ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສະຫະລັດຍົກເລີກຄະດີ ຟ້ອງຮ້ອງ ພວກຜູ້ຕ້ອງຫາ ວາງແຜນໂຄ່ນລົ້ມ ລັດຖະບານລາວ


.
ຮູບຂອງມື້ລາງນາຍພົນວັງປາວຕອນຍັງໜຸ່ມ ໃນຊຸມປີ 1960
. ຮູບຂອງມື້ລາງນາຍພົນວັງປາວຕອນຍັງໜຸ່ມ ໃນຊຸມປີ 1960


















ບັນດາ​ໄອ​ຍະ​ການ​ສະຫະລັດ​ໄດ້​ຍົກ​ເລີກ​ຂໍ້​ກ່າວ​ຫາ​ທັງ​ໝົດ​ທີ່​ຍັງ​ຄ້າງ​ຄາ​ຢູ່​ຕໍ່​ພວກຜູ້​ຊາຍ 12
ຄົນ ​ຊຶ່ງ​ແຕ່​ກ່ອນ​ຖືກ​ກ່າວ​ຫາ​ວ່າ​ ພາກັນວາງ​ແຜນ​ໂຄ່ນ​ລົ້ມລັດຖະບານຄອມມິວນິດ​ລາວ​
ດ້ວຍ​ການ​ກໍ່​ຄວາມ​ຮຸນ​ແຮງ​ຂຶ້ນ​ນັ້ນ.

ສານ​ທີ່​ເມືອງ Sacramento ລັດ California ​ໃນ​ພາກ​ຕາ​ເວັນຕົກຂອງ​ສະຫະລັດກ່າວ
ໃນ​ວັນ​ຈັນ​ວານ​ນີ້​ວ່າ ຂໍ້​ກ່າວ​ຫາ​ຕໍ່​ພວກ​ຊາວເຜົ່າ​ມົ້ງ 11 ຄົນທີ່​ອາ​ໄສ​ຢູ່​ໃນລັດ California
ແລະ​ຕໍ່​ອະດີດ​ນາຍທະຫານ​ກອງທັບ​ສະຫະລັດ​ຄົນ​ນຶ່ງ ໄດ້​ຖືກ​ຍົກ​ເລີກໄປ​ແລ້ວ.

ພວກ​ຜູ້​ນໍາ​ອາ​ເມຣິກັນ​ເຜົ່າ​ມົ້ງ ທີ່​ໄດ້​ພາກັນ​ທໍາ​ການ​ປະ​ທ້ວງ​ຕໍ່​ການດໍາ​ເນີນ​ຄະດີ​ນີ້​ມາເປັນ
ເວລາ​ດົນ​ນານ ພາກັນ​ໂຮ​ຮ້ອງ​ດ້ວຍ​ຄວາມ​ດີ​ອົກ​ດີ​ໃຈ​ນໍາ​ການ​ຕັດສິນ​ໃຈ​ຂອງ​ພວກໄອ​ຍະ​
ການ ​ໂດຍ​ກ່າວ​ວ່າ ມັນ​ຈະ​ຊ່ອຍ​ລົບ​ລ້າງ​ພາບ​ພົດ​ຂອງ​ພວກ​ຜູ້​ຄົນ​ບາງ​ຄົນ​ ທີ່​ຄຶດວ່າຊາວ​
ມົ້ງ​ເປັນ​ພວກ​ກໍ່​ການ​ຮ້າຍ​ນັ້ນ.

ຂ່າວ​ທີ່​ວ່າ​ນີ້​ມີ​ຂຶ້ນ​ໃນ​ເວລາ​ບໍ່​ເທົ່າ​ໃດ​ມື້ ຫລັງ​ຈາກ​ການ​ມໍລະນະ​ກໍາ​ຂອງ​ອະດີດ​ນາຍ​ພົນ
ວັງ​ປາວ ອະດີດ​ຜູ້​ນໍາ​ຊາວ​ມົ້ງ​ໃນ​ຍຸກ​ສະ​ໄໝ​ສົງຄາມ​ຫວຽດນາມ ຊຶ່ງ​ທໍາ​ອິດ​ໄດ້​ຕົກ​ເປັນ​
ເປົ້າໝາຍ​ຂອງ​ການ​ດໍາເນີນ​ຄະດີ​ຈາກ​ພວກ​ໄອ​ຍະ​ການ​ນັ້ນ. ມື້ລາງ​ນາຍ​ພົນ​ວັຍ 81 ປີ​
ທ່ານນີ້ໄດ້​ເປັນ​ຜູ້​ນໍາພາ​ພວກ​ກອງ​ໂຈນເຜົ່າ​ມົ້ງ​ໃນ​ການ​ຕໍ່ສູ້​ພວກ​ຄອມ​ມິ​ວນິດ​ໃນ​ລາວ​
ໃນ​ລະຫວ່າງຊຸມ​ປີ 1960 ​ແລະ70. ອະດີດນາຍພົນ​ວັງ​ປາວ​ໄດ້ຮັບ​ການ​ເຄົາລົບ​ນັບຖື
;jkເປັນ​ຜູ້​ນໍາ​ຄົນ​ສໍາຄັນ​ໃນ​ບັນດາ​ຊາວ​ອະ​ເມຣິກັນເຊື້ອສາຍ​ເຜົ່າ​ມົ້ງນັ້ນ.

ນາຍພົນ​ວັງ​ປາວ​ແລະ​ພວກ​ຜູ້​ຕ້ອງ​ຫາ​ອື່ນໆ​ໄດ້​ຖືກ​ຈັບ​ກຸມ​ໃນ​ປີ 2007 ໃນ​ຂໍ້​ຫາ​ທໍາ​
ການພະຍາຍາມ​ຊື້ປືນ​ກົນ ລູກ​ສອນ​ໄຟ​ແລະ​ອາວຸດ​ຊະນິດ​ອື່ນໆ​ສໍາລັບ​ທໍາ​ການ​ໂຈມ​
ຕີ​ດ້ານທະຫານ​ຢູ່​ໃນ​ສປປລາວ​ນັ້ນແຕ່​ຂໍ້​ກ່າວ​ຫາ​ທັງ​ໝົດ​ຕໍ່​ນາຍ​ພົນ​ວັງ​ປາວ​ໄດ້​ຖືກ​ຍົກ
ເລີກ​ໄປ​ໃນ​ທ້າຍ​ປີ​ແລ້ວ​ນີ້.

XS
SM
MD
LG