ທີ່ສູນການສຶກສາ
ເຂດເອເຊຍແລະປາຊີຟິກໃນລັດຮາວາຍຢູ່. ທ່ານໃຫ້ຂໍ້ສັງເກດວ່າ ທ່ານໄດ້ຢ້ຽມຢາມ
ລາວໃນປີແລ້ວນີ້ ເພື່ອເລີ້ມທໍາການໂອ້ລົມສົນທະນາຍຸດທະສາດໃໝ່ແລະວ່າພວກ
ເຈົ້າໜ້າທີ່ລາວກໍໄດ້ທໍາການຢ້ຽມຢາມສະຫະລັດເຊ່ນກັນ ແລະທ່ານກ່າວຕໍ່ໄປວ່າຈະ
ມີການພົບປະກັນຕໍ່ໄປໃນອີກຫລາຍເດືອນຕໍ່ໜ້ານີ້.
ຄວາມສໍາພັນລະຫວ່າງສະຫະລັດແລະລາວບໍ່ດີປານໃດຫລັງຈາກສົງ ຄາມຫວຽດ
ນາມຍຸດຕິລົງແລ້ວ ແຕ່ສອງປະເທດຟື້ນຟູສາຍພົວພັນດ້ານການທູດກັນໂດຍເຕັມ
ຄືນໃນຕົ້ນຊຸມປີ 1990.
ທ່ານ Campbell ໄດ້ມ້ວນທ້າຍການຢ້ຽມຢາມຂົງເຂດເອເຊຍຕາເວັນອອກສຽງ
ໃຕ້ຂອງທ່ານເປັນເວລານຶ່ງສັບປະດາເຕັມດ້ວຍການຢ້ຽມຢາມຈີນ. ນອກນັ້ນ
ທ່ານຍັງໄດ້ຢຸດແວ່ຢ້ຽມຢາມຍີ່ປຸ່ນ ເກົາຫລີໃຕ້ ຮອງກົງ ແລະບຣູໄນ.