ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດຈະຊ່ວຍເຫລືອ UXO-Lao ເພີ່ມຂຶ້ນ


ບັ້ງເປົ່າຂອງລະເບີດທີຍັງມີຢາຍຊະຊາຍ ຢູ່ໃນຫລາຍໆພື້ນທີ່ຂອງ ປະເທດລາວ
ບັ້ງເປົ່າຂອງລະເບີດທີຍັງມີຢາຍຊະຊາຍ ຢູ່ໃນຫລາຍໆພື້ນທີ່ຂອງ ປະເທດລາວ

ທາງ​ການ​ສະຫະລັດ​ຈະ​ເພີ່ມ​ການ​ໃຫ້​ຄວາມ​ຊ່ວຍ​​ເຫລືອ​ ໃນ​ການ​ເກັບ​ກູ້​ລະ​ເບີ​ດບໍ່​ທັນ​ແຕກ​ທີ່​ ຕົກ​ຄ້າງ​ຢູ​ໃນ​ລາວ​ຫລາຍ​ຂຶ້ນ. ສ່ວນ​ທາງ​ການ​ລາວ​ກໍ​ຈະ​ເສີມ​ສ້າງ​ການ​ຮ່ວມ​ມື​ກັບ​ນານາ​ຊາດ ຢ່າງ​ກວ້າງຂວາງ​ ເພື່ອ​ທີ່​ຈະ​ໄດ້​ຮັບການ​ຊ່ວຍ​ເຫລືອ​ໃນ​ດ້ານ​ດັ່ງກ່າວ​ນີ້ຫລາຍ​ຂຶ້ນນັບ​ມື້ເຊ່ນ​ ດຽວ​ກັນ.

ທ່ານ​ພູ​ຂຽວ ຈັນທະ​ສົມບູນ ຜູ້​ອໍານວຍ​ການ​ຝ່າຍ​ຄຸ້ມ​ຄອງ​ແລະ​ການ​ປະສານ​ງານ​ຂອງ​ອົງການ​ເກັບ​ກູ້​ລະ​ເບີດ​ແຫ່ງຊາດ​ລາວ (UXO-Lao) ​ໄດ້​ເປີດເຜີຍ​ໃຫ້​ຮູ້​ວ່າ ​ເອກ​ອັກຄະ​ລັດ​ຖະທູດ​ ສະຫະລັດ​ປະ​ຈໍາ​ປະ​ເທດ​ລາວ​ໄດ້​ໃຫ້ການ​ຢືນຢັນ ​ເມື່ອ​ບໍ່​ນານ​ມາ​ນີ້​ວ່າ ສະຫະລັດ​ຈະ​ໃຫ້ການ​ຊ່ວຍ​ເຫລືອ​ໃນ​ການ​ເກັບ​ກູ້​ລະ​ເບີດ​ບໍ່​ທັນ​ແຕກ​ທີ່​ຕົກ​ຄ້າງ​ຢູ່​ໃນລາວໃຫ້​ຫລາຍ​ກວ່າ​ທີ່​ຜ່ານໆ​ມາ.

ໂດຍ​ປົກກະຕິ​ແລ້ວ ທາງ​ການ​ສະຫະລັດ​ຈະ​ໃຫ້ການ​ຊ່ວຍ​ເຫລື​ອ​ໃນ​ດ້ານ​ດັ່ງກ່າວ​ນີ້ ​ແກ່​ລັດ ຖະບານ​ລາວ ​ຄິດເປັນ​ມູນ​ຄ່າ​ສະ​ເລ່ຍ 3 ລ້ານ​ໂດ​ລາ​ຕໍ່​ປີ ຫາກ​ແຕ່​ດ້ວຍ​ການ​ຢືນຢັນ​ໃນ​ຄັ້ງ​ ລ່າ​ສຸດ​ນີ້​ ຂອງ​ເອກ​ອັກຄະ​ລັດຖະທູດສະຫະລັດ​ປະ​ຈໍາ​ປະ​ເທດ​ລາວ ​ກໍ​ຄື​ທ່ານ Ravic Huso ຊຶ່ງ​ກໍ​າລັງ​ຈະ​ຄົບ​ວາລະ​ການ​ປະຕິບັດ​ໜ້າ​ທີ​ຢູ່​ໃນ​ລາວ​ໃນໝໍ່ໆ​ນີ້ ຈຶ່ງ​ເຮັດ​ໃຫ້​ເຊື່ອ​ວ່າ​ ທາງ​ການ​ສະຫະລັດ​ຈະ​ໃຫ້ການ​ຊ່ວຍ​ເຫລືອ​ໃນ​ການ​ເກັບກູ້​ລະ​ເບີດ UXO ​ໃນ​ລາວ ​ເພີ່ມ​ຂຶ້ນ​ເປັນ​ບໍ່ຕໍ່າ ​ກວ່າ 5 ລ້ານ​ໂດ​ລາ​ໃນ​ແຕ່ລະ​ປີ​ນັ້ນ​ເອງ.

ທາງ​ດ້ານ​ພົນ​ໂທດ​ວງໃຈ ພິຈິດ ຮອງ​ນາຍົກລັດຖະມົນຕີ ​ແລະ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ໃນ​ຖານະ​ປະທານ​ຄະນະກໍາມະການ​ເກັບ​ກູ້​ລະ​ເບີດ​ແຫ່ງ​ຊາດ​ລາວ ກໍ​ໄດ້​ຖະ​ແຫລ​ງຍອມຮັບ​ວ່າ ການ​ທີ່​ຍັງ​ມີ​ລະ​ເບີດ UXO ຕົກ​ຄ້າງ​ຢູ່​ໃນ​ລາວ​ຢ່່າງຫລວງຫລາຍ​ໃນ​ທຸກ​ມື້​ນີ້ ​ກໍ​ບໍ່​ພຽງ​ ແຕ່​ຈະ​ເປັນ​ອຸບປະສັກ​ຕໍ່​ການ​ປະຕິບັດ​ແຜນການ​ພັດທະນາ​ເສດຖະກິດ-ສັງຄົມ​ ໃ​ນລາວ​ເທົ່າ​ນັ້ນ ຫາກ​ແຕ່​ຍັງ​ໄດ້​ສົ່ງ​ຜົນ​ກະທົບ​ຕໍ່​ສະພາບ​ຊີວິດ ແລະ​ຮ່າງກາຍ​ຂອງ​ປະ​ຊາ​ຊົນ​ລາວ ຢ່າງ​ກວ້າງຂວາງ​ອີກ​ດ້ວຍ.

ຊາວລາວຜູ້ເຄາະຮ້າຍຄົນນຶ່ງ ທີ່ ເສຍອົງຄະ ຍ້ອນລະເບີດບໍ່ທັນແຕກ
ຊາວລາວຜູ້ເຄາະຮ້າຍຄົນນຶ່ງ ທີ່ ເສຍອົງຄະ ຍ້ອນລະເບີດບໍ່ທັນແຕກ

ທັງ​ນີ້​ໂດຍ​ນັບ​ຈາກ​ປີ 1964 ​ເປັນ​ຕົ້ນ​ມາ ກໍ​ປາກົດ​ວ່າ ​ມີ ​ປະຊາຊົນ​ລາວ​ທີ່​ໄດ້​ຮັບ​ເຄາະ​ຈາກ​ລະ​ເບີດ UXO ຈໍານວນ​ຫລາຍ​ກວ່າ 5 ໝື່ນ​ຄົນ​ ໂດຍ​ກຸ່ມ​ປະຊາຊົນ​ທີ່​ໄດ້​ຮັບ​ຜົນ ​ກະທົບ​ຫລາຍ​ທີ່​ສຸດ​ ກໍ​ຄື​ເດັກນ້ອຍ​ແລະ​ບັນດາຊົນ​ເຜົ່າ​ຕ່າງໆ ​ທີ່ຢູ່​ໃນ​ເຂດ​ຊົນນະບົດ​ຂອງ​ລາວ ສ່ວນ​ການ​ເກັບ​ກູ້​ລະ​ເບີດ UXO ຢູ່​ໃນ​ລາວ​ໃນ​ໄລຍະ​ນັບ​ຈາກ​ປີ 1996 ​ເປັນ​ຕົ້ນ​ມາ​ຈົນ​ເຖິງ​ທ້າຍ​ປີ 2009 ນັ້ນ ​ກໍ​ປາກົດ​ວ່າ​ສາມາດ​ເກັບ​ກູ້​ໄດ້​ພຽງ​ ແຕ່​ໃນ​ພື້ນ​ທີ່ 195 ກິ​ໂລ​ແມັດມົນທົນ​ເທົ່າ​ນັ້ນ ​ໃນ​ຂະນະ​ທີ່​ ມີ​ລະ​ເບີດ UXO ຕົກ​ຄ້າງ​ຢູ່​ໃນ​ດິນ​ລາວ​ ກວ້າງ​ກວ່າ 87,000 ກິ​ໂລ​ແມັດ​ມົນທົນ ຫລືຄິດ​ເປັນ 1 ​ໃນ 3 ຂອງ​ພື້ນ​ທີ່​ທັງ​ໝົດ​ຂອງ​ປະ​ເທດ​ລາວ.

ຍິ່ງ​ໄປກວ່າ​ນັ້ນ ຍັງ​ປາກົດ​ດ້ວຍ​ວ່າ​ ໃນ​ຈໍານວນ​ລະ​ເບີດ​ທີ່​ຕົກ​ຄ້າງ​ຢູ່​ໃນ​ລາວ​ທີ່​ເຊື່ອ​ວ່າ ​ມີ​ຢູ່ ​ຫລາຍ​ກວ່າ 270 ລ້ານໜ່ວຍ​ນັ້ນ​ ກໍ​ຍັງ​ເປັນ​ລະ​ເບີດ​ທີ່​ບໍ່​ທັນ​ແຕກ ​ຄິ​ດ​ເປັນ​ສັດສ່ວນ​ທີ່​ສູງ​ເຖິງ 30% ຂອງ​ຈໍານວນລະ​ເບີດ​ທັງ​ໝົດ​ດັ່ງກ່າວອີກ​ດ້ວຍ. ສ່ວນ​ງົບປະມານ​ທີ່​ນໍາ​ໃຊ້​ເຂົ້າ​ໃນ​ການ​ເກັບ​ກູ້​ລະ​ເບີດ UXO ​ໃນ​ຕະຫລອດ​ໄລຍະ 15 ປີ​ມາ​ນີ້ ກໍ​ຕ້ອງ​ເພິ່ງ​ພາ​ການ​ຊ່ວຍ​ເຫລືອໃນ ​ດ້ານ​ດັ່ງກ່າວ​ນີ້​ແກ່​ລາວ​ໄປ​ແລ້ວ ​ຄິດ​ເປັນ​ມູນ​ຄ່າ​ລວມຫລາຍ​ກວ່າ 25 ລ້ານ​ໂດ​ລາ ນັບ​ຕັ້ງ ​ແຕ່ ປີ 1998 ​ເປັນ​ຕົ້ນ​ມາ ຫາກ​ແຕ່​ກໍ​ຍັງ​ບໍ່​ພຽງພໍ​ກັບ​ຄວາມ​ຕ້ອງການ​ທີ່​ເປັນ​ຈິງ​ແຕ່​ຢ່າງ​ໃດ ຊຶ່ງ​ກໍ​ໝາຍ​ຄວາມ​ວ່າ ຖ້າ​ຫາກ​ສະພາບ​ການ​ຊ່ວຍ​ເຫລືອ​ຈາກ​ຕ່າງປະ​ເທດ​ຍັງ​ຄົງ​ເປັນ​ຄື​ກັບ​ໃນ​ ໄລຍະ 15​ ປີ​ທີ່​ຜ່ານມາ​ນີ້ ກໍ​ຈະ​ເຮັດ​ໃຫ້ການ​ເກັບກູ້​ລະ​ເບີດ UXO ຢູ່​ໃນ​ລາວ​ນັ້ນ ​ຈະ​ຕ້ອງ​ໃຊ້​ເວລາ​ ອີກ​ຍາວ​ນານ​ກວ່າ 100 ປີ ຈຶ່ງ​ຈະ​ສາມາດ​ເກັບ​ກູ້​ໃຫ້​ໝົດ​ໄປ​ຈາກແຜ່ນ​ດິນ​ລາວ ​ໄດ້​ຢ່າງ​ແທ້​ຈິງ.

ແຕ່​ຢ່າງ​ໃດ​ກໍ​ຕາມ ການ​ທີ່​ລັດ​ຖະບານ​ລາວ​ຈະ​ໄດ້​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ນານາ​ຊາດ​ວ່າ​ດ້ວຍ​ການ​ຕ້ານລະ​ເບີດ​ສັງຫານ​(ລະເບີດ cluster) ໃນ​ລະຫວ່າງ​ວັນ​ທີ່ 9-12 ​ເດືອນ​ພະຈິກ​ປີ​ນີ້ ​ຢູ່​ນະຄອນ​ວຽງ​ຈັນ ຊຶ່ງ​ຈະ​ມີ​ຄະນະ​ຜູ້ແທນ​ຈາກ 130 ປະ​ເທດ​ແລະ​ອົງການ​ສາກົນ​ເຂົ້າ ຮ່ວມ​ໃນ​ການ​ປະຊຸມ​ດ້ວຍ​ນັ້ນ ກໍ​ເຮັດ​ໃຫ້​ທາງ​ການ​ລາວ​ເຊື່ອ​ໝັ້ນ​ວ່າ​ ຈະ​ເປັນ​ແນວທາງ​ນຶ່ງທີ່​ ຈະ​ເຮັດ​ໃຫ້​ລາວ​ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ຈາກ​ຕ່າງປະ​ເທດ​ຫລາຍ​ຂຶ້ນ​ ແລະ​ທາງ​ການ​ລາວ​ກໍ ​ຈະຍັງຄົງ​ດໍາ​ເນີນ​ໃນ​ແນວທາງ​ຂອງ​ການ​ເສີມ​ຂະຫຍາຍ​ການ​ຮ່ວມ​ມື​ກັບ​ນານາ​ຊາດ​ໃນ​ດ້ານ​ດັ່ງ ກ່າວ​ນີ້​ຢ່າງ​ກວ້າງຂວາງ ຫລາຍຂຶ້ນນັບ​ມື້​ອີກ​ດ້ວຍ ດັ່ງ​ທີ່​ທ່ານ​ພົນ​ໂທດວງໃຈ ພິຈິດ ​ໄດ້​ກ່າວ​ຍໍ້າວ່າ:

ນາຍພົນ ດວງໃຈ ພິຈິດ ປະທານ ອົງການເກັບກູ້ລະເບີດຂອງລາວ ຫລື UXO-Lao.
ນາຍພົນ ດວງໃຈ ພິຈິດ ປະທານ ອົງການເກັບກູ້ລະເບີດຂອງລາວ ຫລື UXO-Lao.

“ລັດຖະບານ​ແຫ່ງ ສປປ. ລາວ ຈະ​ພະຍາຍາມ​ເພີ່ມ​ທະວີ​ຄວາມ​ເປັນ​ເຈົ້າການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ໃນ​ການຮ່ວມ​ມື​ ກັບ​ອົງການ​ສະຫະ​ປະຊາ​ຊາດ​ເພື່ອ​ການ​ພັດທະນາ​ ແລະ​ບັນດາ​ສະຖານທູດ​ເພື່ອນ​ມິດ​ ປະ​ຈໍາ​ລາວ​ ເພື່ອ​ຮ່ວມ​ມື​ໃນ​ການ​ປັບປຸງ​ແລະ​ພັດທະນາ​ກິດ ຈະການ​ແກ້​ໄຂ​ບັນຫາ​ລະ​ເບີດ​ບໍ່​ທັນ​ແຕກ​ທີ່​ຕົກ​ຄ້າງ ໃຫ້​ສອດຄ່ອງ​ກັບ​ສະພາບຄວາມ​ເປັນ​ຈິງ​ໃນ​ປັດຈຸບັນ”

XS
SM
MD
LG