ສະຫະລັດ ແລະ ສປປ ລາວ ໄດ້ຈັດການພົບປະສອງຝ່າຍຄັ້ງທີ 7 ຂຶ້ນ ໃນວັນສຸກທີ 6 ພຶດ ສະພາວານນີ້ ທີ່ນະຄອນວຽງຈັນ ອີງຕາມລາຍງານຂ່າວຂອງສະຖານທູດ.
ຄະນະຜູ້ແທນຂອງສະຫະລັດ ທີ່ນຳໂດຍລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະ ເທດ ທ່ານ Daniel Russel ພ້ອມດ້ວຍບັນດາເຈົ້າໜ້າທີ່ຈາກກະຊວງການຕ່າງປະເທດ ກະຊວງປ້ອງກັນປະເທດ ແລະອົງການພັດທະນາສາກົນຂອງສະຫະລັດ.
ໃນລະຫວ່າງການປຶກສາຫາລືກັນນັ້ນ ທ່ານ Russel ແລະຮອງລັດຖະມົນຕີຕ່າງປະເທດ ຂອງ ສປປ ລາວ ທ່ານແສງເພັດ ຮຸ່ງບຸນຍວງ ເຫັນດີວ່າ ສາຍພົວພັນລະຫວ່າງສະຫະລັດ ແລະ ສປປ ລາວ ມີຄວາມເຂັ້ມແຂງຂຶ້ນ ຫຼາຍກວ່າທີ່ເປັນມາ. ເຈົ້າໜ້າທີ່ທັງສອງຝ່າຍ ໄດ້ຫາລື ກ່ຽວກັບຄວາມໝາຍສຳຄັນ ໃນການມາຢ້ຽມຢາມ ຂອງ ປະທານາທິບໍດີ Barack Obama ໃນເດືອນກັນຍາ ປີນີ້ ຊຶ່ງຈະເປັນການຢ້ຽມຢາມ ສປປ ລາວ ຄັ້ງທຳອິດຂອງປະ ທານາທິບໍດີສະຫະລັດ. ພ້ອມກັນນັ້ນ ຍັງໄດ້ປຶກສາຫາລື ກ່ຽວກັບ ການເປັນປະທານອາຊຽນຂອງ ສປປ ລາວ ແລະກາລະໂອກາດທີ່ ສປປ ລາວ ຈະໄດ້ຮັບໃນການຕ້ອນຮັບບັນ ດາຜູ້ນຳລະດັບໂລກ ມາເຂົ້າຮ່ວມກອງປະຊຸ່ມອາຊຽນ ແລະເອເຊຍຕາເວັນອອກໃນປີນີ້.
ລັດຖະມົນຕີຊ່ວຍ Russel ໄດ້ຢືນຢັນອີກຄັ້ງນຶ່ງເຖິງຄວາມຕັ້ງໃຈຂອງສະຫະລັດໃນການ ຊ່ວຍເຫລືອ ສປປ ລາວ ເພື່ອເກັບກູ້ລະເບີດ ທີ່ບໍ່ທັນແຕກ ແລະໃຫ້ການຊ່ວຍເຫຼືອແກ່ທີມເກັບກູ້ລະເບີດບໍ່ທັນແຕກ ໃນການປະຕິບັດພາລະກິດ ທີ່ສຳຄັນດັ່ງກ່າວ. ທ່ານໄດ້ຢ້ຳເຖິງ ຄວາມກ້າວໜ້າທີ່ ສປປ ລາວໄດ້ຮັບໃນການສຳຫຼວດ ຈັດຕັ້ງປະຕິບັດແລະເກັບກູ້ລະເບີດ ທີ່ບໍ່ທັນແຕກແລະຍັງໄດ້ກ່າວວ່າ ສະຫະລັດ ມີຄວາມກະຕືລືລົ້ນຊ່ວຍເຫຼືອ ສປປ ລາວໃນການຊຸກຍູ້ຂັ້ນຕອນດັ່ງກ່າວເພື່ອຫຼີກເວັ້ນບໍ່ໃຫ້ມີຜູ້ໄດ້ຮັບບາດເຈັບອີກຕໍ່ໄປແລະທັງຊ່ວຍໃຫ້ ສປປ ລາວ ມີການຂະຫຍາຍຕົວດ້ານເສດຖະກິດ. ເຈົ້າໜ້າທີ່ສະຫະລັດ ແລະ ສປປ ລາວຍັງທົບທວນຄືນຄວາມກ້າວໜ້າ ໃນການຈັດຕັ້ງປະຕິບັດ ການຂຸດຄົ້ນ ສິ່ງເສດເຫຼືອຂອງບັນດານາຍທະຫານອາເມຣິກາ ທີ່ຫາຍສາບສູນໄປໃນສົງຄາມຫວຽດນາມ.
ເຈົ້າໜ້າທີ່ສະຫະລັດ ແລະ ສປປ ລາວ ເຫັນດີນຳກັນ ກັບເປົ້າໝາຍຂອງແຜນງານການ ໃຫ້ຄວາມຊ່ວຍເຫຼືອພັດທະນາ ຂອງສະຫະລັດຮອບດ້ານ ໃນ ສປປ ລາວ ໃນມໍ່ໆນີ້ທີ່ມີ ມູນຄ່າເກືອບ ເຖິງ 50 ລ້ານໂດລາສະຫະລັດ. ຮອງລັດຖະມົນຕີແສງເພັດ ໄດ້ສະແດງ ຄວາມຂອບໃຈຕໍ່ສະຫະລັດ ທີ່ີໃຫ້ການສະໜັບສະໜູນ ເປົ້າໝາຍການພັດທະນາແບບ ຍືນຍົງຂອງ ສປປ ລາວ ເປັນຕົ້ນຂະແໜງການໂພຊະນາການ ສາທາລະນະສຸກ ສຶກສາ ການຄ້າ ແລະຍຸດຕິທຳ. ທ່ານຍັງໄດ້ຫາລື ກ່ຽວກັບຜົນປະໂຫຍດການຊ່ວຍເຫລືອຂອງ ສະຫະລັດ ໃຫ້ແກ່ປີການເປັນເຈົ້າພາບອາຊຽນຂອງ ສປປ ລາວ ຊຶ່ງລວມມີການສະໜັບ ສະໜູນຝຶກອົບຮົມໃຫ້ແກ່ເຈົ້າໜ້າທີ່ ໃນບັນດາຂະແໜງການວຽກງານນະໂຍບາຍທີ່ກ່ຽວ ຂ້ອງ. ການອຳນວຍຄວາມສະດວກໃຫ້ແກ່ກອງປະຊຸມສຸດຍອດແລະການຮຽນພາສາອັງ ກິດ.
ເຈົ້າໜ້າທີສະຫະລັດ ແລະ ສປປ ລາວ ຍັງໄດ້ທົບທວນຄືນບັນດາການພັດທະນາໃນລະ ດັບຂົງເຂດແລະສາກົນຢ່າງກວ້າງຂວາງ. ທ່ານລັດຖະມົນຕີຊ່ວຍ Russel ໄດ້ໃຫ້ຄວາມ ສຳຄັນ ໃນຄວາມຕັ້ງໃຈຂອງສະຫະລັດຕໍ່ການພົວພັນແບບຄວາມສ້າງສັນ ແລະເປັນປະ ໂຫຍດກັບ ສປປ ລາວ ກໍຄືອາຊຽນ ຊຶ່ງບົ່ງບອກຄວາມໝາຍອັນສຳຄັນຂອງສະຫະລັດຢູ່ ໃນຂົງເຂດເອເຊຍປາຊິຟິກ.