ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດອວຍພອນ ວັນຊາດລາວ


ເຈົ້າໜ້າທີ່ລາວ ກັບສະຫະລັດ ເຊັນ MOU ເລື້ອງການຊ່ວຍເຫລືອ ດ້ານການປາບຢາເສບຕິດຂອງສະຫະລັດ ແກ່ລາວ.
ເຈົ້າໜ້າທີ່ລາວ ກັບສະຫະລັດ ເຊັນ MOU ເລື້ອງການຊ່ວຍເຫລືອ ດ້ານການປາບຢາເສບຕິດຂອງສະຫະລັດ ແກ່ລາວ.

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary
clinton ໄດ້ອອກຄໍາຖະແຫລງ ສົ່ງພອນໄປຍັງປະຊາຊົນ
ລາວເນື່ອງ​ໃນ​ໂອກາດຄົບຮອບ 35 ປີ​ຂອງວັນສະຖາປະ
ນາ ສປປລາວ ໃນມື້ນີ້ ຊຶ່ງມີເນື້ອ​ໄນວ່າ:

“​ໃນ​ນາມ​ປະທານາທິບໍດີ​ ໂອ​ບາ​ມາ​ ແລະ​ປະຊາຊົນ​ອາ​ເມ​ຣິ​
ກັນ ຂ້າພະ​ເຈົ້າ​ຂໍສະ​ແດງ​ຄວາມ​ຊົມ​ເຊີຍ​ມາ​ຍັງ​ປະຊາຊົນ
ແຫ່ງສາທາລະນະ​ລັດ​ປະຊາທິປະ​ໄຕ​ປະຊາຊົນ​ລາວ​ໃນ​ວັນ
ຊາດນີ້.​ ປີ​ນີ້ ສະຫະລັດ​ແລະ​ລາວ​ໄດ້​ສະຫລອງ​ວັນ​ຂີດ​ໝາຍ
ຄົບຮອບ 55 ປີ​ແຫ່ງ​ການ​ຜູກ​ສາຍ​ພົວພັນ​ກັນ​ທາງ​ການ​ທູດ
ແລະ​ຂ້າພະເຈົ້າ​ກໍໄດ້​ມີ​ກຽດຕ້ອນຮັບ​ຮອງ​ນາຍົກລັດຖະມົນຕີ ທອງ​ລຸນ ສີສຸ​ລິດ​ ມາ​ຢ້ຽມ
ຢາມ​ກຸງ​ວໍ​ຊິງຕັນ​ ໃນ​ເດືອນ​ກໍລະກົດ​ຜ່ານມານັ້ນ ຊຶ່ງເປັນການຢ້ຽມຢາມລະດັບ​ສູງ​ສຸດ​ຂອງ
ເຈົ້າ​ໜ້າທີ່ລາວ ​ນັບ​ແຕ່​ປີ 1975 ​ເປັນ​ຕົ້ນ​ມາ. ໃນ​ຫວ່າງ​ບໍ່​ເທົ່າ​ໃດ​ປີຜ່ານມາ​ນີ້ ລາວ​ໄດ້​ທໍາ
ຄວາມ​ຄືບ​ໜ້າ​ຢ່າງ​ສັງເກດເຫັນໄດ້ ທັງ​ໃນ​ດ້ານ​ການ​ເມືອງ ສັງຄົມ​ແລະ​ເສດຖະກິດ​ແລະ​ສ​ອງ
ປະ​ເທດ​ພວກ​ເຮົາ​ໄດ້​ດໍາ​ເນີນການ​ມາ​ຢ່າງ​ຫລວງຫລາຍ​ ເພື່ອ​ເສີມ​ຂະຫຍາຍຄ​ວາ​ມສໍາ​ພັນ​
ສອງຝ່າຍ​ໃຫ້​ເຂັ້ມ​ແຂງ​ຂຶ້ນ. ນັບ​ແຕ່​ການລົງ​ນາມ​ໃນ​ຂໍ້​ຕົກລົງ​ເປີດ​ນ່ານຟ້າຄັ້ງ​ປະວັດ​ສາດ
ທີ່ອໍານວຍຄວາມສະດວກ​ໃຫ້​ແກ່​ການ​ເດີນທາງ​ລະຫວ່າງ​ປະເທດ ​ໄປ​ຮອດ​ການ​ເພີ່ມ​ທະວີ
ຄວາມຮ່ວມ​ໄມ້​ຮ່ວມ​ມື​ທາງ​ທະຫານ​ລະຫວ່າງ​ກັນ ແລະການ​ຮ່ວມງານ​ກັນ

ໃນ​ການ​ຕໍ່ຕ້ານ​ການລະບາດ​ຂອງ​ເຊື້ອໂຣກຕິດ​ຕໍ່ນັ້ນ​ ສະຫະລັດ​ແມ່ນມີ​ຄວາມ​ໝາຍໝັ້ນ​
ທີ່​ຈະ​ດໍາ​ເນີນງານ​ຮ່ວມ​ກັນ​ກັບ​ລາວ ​ໃນ​ດ້ານຕ່າງໆ​ທີ່​ມີຜົນ​ປະ​ໂຫຍ​ດຮ່ວມ​ກັນ.ພວກ​ເຮົາ
ຈະ​ສືບ​ຕໍໍ່ດໍາ​ເນີນ​ງານ​ຮ່ວມ​ກັນ ​ເພື່ອ​ລົດຜ່ອນ​ຜົນ​ກະທົບ​ຂອງ​ພວກ​ລະ​ເບີດ ​ທີ່​ຍັງ​ບໍ່​ທັນ
ແຕກ ທີ່ຫລົງເຫລືອມາ​ຈາກ​ສົງຄາມ​ໃນເມື່ອກ່ອນ ​ ຮັບມືກັບ​ການ​ທ້າ​ທາຍ​ຕ່າງໆ ທາງ
ດ້ານການສຶກສາ​ແລະ​ສິ່ງ​ແວດ​ລ້ອມ​ໃນ​ຂົງ​ເຂດ​ລຸ່ມ​ແມ່​ນໍ້າຂອງ ​ແລະ​ສົ່ງ​ເສີມ​ການ​ພັດທະນາ​
ເສດຖະກິດ​ທີ່​ຍືນ​ຍົງ. ໃນອັນທີ່ເປັນພາກ​ສ່ວນນຶ່ງຂອງຄວາມ​ພະຍາຍາມ​ເຫລົ່າ​ນີ້ ກໍຄື
ພວກ​ເຮົາ​ສະໜັບສະ​ໜຸນ​ຄວາມ​ພະຍາຍາມ​ຕ່າງໆ​ຂອງ​ລັດ​ຖະບານ​ລາວ ເພື່ອ​ເຂົ້າ​ຮ່ວມ​ໃນ
ອົງການ​ການ​ຄ້າ​ໂລກນັ້ນ ​ແລະຈະ​ຈັດຕັ້ງປະຕິບັດສັນຍາ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ
ຂອງພວກເຮົາ ​ໂດຍ​ເຕັມ.ໃນ​ໂອກາດ​ສະເຫລີມສະຫລອງວັນ​ຊາດ​ນີ້ ຂ້າພະ​ເຈົ້າ​ຂໍ​ອວຍ​ໄຊ
ໃຫ້​ພອນ​ ແກ່​ປະຊາຊົນ​ລາວ​ທຸກ​ຖ້ວນໜ້າ ຈົ່ງ​ມີການ​ສະ​ເຫລີ​ມສະຫລອງ​ຢ່າງ​ມ່ວນ​ຊື່ນ​
ດ້ວຍ​ສັນຕິພາບ​ແລະຄວາມວັດທະນາຖາວອນ ​ຕະຫລອດປີ​ທີ່​ຈະ​ມາ​ເຖິງ​ນີ້.”

XS
SM
MD
LG