ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ລັດ ເປີດໂຕໂຄງການໃໝ່ ເພື່ອປັບປຸງ ການສຶກສາ ຂັ້ນພື້ນຖານໃນ ສປປ ລາວ


ທ່ານ​ນາງ ຣີ​ນາ ບິດເຕີ ເອກອັກຄະລັດຖະທູດ ສະຫະລັດ ອາເມຣິກາ ປະຈຳ ​ສ​ປ​ປ ລາວ ເຂົ້າ​ຮ່ວມ​ພິ​ທີ​ເປີດ​ໂຄງ​ການ ຣູ​ທູ​ຣີດ ໃນ ສ​ປ​ປ​ ລາວ.
ທ່ານ​ນາງ ຣີ​ນາ ບິດເຕີ ເອກອັກຄະລັດຖະທູດ ສະຫະລັດ ອາເມຣິກາ ປະຈຳ ​ສ​ປ​ປ ລາວ ເຂົ້າ​ຮ່ວມ​ພິ​ທີ​ເປີດ​ໂຄງ​ການ ຣູ​ທູ​ຣີດ ໃນ ສ​ປ​ປ​ ລາວ.

ສະຫະລັດ ອາເມຣິກາ ສືບຕໍ່ໃຫ້ການຊ່ວຍເຫຼືອໃນຂົງເຂດວຽກງານການສຶກສາ ແລະ
ເພີ່ມໂອກາດ ທາງດ້ານການສຶກສາໃນ ສປປ ລາວ. ໃນຄັ້ງວັນທີ 30 ສິງຫາ ທີ່ຜ່ານມາ,
ລັດຖະບານສະຫະລັດ ອາເມຣິກາ ໄດ້ເປີດໂຕໂຄງການໃໝ່ທີ່ມີຊື່ວ່າ ໂຄງການຮຽນ
ອ່ານເພື່ອປັບປຸງ ການສຶກສາຂັ້ນພື້ນຖານໃນ ສປປ ລາວ. ບົດບັນທຶກຄວາມເຂົ້າໃຈ
ລະຫວ່າງ ກະຊວງສຶກສາທິການ ແລະກິລາ ຮ່ວມກັບ ຜູ້ຈັດຕັ້ງ ປະຕິບັດ ອົງການ
ຊ່ວຍເຫຼືອເດັກສາກົນ ແລະ ອົງການ ຣູມທູຣີດ ໄດ້ເປັນຂີດໝາຍສໍາຄັນ ສໍາລັບການ
ເລີ່ມຈັດຕັ້ງປະຕິບັດ ໂຄງການຮຽນອ່ານ. ໂຄງການດັ່ງກ່າວນີ້ ມີໄລຍະຈັດຕັ້ງປະຕິ
ບັດເປັນ ເວລາ 5 ປີ ເຊິ່ງໄດ້ຮັບທຶນຊ່ວຍເຫຼືອລ້າຈາກລັດຖະບານ ສະຫະລັດ ອາເມ
ຣິກາ ໂດຍຜ່ານອົງການ ພັດທະນາສາກົນປະເທດ ສະຫະລັດ ຫຼື (USAID).

ທ່ານ ນາງ ຣີນາ ບິດເຕີ, ເອກອັກຄະລັດຖະທູດ ຜູ້ມີອໍານາດເຕັມ ແຫ່ງ ສະຫະລັດ ອາ
ເມຣິກາ ປະຈຳ ລາວ ແລະ ທ່ານນາງ ແສງເດືອນ ຫຼ້າຈັນທະບູນ, ລັດຖະມົນຕີກະຊວງ
ສຶກສາທິການ ແລະ ກິລາ ໄດ້ຮ່ວມເປັນສັກຂີພະຍານພິທີລົງນາມບົດບັນທຶກ ຄວາມເຂົ້າ
ໃຈໃນຄັ້ງນີ້. ທ່ານ ນາງ ຣີນາ ບິດເຕີ ໄດ້ກ່າວວ່າ: ໂຄງການຮຽນອ່ານ ແມ່ນເປັນບາດ
ກ້າວໃຫມ່ຂອງການຮ່ວມມື ລະຫວ່າງ ສະຫະລັດ ອາເມຣິກາ ແລະ ສປປ ລາວ ໃນຂົງ
ເຂດການສຶກສາ. ພວກຂ້າພະເຈົ້າມີຄວາມພາກພູມໃຈທີ່ໄດ້ສະໜັບ ສະໜູນ ລັດຖະ
ບານ ສປປ ລາວ ໃນການປັບປຸງທັກສະການອ່ານ ແລະ ຈະສືບຕໍ່ເສີມຂະຫຍາຍຄວາມ
ໝຸ່ງໝັ້ນຂອງ ສະຫະລັດ ຕໍ່ກັບ ສປປ ລາວ ໃຫ້ກາຍເປັນປະເທດທີ່ເຂັ້ມແຂງ, ຈະເລີນ
ຮຸ່ງເຮືອງ ແລະ ເປັນເອກະລາດ ໂດຍການສະໜັບສະໜູນການສຶກສາຂອງເດັກນ້ອຍ
ລາວ.

ໂຄງການຮຽນອ່ານຈະປະກອບສ່ວນເຂົ້າໃນວຽກງານສົ່ງເສີມການອ່ານ ສໍາລັບເດັກ
ຫ້ອງກຽມປະຖົມ ຈົນເຖິງ ຊັ້ນປະຖົມສຶກສາ ປີທີ 2 ຊຶ່ງເປັນໜຶ່ງໃນຄວາມເອົາໃຈໃສ່
ຂອງ ລັດຖະບານ ສປປ ລາວ. ກິດຈະກໍາຕ່າງໆຂອງໂຄງການແມ່ນເພື່ອຊ່ວຍປັບປຸງ
ຄຸນະພາບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ ໂດຍເນັ້ນໃສ່ເດັກທີ່ບໍ່ໄດ້ພາສາລາວ
ແລະ ເດັກພິການ. ໂຄງການຮຽນອ່ານແມ່ນຈັດຕັ້ງປະຕິບັດໂດຍ ອົງການຊ່ວຍເຫຼືອ
ເດັກສາກົນ, ອົງການ ຣູມທູຣີດ ແລະ ອົງການເພື່ອມະນຸດສະທໍາ & ການມີສ່ວນຮ່ວມ.
ໂຄງການຮຽນອ່ານຈະແນໃສ່ປັບປຸງການຮຽນການສອນ ໂດຍການສະໜອງອຸປະກອນ,
ສື່ການຮຽນການ ສອນ, ເສີມສ້າງຄວາມອາດສາມາດຂອງຄູ ໂດຍໃຫ້ການຝຶກອົບຮົມ
ແລະ ການຕິດຕາມຊຸກຍູ້ຢ່າງໃກ້ ຊິດໃນຫ້ອງຮຽນ, ສ້າງຄວາມເຂັ້ມແຂງໃຫ້ຊຸມຊົນ ມີ
ສ່ວນຮ່ວມໃນການຊ່ວຍເຫຼືອເດັກຮຽນອ່ານ.

ໂຄງການດັ່ງກ່າວແມ່ນຈະໄດ້ຈັດຕັ້ງປະຕິບັດໃນຫ້ອງກຽມປະຖົມ, ຫ້ອງປໍ 1 ແລະ ປໍ 2
ຢູ່ໂຮງຮຽນລັດ ໃນ 16 ເມືອງເປົ້າໝາຍ ທີ່ແຂວງ ຊຽງຂວາງ, ວຽງຈັນ, ຈຳປາສັກ ແລະ
ອັດຕະປື. ຄາດວ່າຈະມີເດັກ ຫຼາຍກວ່າ 65,000 ຄົນໄດ້ຮັບຜົນປະໂຫຍດຈາກໂຄງ
ການຮຽນອ່ານນີ້.

ປະຊາຊົນ ແລະ ລັດຖະບານ ສະຫະລັດ ອາເມຣິກາ ໄດ້ເຮັດວຽກຮ່ວມກັບປະຊາຊົນ
ແລະ ລັດຖະບານ ແຫ່ງ ສປປ ລາວ ເພື່ອປັບປຸງການສຶກສາ, ສົ່ງເສີມສຸຂະພາບ ແລະ
ໂພຊະນາການ, ສະໜັບສະໜູນ ການຄ້າ ແລະ ການລົງທຶນ, ແລະ ສ້າງຄວາມເຂັ້ມແຂງ
ໃຫ້ວຽກງານດ້ານກົດໝາຍ.

XS
SM
MD
LG