ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ແພດທະຫານ ສຫລ ປິ່ນປົວປະຊາຊົນ ທີ່ແຂວງຊຽງຂວາງ


ແພດທະຫານ ສຫລ ປິ່ນປົວປະຊາຊົນ ທີ່ແຂວງຊຽງຂວາງ
ແພດທະຫານ ສຫລ ປິ່ນປົວປະຊາຊົນ ທີ່ແຂວງຊຽງຂວາງ

ໃນອີກເຫດການນຶ່ງ ທີ່ສະແດງໃຫ້ເຫັນເຖິງ ການຮ່ວມມໄມ້ຮ່ວມມືທີ່ນັບຂະຫຍາຍໂຕອອກ ລະຫວ່າງລາວກັບສະຫະລັດ ກໍຄືຄະນະແພດທະຫານຂອງສະຫະລັດຈຸນຶ່ງ ໄດ້ໄປຢ້ຽມຢາມ ແລະໃຫ້ການຝຶກອົບຣົມ ຢູ່ແຂວງຊຽງຂວາງເປັນເວລາ 5 ມື້ ໃນເດືອນແລ້ວນີ້

ພັນຕີ Ryan Deboard ຫົວໜ້າຄະນະແພດທະ ຫານສະຫະລັດພວມຖາມເບິ່ງອາການຄົນເຈັບຜູ້ນຶ່ງ ຮ່ວມກັບຄູ່ປະຕິບັດງານຂອງທ່ານ ຄື ດຣ. ບຸນຮູ້ ບຸນພະມະລາ ທີ່ໂຮງໝໍມິດຕະພາບ ລາວ ມົງໂກ ເລຍ.
ພັນຕີ Ryan Deboard ຫົວໜ້າຄະນະແພດທະ ຫານສະຫະລັດພວມຖາມເບິ່ງອາການຄົນເຈັບຜູ້ນຶ່ງ ຮ່ວມກັບຄູ່ປະຕິບັດງານຂອງທ່ານ ຄື ດຣ. ບຸນຮູ້ ບຸນພະມະລາ ທີ່ໂຮງໝໍມິດຕະພາບ ລາວ ມົງໂກ ເລຍ.

ສະຖານເອກອັກຄະລັດຖະທູດສະຫະລັດ ແລະກອງບັນຊາການທະຫານບົກຂອງສະຫະລັດ ໃນເຂດມະຫາສະມຸດປາຊີຟິກ ໂດຍໄດ້ຮັບຄວາມຮ່ວມມືຈາກກະຊວງສາທາລະນະສຸກຂອງ
ລາວ ກະຊວງປ້ອງກັນປະເທດແລະແຂວງຊຽງຂວາງຈັດໃຫ້ມີການປິ່ນປົວແລະການຝຶກອົບ ຮົມທາງດ້ານມະນຸດສະທຳຂຶ້ນ ທີ່ແຂວງຊຽງຂວາງ ແຕ່ ວັນທີ 18 ຫາ 22 ເມສາຜ່ານມານີ້.

ທາງກອງທັບບົກຂອງສະຫະລັດໄດ້ນຳເອົາຄະນະແພດທີ່ປະກອບດ້ວຍທ່ານໝໍ ນາງພະຍາ
ບານ ແລະນັກຊ່ຽວຊານຈຳນວນ 16 ຄົນ ມາຍັງປະເທດລາວ ເພື່ອເຂົ້າຮ່ວມໂຄງການ
ແລກປ່ຽນກ່ຽວກັບການຝຶກອົບຮົມ ແລະການປິ່ນປົວຮ່ວມກັບພວກນັກຊ່ຽວຊານການແພດ ທັງພົນລະເຮືອນແລະທະຫານຂອງລາວ ທີ່ແຂວງຊຽງຂວາງ ໃນໂຄງການທີ່ປະກອບດ້ວຍ 3 ຂັ້ນຕອນດ້ວຍກັນ.

ໃນລະຫວ່າງຂັ້ນຕອນທຳອິດ ຂອງການຝຶກແອບນັ້ນ ຄະນະການແພດຂອງສະຫະລັດໄດ້
ທຳການແລກປ່ຽນການຝຶກອົບຮົມເປັນເວລານຶ່ງມື້ກ່ຽວກັບເລື່ອງຄວາມກ້າວໜ້າທາງດ້ານ
ການແພດ ໃຫ້ແກ່ພວກທ່ານໝໍແລະນາງພະຍາບານ ທັງພົນລະເຮືອນແລະທະຫານທີ່ໂຮງ
ໝໍມິດຕະພາບລາວ-ມົງໂກເລຍ ຊຶ່ງມີພວກທ່ານໝໍລາວທັງພົນລະເຮືອນແລະທະຫານ ຕະ ຫຼອດທັງພະນັກງານການແພດ ເຂົ້າຮ່ວມ 30 ກວ່າຄົນຈາກໂຮງໝໍມິດຕະພາບລາວ-ມົງໂກ
ເລຍຫຼືໂຮງໝໍຫຼືໂຮງໝໍ 101 ແລະມີພວກໂຮງໝໍທ້ອງຖິ່ນໃນເຂດເມືອງດັ່ງກ່າວມາຮ່ວມນຳ
ດ້ວຍ. ຫົວຂໍ້ຂອງການຝຶກອົບຮົມ ແມ່ນຮວມທັງການປິ່ນປົວໂຣກເບົາຫວານ ໂຣກຄວາມ
ດັນໂລຫິດສູງ ການປິ່ນປົວສະໝອງທີ່ໄດ້ຮັບບາດເຈັບແລະຫົວຂໍ້ອື່ນໆທາງດ້ານການແພດ.

ນອກນັ້ນ ຄະນະການແພດຂອງສະຫະລັດຍັງໄດ້ໃຫ້ການຝຶກອົບຮົມເປັນເວລາ 5 ມື້ກ່ຽວ
ກັບການປະຖົມພະຍາບານແກ່ພວກອະສາສະມັກການແພດປະຈຳບ້ານ ທີ່ໂຮງຮຽນການ
ແພດແຂວງຊຽງຂວາງ. ມີອາສາສະມັກການແພດປະຈຳບ້ານແລະພວກນັກຊ່ຽວຊານການ
ແພດສຸກເສີນຫຼາຍກວ່າ 25 ຄົນເຂົ້າຮ່ວມໃນການຝຶກອົບຮົມດັ່ງກ່າວຊຶ່ງໄດ້ເພັ່ງເລັງໃສ່ພື້ນ ຖານຂອງການປະຖົມພະຍາບານ ເພື່ອຊ່ອຍ ຊີວິດໃນກໍລະນີທີ່ໄດ້ຮັບບາດເຈັບ.

ຂັ້ນຕອນສຸດທ້າຍນັ້ນຄະນະແພດປະສົມສະຫະລັດແລະລາວໄດ້ໃຫ້ການປິ່ນປົວເປັນເວລາ
4 ມື້ແກ່ປະຊາຊົນທ້ອງຖິ່ນໃນເຂດເມືອງໂພນສະຫວັນ ເມືອງພູກູດ ແລະເມືອງຄຳ. ພວກ
ຄະນະການແພດປະສົມ ທະຫານແລະພົນລະເຮືອນ ຂອງສະຫະລັດແລະລາວ ຍັງໄດ້ໃຫ້
ການປິ່ນປົວພະຍາບານໂດຍທົ່ວໄປ ປິ່ນປົວພວກເດັກນ້ອຍ ປິ່ນປົວແຂ້ວແລະຕານຳດວ້ຍ. ໃນການປິ່ນປົວພະຍາບານເປັນເວລາ 4 ມື້ນັ້ນ ຄະນະການແພດປະສົມສະຫະລັດລາວໄດ້
ຮັກສາພວກຄົນເຈັບທັງໝົດ 3,456 ຄົນ. ປັດໄຈແລະອຸບປະກອນການແພດຕະຫຼອດທັງ
ຢາປົວພະຍາດທັງໝົດ ແມ່ນບໍລິຈາກ ໂດຍກອງທັບບົກຂອງສະຫະລັດໃນເຂດມະຫາສະ
ມຸດປາຊິກ.

ການໃຫ້ການປິ່ນປົວແລະການຝຶກອົບຮົມທາງດ້ານການແພດສະຫະລັດກັບລາວທີ່ວ່ານີ້
ມີຂຶ້ນຫຼັງຈາກການຮ່ວມມື ທີ່ປະສົກັບຜົນສຳເລັດ ທາງດ້ານການແພດ ໃນເດືອນເມສາປີ
2010 ຊຶ່ງມີຂຶ້ນທີ່ແຂວງຊຽງຂວາງເຊັ່ນກັນ ແລະເປັນພາກສ່ວນນຶ່ງຂອງການສືບຕໍ່ໂຄງ
ການຮ່ວມມືທາງດ້ານການແພດເພື່ອມະນຸດສະທຳຢູ່ລາວຊຶ່ງຈັດຂຶ້ນໂດຍທາງສະຖານທູດ
ສະຫະລັດ ແລະກອງບັນຊາການກອງທັບບົກສະຫະລັດ ໃນເຂດມະຫາສະມຸດປາຊີຟິກ.
ເຫດການດັ່ງກ່າວນີ້ ແມ່ນໄດ້ມີການວາງແຜນ ໂດຍໄດ້ຮັບຄວາມຮ່ວມມືຈາກກະຊວງສາ
ທາລະນະສຸກຂອງລາວ ກະຊວງປ້ອງກັນປະເທດ ແລະແຂວງຊຽງຂວາງ.

ໃນຕອນປິດທ້າຍໂຄງການນັ້ນກໍມີ ດຣ. ບົວສອນ ສີນວນທອງ ຫົວໜ້າພະແນກສາທາ
ລະນະສຸກແຂວງຊຽງຂວາງ ດຣ. ມະນີວັນ ສະຫວັດດີ ຈາກພະ ແນກປິ່ນປົວໂຣກຂອງ
ກະຊວງສາທາລະນະສຸກ ພັນໂທ ດຣ. ສິດທາວົງ ບຸນປະສົງ ຈາກໂຮງໝໍທະຫານ 103
ພັນໂທ ດຣ. ບົວສິງ ອິນທະວົງ ຜູ້ອຳນວຍການໂຮງໝໍທະຫານ 101 ພັນໂທ James
McAden ທູດທະຫານສະຫະລັດປະຈຳລາວ, ສະຖານທູດສະຫະລັດ ແລະພັນຕີ Ryan
DeBoard ຫົວໜ້າທີມແພດທະຫານສະຫະລັດ ຈາກໂຮງໝໍທະຫານທີ່ລັດຮາວາຍ. ດຣ.
ບົວສອນໄດ້ກ່າວຂອບອົກຂອບໃຈ ຄະນະແພດທະຫານກອງທັບບົກສະຫະລັດໃນເຂດ
ມະຫາສະມຸດປາຊີຟິກ ທີ່ໄດ້ໃຫ້ການຝຶກອົບຮົມແລະການຊ່ອຍເຫຼືອ ແລະຊົມເຊີຍຈິດໃຈ
ອັນດີເດັ່ນຂອງການຮ່ວມມືແລະມິດຕະພາບທີ່ໄດ້ມີຂຶ້ນລະຫວ່າງຄະນະແພດຂອງສະຫະ
ລັດແລະລາວ.

XS
SM
MD
LG