ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ລັດ ກັບ ລາວ ດຳ​ເນີນກອງ​ປະ​ຊຸ​ມ ​ປຶກ​ສາ​ຫາ​ລື ວຽກ​ງານ ປ້ອງ​ກັນ​ຊາດທີ່ລັດຮາວາຍ


ເອກ​ອັກ​ຄະ​ລັດ​ຖະ​ທູດ ສະ​ຫະ​ລັດ ປະ​ຈຳ ​ສ​ປ​ປ ​ລາວ ທ່າ​ນ​ນາງ ຣີ​ນາ ບິດ​ເຕີ, ກາງ, ພ້ອມ​ກັບ​ບັນ​ດາ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ປະ​ເທດ ຮ່ວມ​ກັນ​ຖ່າຍ​ຮູບ​ ໃນ​ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື ວຽກ​ງານ​ປ້ອງ​ກັນ​ຊາດ​ສອງ​ຝ່າຍ​ ປະ​ຈຳ​ປີ ຄັ້​ງ​ທີ 13. ທີ່ ເກາະ ຮາ​ວາຍ, ສະ​ຫະ​ລັດ.
ເອກ​ອັກ​ຄະ​ລັດ​ຖະ​ທູດ ສະ​ຫະ​ລັດ ປະ​ຈຳ ​ສ​ປ​ປ ​ລາວ ທ່າ​ນ​ນາງ ຣີ​ນາ ບິດ​ເຕີ, ກາງ, ພ້ອມ​ກັບ​ບັນ​ດາ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ປະ​ເທດ ຮ່ວມ​ກັນ​ຖ່າຍ​ຮູບ​ ໃນ​ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື ວຽກ​ງານ​ປ້ອງ​ກັນ​ຊາດ​ສອງ​ຝ່າຍ​ ປະ​ຈຳ​ປີ ຄັ້​ງ​ທີ 13. ທີ່ ເກາະ ຮາ​ວາຍ, ສະ​ຫະ​ລັດ.

ໃນວັນທີ 18 ກັນຍາ 2018, ເຈົ້າໜ້າທີ່ອາວຸໂສກອງທັບ ສະຫະລັດ ອາເມຣິກາ ທີ່ເກາະ
ຮາວາຍ ໄດ້ເປັນເຈົ້າພາບຕ້ອນຮັບຄະນະຜູ້ແທນ ຈາກກະຊວງປ້ອງກັນ ປະເທດຢູ່
ຖານທັບ Camp Smith, ເພື່ອພົບປະປຶກສາຫາລືວຽກງານປ້ອງກັນຊາດ ສອງຝ່າຍປະ
ຈຳປີ ຄັ້ງທີ່ 13.

ຄະນະຜູ້ແທນໄດ້ເນັ້ນໜັກເຖິງການຮັດແໜ້ນສາຍພົວພັນສອງຝ່າຍ ແລະ ການຮ່ວມ
ມືຮອບດ້ານ, ແລະ ການ ເສີມຂະຫຍາຍການຮ່ວມມືໃນພາກປະຕິບັດຕົວ ຈິງໃນຫຼາຍໆ
ຂົງເຂດວຽກງານ.

ກອງປະຊຸມໄດ້ດຳເນີນໄປ ພາຍໃຕ້ການເປັນປະທານຂອງທ່ານ ພົນຕີ ຊູຊານ ວາເຣສ-
ລູມ ຫົວໜ້າກົມນະໂຍບາຍ ແລະ ວາງແຜນຍຸດທະສາດ, ສູນບັນຊາ ການກອງທັບ
ສະຫະລັດ ອາເມຣິກາ ປະຈຳພາກພື້ນອິນໂດ-ປາຊີ ຟິກ ແລະ ທ່ານພົນຈັດຕະວາ ແກ່ນ
ຈັນ ນັນທະລັງສິ, ຫົວໜ້າກົມພົວພັນຕ່າງປະເທດ, ກະຊວງປ້ອງກັນປະເທດ. ທ່ານ
ເອກອັກຄະລັດຖະທູດ ສະຫະລັດ ອາເມຣິກາ ປະຈຳ ສປປ ລາວ ທ່ານ ນ. ຣີນາ ບິດເຕີ
ກ່າວເປີດກອງປະຊຸມ.

ທ່ານ ພົນຕີ ຊູຊານ ວາເຣສ-ລູມ ໄດ້ມີໂອກາດພົບປະກັບ ທ່ານພົນຈັດຕະວາ ແກ່ນຈັນ
ນັນທະລັງສິ ໃນປິ 2016 ທີ່ຜ່ານມາ ໃນໄລຍະທີ່ ສປປ ລາວ ຮັບໜ້າທີ່ເປັນປະທານອາ
ຊຽນ. ທ່ານພົນຕີໄດ້ສັງເກດເຫັນເຖິງຄວາມຄືບໜ້າອັນໃຫຍ່ຫຼວງ ໃນສາຍພົວພັນຮ່ວມ
ມື ແລະ ຮັບຮູ້ເຖິງຄວາມສຳຄັນຂອງການສືບຕໍ່ກອງປະຊຸມ BDD ໃນວຽກງານປ້ອງກັນ
ຊາດ.

ທ່ານ ພົນຕີ ຊູຊານ ວາເຣສ-ລູມ ໄດ້ກ່າວວ່າ: ປະເທດຂອງພວກເຮົາກຳລັງປະເຊີນກັບ
ຄວາມທ້າທາຍອັນ ຫຼາກຫຼາຍຮ່ວມກັນ, ພວກເຮົາສາມາດຮຽນຮູ້ ແລະ ຖອດຖອນບົດ
ຮຽນຈາກປະສົບການຂອງກັນ ແລະ ກັນ ໃນຫຼາຍໆດ້ານເຊັ່ນ ການຕອບໂຕ້ໄພພິບັດ
ແລະ ການຄວບຄຸມໂລກລະບາດ ຕ່າງໆ.

ໃນບົດປາໃສກ່າວເປີດກອງປະຊຸມນັ້ນ, ທ່ານເອກອັກຄະລັດຖະທູດ ສະຫະລັດ ອາເມຣິ
ກາ ປະຈໍາ ສປປ ລາວ ທ່ານ ນ. ຣີນາ ບິດເຕີ ໄດ້ກ່າວເນັ້ນໜັກເຖິງ ຄວາມສຳຄັນຂອງ
ໂອກາດຕ່າງໆ ແລະ ການເສີມຂະຫຍາຍຄວາມຮ່ວມມືໃນວຽກງານປ້ອງກັນຊາດ ລະ
ຫວ່າງ ສະຫະລັດ ອາເມຣິກາ ແລະ ສປປ ລາວ, ລວມທັງ ວຽກງານການຝຶກອົບຮົມທາງ
ການແພດ, ການແລກປ່ຽນທາງດ້ານ ການສຶກສາ ແລະ ການຝຶກອົບຮົມຕ່າງໆ ດ້ານ
ຄວາມປອດໄພໃນພາກພື້ນ.

ທ່ານ ນ. ບິດເຕີ ໄດ້ກ່າວວ່າ: ສະຫະລັດ ອາເມຣິກາ ແລະ ສປປ ລາວ ໄດ້ ຮ່ວມເປົ້າ
ໝາຍອັນດຽວກັນໃນການສະໜັບສະໜູນ ສປປ ລາວ ໃຫ້ມີຄວາມເຂັ້ມແຂງ, ເປັນປະ
ເທດທີ່ມີຄວາມຜາສຸກ ແລະ ເຊື່ອມໂຍງ ກັບບັນດາປະເທດສະມາຊິກອາຊຽນ. ວຽກ
ງານປ້ອງກັນຊາດສອງຝ່າຍແມ່ນເປັນການປະກອບສ່ວນອັນສຳຄັນ ເຂົ້າໃນເປົ້າໝາຍ
ດັ່ງກ່າວ.

ເປົ້າໝາຍວຽກງານປ້ອງກັນຊາດສອງຝ່າຍ ແມ່ນເພື່ອການພັດທະນາໂຄງການຮ່ວມມື
ທາງດ້ານຄວາມໝັ້ນຄົງ, ເພື່ອຮັດແໜ້ນສາຍພົວພັນວຽກງານດ້ານຄວາມປອດໄພ ຂອງ
ສອງຝ່າຍພ້ອມ. ພ້ອມກັນນັ້ນຍັງເປັນການສົ່ງ ເສີມການຮ່ວມມືທາງດ້ານການທະຫານ
ໃນຂົງເຂດພາກພື້ນໃຫ້ຫຼາຍຂື້ນກວ່າເກົ່າ ແລະ ຍັງເປັນການສົ່ງເສີມຜົນ ປະໂຫຍດ
ຮ່ວມກັນຂອງສອງຊາດອິກດ້ວຍ.

ໝາກຜົນອັນສຳຄັນຈຳນວນໜຶ່ງທີ່ຍາດມາໄດ້ຫຼາຍທີ່ສຸດຄື ການຮ່ວມມືດ້ານການ ສ້າງ
ໂຄງລ່າງພື້ນຖານດ້ານການ ແພດ, ຂະແໜງການເກັບກູ້ລະເບີດບໍ່ທັນແຕກ UXO,
ການຊ່ວຍເຫຼືອບັນເທົາທຸກທາງດ້ານໄພທຳມະຊາດ. ການຮ່ວມມືຍັງໄດ້ ຂະຫຍາຍການ
ຝຶກອົບຮົມ ແລະ ໂອກາດດ້ານການສຶກສາເຊັ່ນ: ການຝຶກອົບຮົມ ພາສາ ອັງກິດ ແລະ
ສົ່ງເສີມໃຫ້ກອງທັບປະຊາຊົນ ລາວ ໃນການເຂົ້າຮ່ວມກອງ ປະຊຸມພາກພື້ນ, ສຳມະນາ
ແລະ ກອງປະຊຸມ ເຈົ້າຫນ້າທີ່ອາວຸໂສລະດັບສູງ.

ສູນບັນຊາການກອງທັບສະຫະລັດ ອາເມຣິກາ ປະຈຳພາກພື້ນອິນໂດ-ປາຊີຟິກ ແມ່ນຮັບ
ຜິດຊອບໃນຂົງເຂດພື້ນທີ່ກວມເອົາ 36 ປະເທດໃນພາກພື້ນອາຊີປາຊີຟິກ. ແລະ ຍັງຖື
ເປັນສູນບັນຊາການທີ່ເກົ່າແກ່ ແລະ ໃຫ່ຍທີ່ສຸດ.

XS
SM
MD
LG