ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ການຊ່ວຍເຫລືອຮັບມືກັບການລະບາດ ຂອງໂຄວິດ-19 ເປັນສິ່ງພົ້ນເດັ່ນພິເສດໃນການເປັນຄູ່ພາຄີກວມລວມລາວ-ສຫລ ໃນຮອບ 5 ປີ


ພິທີມອບວັກຊີນ ຈອນສັນ ແລະຈອນສັນຂອງສະຫະລັດ ໃຫ້ແກ່ລາວ ໂດຍຜ່ານໂຄງການ COVAX
ພິທີມອບວັກຊີນ ຈອນສັນ ແລະຈອນສັນຂອງສະຫະລັດ ໃຫ້ແກ່ລາວ ໂດຍຜ່ານໂຄງການ COVAX

ຫວັງວ່າ ພາບແລະເຫດການທີ່ເປັນປະຫວັດສາດໃນການພົວພັນອັນດີລະຫວ່າງ ລາວແລະສະຫະລັດ ທີ່ມີຂຶ້ນໃນຕົ້ນເດືອນກັນຍາ ປີ 2016 ຍັງຄົງຢູ່ໃນ ຄວາມ ຊົງຈໍາ ຂອງບັນດາທ່ານຫລາຍຄົນຢູ່ເນາະ. ໃນອາທິດນນີ້ພໍດີ ເປັນວັນຄົບຮອບ 5 ປີຂອງການໄປຢ້ຽມຢາມລາວ ຂອງອະດີດປະະທານາທິບໍດີບາຣັກ ໂອບາມາ ຊຶ່ງເປັນປະທານາທິບໍດີສະຫະລັດຄົນທໍາອິດ ທີ່ໄປຢ້ຽມຢາມລາວ. ໃນຕອນນັ້ນປະທານປະເທດລາວແມ່ນທ່ານບຸນຍັງ ວໍລະຈິດ ແລະປະທານາທິບໍດີໂອບາມາ ໄດ້ພ້ອມກັນເຫັນດີສ້າງການເປັນຄູ່ຮ່ວມມືແບບກວມລວມ ລະຫວ່າງ ສປປ ລາວ ແລະ ສະຫະລັດອາເມຣິກາ ເພື່ອເສີມຂະຫຍາຍການພົວພັນຊຶ່ງໄດ້ໄຂສັງ ກາດໃໝ່ ໃນການພົວພັນສອງຝ່າຍ ບົນພື້ນຖານຂອງການເຄົາລົບນັບຖື ຊຶ່ງກັນ ແລະກັນ, ມີຜົນປະໂຫຍດຮ່ວມກັນ ແລະຄວາມມຸ່ງມາດປາຖະໜາຮຳບາດແຜທີ່ມີມາໃນອະດີດ ແລະ ສ້າງພື້ນຖານສຳລັບອະນາຄົດ. ໃນໂອກາດວັນຄົບຮອບ 5 ປີ ຂອງການເຊັນສັນຍາ ຮ່ວມມືດັ່ງກ່າວນີ້ ທາງເອກອັກຄະລັດຖະທູດສະຫະ ລັດ, ທ່ານ ປ.ອ. ປີເຕີ ເຮມອນ ໄດ້ກ່າວຢູ່ກອງປະຊຸມຖະແຫລງຂ່າວທີ່ຈັດຂຶ້ນ ຢູ່ນະຄອນຫລວງວຽງຈັນເມື່ອມໍ່ໆມານີ້ ກ່ຽວກັບການຮ່ວມມືໃນຫລາຍດ້ານທີ່ພົ້ນ ເດັ່ນຂຶ້ນ ໃນໄລຍະ 5 ປີ. ແຕ່ວ່າ ສິ່ງພິເສດທີ່ສຸດ ກໍຄືການຮ່ວມກັນຕ້ານ ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ-19. ທ່ານບອກວ່າ:

ການຊ່ວຍເຫລືອອຸປະກອນການແພດ ແລະເຄື່ອໃຊ້ປະຈໍາວັນຂອງ ສຫລ ແກ່ສູນກັກກັນເພື່ອສະກັດກັ້ນ ໂຄວິດຂອງລາວ
ການຊ່ວຍເຫລືອອຸປະກອນການແພດ ແລະເຄື່ອໃຊ້ປະຈໍາວັນຂອງ ສຫລ ແກ່ສູນກັກກັນເພື່ອສະກັດກັ້ນ ໂຄວິດຂອງລາວ

ທ່ານກ່າວຕໍ່ໄປອີກວ່າ:

ເມື່ອມີການລະບາດຂອງພະຍາດອັນຕະລາຍຮ້າຍແຮງນີ້ເກີດຂຶ້ນໃນລາວ ໃນຕົ້ນ ປີ 2020 ສະຫະລັດ ເປັນປະເທດທໍາອິດທີ່ໄດ້ສົ່ງອຸປະກອນການແພດໄປຊ່ວຍ ລາວ ໃນການຮັບມືກັບການລະບາດຂອງໄວຣັສໂຄໂຣນາ ແລະການຝຶກອົບຮົມ ນັກວິຊາການແພດແລະພິເສດເມື່ອມໍ່ໆມານີ້ ສະຫະລັດໄດ້ຊ່ວຍຢາວັກຊີນໄຟເຊີ ຊຶ່ງເປັນວັກຊີນກັນໂຄວິດ-19 ທີ່ມີປະສິດທິຜົນສູງຂອງໂລກຊະນິດນຶ່ງ ທີ່ຜະລິດ ຢູ່ສະຫະລັດຈໍານວນ 1 ແສນກວ່າໂດສ ແລະຢາວັກຊີນ ຈອນສັນແລະຈອນສັນ 1 ລ້ານ 8 ພັນໂດສ ຜ່ານອົງການໂຄແວັກສ໌ (COVAX) ຊຶ່ງຊ່ວຍເຮັດໃຫ້ ສປປ ລາວ ຫຍັບເຂົ້າໄປໃກ້ເປົ້າໝາຍຫຼາຍຂຶ້ນ ທີ່ຈະໃຫ້ປະຊາຊົນຂອງຕົນ ໄດ້ຮັບການສັກຢາວັກຊີນ ກັນໂຄວິດ-19 ໄດ້ເຖິງ 50 ເປີເຊັນຂອງປະຊາກອນທັງໝົດພາຍໃນທ້າຍປີນີ້.

ຂະນະດຽວກັນ ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນກ່າວວ່າ ໂດຍຜ່ານການມອບຮັບ ຢາວັກຊີນກັນໂຄວິດ-19 ຈອນສັນແລະຈອນສັນໃນມື້ນີ້​ ສະຫະລັດມີຄວາມພາກພູມໃຈ ທີ່ໄດ້ເປັນຜູ້ບໍລິຈາກຢາວັກຊີນລາຍໃຫຍ່ທີ່ສຸດໃຫ້ແກ່ລາວ. ໂຄງການໂຄແວັກສ໌ ແມ່ນການຊ່ວຍເຫຼືອປະເທດທີ່ມີລາຍໄດ້ຕ່ຳ ຫາປານກາງເພື່ອໃຫ້ ສາມາດເຂົ້າເຖິງຢາວັກຊີນ ກັນໂຄວິດ-19. ເວລານີ້ ສະຫະລັດໄດ້ໃຫ້ທຶນສະໜັບສະໜຸນໂຄງການດັ່ງກ່າວໄປແລ້ວ 2 ຕື້ໂດລາ ແລະຍັງມີຄວາມໝັ້ນໝາຍ ທີ່ຈະໃຫ້ການຊ່ວຍຕື່ມອີກ 2 ຕື້ໂດລາ.

XS
SM
MD
LG